ຂປລ
ສູນຍິງສົ່ງ ດາວທຽມ ທ້າຍຢວນ, ສປ ຈີນ ໄດ້ສົ່ງດາວທຽມ ວົງໂຄຈອນຕ່ຳ ຈຸທີ 15 ຂອງລະບົບ ອິນເຕີເນັດ ຜ່ານດາວທຽມ ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 9 ທັນວານີ້, ສູນຍິງສົ່ງ ດາວທຽມ ທ້າຍຢວນ, ສປ ຈີນ ໄດ້ສົ່ງດາວທຽມ ວົງໂຄຈອນຕ່ຳ ຈຸທີ 15 ຂອງລະບົບ ອິນເຕີເນັດ ຜ່ານດາວທຽມ ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດ ສົ່ງຍານ ທີ່ດັດແປງ ມາຈາກ ຈະຫລວດ ຊາງເຈີ່ງ 6 ຫລື CZ-6A, ດາວທຽມ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ ເຮັດໃຫ້ພາລະກິດ ຍິງສົ່ງດາວທຽມຄັ້ງນີ້ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL