ອັດຕະປື ກໍານົດ 7 ທິດທາງໜ້າທີ່ລວມການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030

03/03/2026 11:38
Email Print 891
ຂປລ ຂປລ. ອີງຕາມແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ອັດຕະປື ໄດ້ກໍານົດໄວ້ວ່າ: ແຕ່ປີ 2026-2030 ແຂວງອັດຕະປື ໄດ້ ກໍານົດ 7 ທິດທາງໜ້າທີ່ລວມ ຂອງ ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແຜນດັ່ງກ່າວນີ້ ເປັນແຜນຈັດຕັ້ງ ຜັນຂະຫຍາຍແນວທາງສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນອັນລະອຽດ


ຂປລ. ອີງຕາມແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ອັດຕະປື ໄດ້ກໍານົດໄວ້ວ່າ: ແຕ່ປີ 2026-2030 ແຂວງອັດຕະປື ໄດ້ ກໍານົດ 7 ທິດທາງໜ້າທີ່ລວມ ຂອງ ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແຜນດັ່ງກ່າວນີ້ ເປັນແຜນຈັດຕັ້ງ ຜັນຂະຫຍາຍແນວທາງສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນອັນລະອຽດ, ໂດຍການ ສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນ, ລາຄາສິນຄ້າ, ອັດຕາແລກປ່ຽນ, ບັນຫາຄ່າຄອງຊີບ ແລະ ຄວາມທຸກ ຍາກໃນຊົນນະບົດ ທີ່ຍັງສືບຕໍ່ເປັນ ສິ່ງທ້າທາຍ. ໂດຍອີງໃສ່ຈຸດພິເສດ ຂອງແຂວງບວກກັບທ່າແຮງ, ກາ ລະໂອກາດ ແລະ ບົດຮຽນຜ່ານມາ, ແຜນຄັ້ງນີ້ ໄດ້ກໍານົດຄໍາຂວັນອອກ ຄື: ສ້າງແຂວງອັດຕະປື ໃຫ້ເປັນ ແຂວງສີຂຽວ, ມີສະເໜ່, ສະຫງົບ, ປອດໄພ ກາຍເປັນເຂດບໍລິການ ດ້ານການທ່ອງທ່ຽວພາຍໃນ ພາກ ພື້ນ-ອະນຸພາກພື້ນ, ພັດທະນາເສດ ຖະກິດ ເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງແຂວງ ຢ່າງມີຈຸດສຸມ, ມີຄຸນນະພາບ, ມີ ຄວາມສົມດູນ ແລະ ຍືນຍົງ. ເພື່ອບັນລຸຈຸດໝາຍດັ່ງກ່າວ, ແຂວງອັດຕະປື ໄດ້ກໍານົດ 7 ທິດ ທາງໜ້າທີ່ລວມ ຄື: ສືບຕໍ່ຮັບປະກັນ ໃຫ້ແຂວງອັດຕະປື ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍຢ່າງໜັກແໜ້ນ, ກໍາລັງ ປະກອບອາວຸດທ້ອງຖິ່ນເຂັ້ມແຂງ ຮອບດ້ານ ກຽມພ້ອມແກ້ໄຂສະ ພາບທຸກກໍລະນີ; ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສ້າງທ່າແຮງໃໝ່ ຕາມແນວທາງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ໂດຍສະເພາະໃນຂົງເຂດ ການຜະລິດກະສິກຳ ແລະ ການປຸງ ແຕ່ງ, ສົ່ງເສີມຢ່າງແຂງແຮງການ ທ່ອງທ່ຽວ ເພື່ອສ້າງຖານລາຍຮັບ ໃໝ່, ສູ້ຊົນເຮັດໃຫ້ການເຕີບໂຕຂອງ ເສດຖະກິດມີການຫັນປ່ຽນຢ່າງຕັ້ງ ໜ້າ, ໝັ້ນທ່ຽງ ແລະ ໜັກແໜ້ນ, ຮັກ ສາສະຖຽນລະພາບທາງດ້ານການ ເງິນ, ເງິນຕາ ແລະ ງົບປະມານ ໃຫ້ ສືບຕໍ່ເກີນດູນ, ເກີນແຜນ ແລະ ແກ້ ໄຂໜີ້ສິນໃຫ້ຫລຸດລົງຢ່າງຈະແຈ້ງ; ສືບຕໍ່ພັດທະນາຊັບພະຍາກອນມະ ນຸດ, ຂົງເຂດວັດທະນະທຳ-ສັງຄົມ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງ ແກ່ການພັດທະນາແຕ່ລະຂົງເຂດ, ເພີ່ມທະວີວຽກງານຄົ້ນຄວ້ານໍາໃຊ້ ປັນຍາປະດິດ ແລະ ນະວັດຕະກຳ ໃໝ່ຢ່າງກວ້າງຂວາງ, ຍົກສູງຄຸນ ນະພາບການສຶກສາ ແລະ ສ້າງໂອ ກາດໃຫ້ເດັກໃນເກນອາຍຸໃນເຂດ ຊົນນະບົດໄດ້ເຂົ້າຮຽນ ແລະ ຝຶກ ວິຊາຊີບເພີ່ມຂຶ້ນ; ສືບຕໍ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກໃຫ້ຂາດຕົວ, ແນໃສ່ຫລຸດຜ່ອນ ຄວາມແຕກໂຕນດ້ານການພັດທະ ນາລະຫວ່າງຕົວເມືອງ ແລະ ຊົນນະ ບົດ ໃນນີ້, ຈຸດສຸມແມ່ນສ້າງບັນດາ ຕາແສງ ໃຫ້ກາຍເປັນຈຸດໃຈກາງ ຂອງການພັດທະນາຊຸມຊົນ ແລະ ສ້າງຖານຂໍ້ມູນອັນຈຳເປັນ ສົມທົບ ກັບການສ້າງຄວາມເຂັ້ມແຂງ ໃຫ້ ແກ່ອຳນາດການປົກຄອງຕາແສງ ແລະ ຊຸມຊົນບ້ານ ໃຫ້ສາມາດນໍາ ພາສ້າງຂະບວນການ ບ້ານພັດທະ ນາ ແລະ ຜະລິດ ເພື່ອພັດທະນາຄຸນ ນະພາບຊີວິດ ແລະ ມີສ່ວນເປັນສິນ ຄ້າ, ເປັນເຈົ້າການຮັບມື ກັບສະພາບ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ. ສະເພາະຕົວ ເມືອງ ແມ່ນເລັ່ງໃສ່ປັບປຸງຄວາມ ສະອາດ ສວຍງາມ ມີສະເໜ່ ແລະ ປະສົມປະສານລະຫວ່າງສະຖາປັດ ດັ່ງເດີມຂອງທ້ອງຖິ່ນ ແລະ ເຂດທຸ ລະກິດການຄ້າ-ການບໍລິການທີ່ທັນ ສະໄໝສາກົນ (Smart City); ສືບຕໍ່ປົກປັກຮັກສາ, ຟື້ນຟູ ແລະ ຈັດ ສັນຊັບພະຍາກອນທີ່ດິນ, ປ່າໄມ້ ໄປ ຕາມທິດ “ຄຸນນະພາບ, ສີຂຽວ ແລະ ຍືນຍົງ” ກາຍເປັນຖານເສດຖະກິດ ແລະ ລາຍຮັບທີ່ບໍ່ບົກແຫ້ງ ເປັນຕົ້ນ ການສະໜອງໃຫ້ແກ່ການລົງທຶນ ສິນເຊື່ອກາກບ່ອນ ແລະ ການຜະລິດ ກະສິກຳເປັນສິນຄ້າ ຕິດພັນກັບການ ປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກເພີ່ມຂຶ້ນ; ຍົກສູງ ການຄຸ້ມຄອງ ແລະ ບໍລິຫານລັດຂັ້ນ ແຂວງ, ເມືອງ, ຕາແສງ ດ້ວຍກົດ ໝາຍ, ມີປະສິດທິພາບ, ທັນສະໄໝ, ໂປ່ງໃສ, ວ່ອງໄວ, ຍຸຕິທຳ ແລະ ກວດ ສອບ-ກວດກາໄດ້, ສືບຕໍ່ປັບປຸງກົນ ໄກການປະສານງານ ແລະ ການ ແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບ ຜິດຊອບລະຫວ່າງຂະແໜງການ, ສາຍຕັ້ງ-ສາຍຂວາງ ລະຫວ່າງ ອົງ ການປົກຄອງ ແລະ ສະພາປະຊາ ຊົນແຂວງ, ອົງການກວດສອບ, ກວດກາ ແລະ ພາກສ່ວນອົງການ ຈັດຕັ້ງລັດອື່ນໆ ໃຫ້ມີຄວາມເອກະ ພາບໄປລວງດຽວກັນ, ເດັດຂາດ ບໍ່ ໃຫ້ເກີດປະກົດການຫຍໍ້ທໍ້ໃນລະບົບ ກົງຈັກທຸກຂົງເຂດວຽກງານ, ປະ ຊາຊົນບັນດາເຜົ່າ ໄດ້ຮັບການປົກ ປ້ອງສິດ ແລະ ຜົນປະໂຫຍດດ້ວຍ ກົດໝາຍ; ສືບຕໍ່ພົວພັນຮ່ວມມືກັບ ບັນດາແຂວງໃກ້ຄຽງຂອງປະເທດ ເພື່ອນມິດ, ສາກົນ ແລະ ຄູ່ຮ່ວມ ພັດທະນາ ບົນຫລັກການຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຕົ້ນຕໍ ແມ່ນ ບັນດາແຂວງ ຂອງ ສສ ຫວຽດນາມ ແລະ ສປ ຈີນ, ສືບຕໍ່ພັດທະນາພື້ນ ຖານໂຄງລ່າງ, ການແລກປ່ຽນການ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດຊັບພະຍາກອນມະນຸດ ໃຫ້ຮັບປະກັນມາດຖານຄຸນນະພາບ ສາມາດເຊື່ອມໂຍງ-ເຊື່ອມຈອດ ຢ່າງເປັນຮູບປະທຳ ໃນລະດັບພາກ ພື້ນ ແລະ ອະນຸພາກພື້ນ.
KPL

ຂ່າວອື່ນໆ

    • ຫັນເອົາໄວບຳນານ ສູ່ກະສິກຳປອດສານພິດ ສ້າງລາຍຮັບ ແລະ ຄວາມສຸກບົດ-ສາລະຄະດີ

      ຫັນເອົາໄວບຳນານ ສູ່ກະສິກຳປອດສານພິດ ສ້າງລາຍຮັບ ແລະ ຄວາມສຸກ

      8/26/2026 1:38:46 PM

      ຂປລ. ຫລັງຈາກອຳລາຈາກໜ້າທີ່ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ໄວບຳນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈ.

    • 10  ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ ບົດ-ສາລະຄະດີ

      10 ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ

      8/26/2026 1:30:36 PM

      ຂປລ. ນະຄອນຫລວງວຽງຈັນ ເປັນເມືອງທີ່ມີສະເໜ່ເປັນເອກະລັກອຸດົມໄປດ້ວຍວັດທະນະທຳ, ປະຫວັດສາດ, ສິລະປະ ແລະ ຄວາມງົດງາມຂອງທຳມະຊາດແຄມຝັ່ງແມ່ນ້ຳຂອງ ​ເຊິ່ງ​ເປັນ​ອີກໜຶ່ງຈຸດໝາຍປາຍທາງ​ການທ່ອງທ່ຽວ ຂອງ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຫລັ່ງ​ໄຫລ​ເຂົ້າ​ມາ​ສໍາຜັດ​ຄວາມ​ສວຍ​ງາມ​ນີ້​ຢ່າງ​ບໍ່​ຂາດ​ສານ​ໃນ​ແຕ່​ລະ​ມື້ ​​ເນື່ອງ​ຈາກ​ວ່າ ນະຄອນຫລວງ​ວຽງຈັນ

    • ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ ບົດ-ສາລະຄະດີ

      ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ

      8/26/2026 1:23:18 PM

      ຂປລ. ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

    • ຫວນຄືນເຫດການສຳຄັນ ວັນທີ 23 ສິງຫາ ປີ 1975ບົດ-ສາລະຄະດີ

      ຫວນຄືນເຫດການສຳຄັນ ວັນທີ 23 ສິງຫາ ປີ 1975

      8/26/2026 1:13:56 PM

      ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດສາດການປະຕິວັດລາວ ເປັນເຫດການທີ່ສະແດງເຖີງການປ່ຽນຜ່ານອຳນາດການປົກຄອງໃນນະຄອນຫລວງວຽງຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

    • ຫົວໜ້າ ຄອສພ ເນັ້ນໃຫ້ແຂວງຫລວງພະບາງ ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກໂຄສະນາ-ອົບຮົມບົດ-ສາລະຄະດີ

      ຫົວໜ້າ ຄອສພ ເນັ້ນໃຫ້ແຂວງຫລວງພະບາງ ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກໂຄສະນາ-ອົບຮົມ

      8/26/2026 8:30:44 AM

      ໃນໂອກາດຕາງໜ້າການນຳຂັ້ນສູງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແໄຂໄພພິບັດຢູ່ແຂວງຫລວງພະບາງ ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມຄະນະໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫລວງພະບາງ.

ads
ads

Top