ສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XIV

03/03/2026 11:33
ຂປລ ຂປລ. ພາຍຫລັງທີ່ລັດຖະບານ ໄດ້ໂຮມເອົາກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບກະຊວງກະສິກໍາ ແລະ ປ່າ ໄມ້ ແລະ ປ່ຽນຊື່ເປັນ “ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ” ໃນທ້າຍ ປີ 2025. ໃນນັ້ນ, ລັດຖະບານກໍ ໄດ້ມີການໂຮມເອົາກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ກອງ ທຶນປົກປັກຮັກສາປ່າໄມ້ເຂົ້າກັນ ແລະ ປ່ຽນຊື່ເປັນ “ກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້” ເປັນຫົວໜ່ວຍການຈັດຕັ້ງລະດັບ ສອງຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ


ຂປລ. ພາຍຫລັງທີ່ລັດຖະບານ ໄດ້ໂຮມເອົາກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບກະຊວງກະສິກໍາ ແລະ ປ່າ ໄມ້ ແລະ ປ່ຽນຊື່ເປັນ “ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ” ໃນທ້າຍ ປີ 2025. ໃນນັ້ນ, ລັດຖະບານກໍ ໄດ້ມີການໂຮມເອົາກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ກອງ ທຶນປົກປັກຮັກສາປ່າໄມ້ເຂົ້າກັນ ແລະ ປ່ຽນຊື່ເປັນ “ກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້” ເປັນຫົວໜ່ວຍການຈັດຕັ້ງລະດັບ ສອງຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາລະບົດບາດໃນ ການລະດົມທຶນ, ສະສົມທຶນ, ຈາກ ພາຍໃນ ແລະ ຕ່າງປະເທດ, ເກັບ ພັນທະດ້ານສິ່ງແວດລ້ອມ ແລະ ປ່າໄມ້ ເຂົ້າກອງທຶນ ພ້ອມທັງສະ ໜອງທຶນໃຫ້ແກ່ວຽກງານປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ. ເມື່ອມໍ່ໆມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ກອງທຶນປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ ຈັດກອງປະຊຸມສະພາບໍລິຫານກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XIV ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ, ທັງເປັນປະທານສະພາ ບໍລິຫານກອງທຶນປົກປັກຮັກສາສິ່ງ ແວດລ້ອມ ແລະ ປ່າໄມ້, ມີບັນດາ ທ່ານຮອງປະທານ ແລະ ຄະນະກໍາ ມະການສະພາບໍລິຫານກອງທຶນ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ເປັນເວລານັບແຕ່ປີ 2021- 2025 ກອງທຶນປົກປັກຮັກສາ ສິ່ງແວດລ້ອມ ໄດ້ສະໜອງທຶນໃຫ້ ກິດຈະກໍາ ແລະ ການຕິດຕາມກວດ ກາການປົກປັກຮັກສາສິ່ງແວດ ລ້ອມໄດ້ 70 ຕື້ກີບ; ສະໜອງໃຫ້ ແກ່ວຽກງານຕິດຕາມກວດກາ, ຄຸ້ມຄອງເຄື່ອງປ່າຂອງດົງ 17,7 ຕື້ກີບ ແລະ ສະໜອງງົບປະມານ ໃຫ້ວຽກຟື້ນຟູປ່າ ແລະ ປູກໄມ້ທົດ ແທນໃຫ້ທ້ອງຖິ່ນ 122,6 ຕື້ກີບ ໃນ ເນື້ອທີ່ຫັນປ່ຽນທີ່ດິນປ່າໄມ້ 1 ລ້ານ ເຮັກຕາ ຕາມມະຕິຂອງສະພາແຫ່ງ ຊາດກໍານົດ. ນອກຈາກນີ້, ກອງທຶນ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ປະກອບສ່ວນຍາດ ແຍ່ງທຶນຮອນເຂົ້າໃສ່ວຽກງານ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນໄລຍະຜ່ານມາ ແລະ ໃນ ປີ 2026 ນີ້, ກໍຈະໄດ້ສູ້ຊົນປະຕິບັດ ແຜນງົບປະມານ ທີ່ໄດ້ຮັບການອະ ນຸມັດຈາກກະຊວງການເງິນ ໃນ 6 ເດືອນຕົ້ນປີ ເປັນມູນຄ່າ 48 ຕື້ກີບ. ຂະນະທີ່ ທ່ານ ພັດນະຄອນ ຄັນທະມີໄຊ ຫົວໜ້າຫ້ອງການກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ກໍໄດ້ກ່າວວ່າ: ກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນກອງທຶນທີ່ໄດ້ຮັບການສ້າງ ຕັ້ງຂຶ້ນ ໂດຍລັດຖະບານຕາມເງື່ອນ ໄຂສັນຍາເງິນກູ້ຢຶມຂອງ ADB ໂຄງການເງິນກູ້ມະຫາພາກສິ່ງແວດ ລ້ອມ-ສັງຄົມ” (ADB Loan1867-Lao) ໄລຍະໂຄງການ 4 ປີ 2001-2004. ໃນເວລາຕໍ່ມາ ກອງທຶນຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2005 ຕາມດຳລັດ ວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດ ລ້ອມ ສະບັບເລກທີ 146/ນຍ, ລົງ ວັນທີ 5/6/2005 ແລະ ປັບປຸງໃນ ປີ 2017 ສະບັບເລກທີ 94/ລບ, ລົງວັນທີ 8 ມີນາ 2017. ຈຸດປະ ສົງເພື່ອລະດົມຂົນຂວາຍທຶນຈາກ ພາຍໃນ ແລະ ຕ່າງປະເທດ ແນໃສ່ ສະສົມທຶນ ເພື່ອຕອບສະໜອງໃຫ້ ແກ່ວຽກງານການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ແບບ ຍືນຍົງ, ປະກອບສ່ວນໃຫ້ແກ່ການ ຈັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ. ໃນໄລຍະ 5 ປີ ຜ່ານ ມາ ຫ້ອງການກອງທຶນປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງການ ເງິນ, ສະໜອງທຶນ ແລະ ໃຫ້ການ ບໍລິການໃນການຄຸ້ມຄອງໂຄງການ ສາກົນ.
KPL

ຂ່າວອື່ນໆ

ads
ads

Top