ຂປລ
ເປົ້າໝາຍສູງສຸດໃນປີ 2026 ຄືການລະດົມທຶນ ຮ່ວມທັງໝົດ 3,3 ໝື່ນລ້ານໂດລາສະຫະລັດ, ເພື່ອສະໜັບສະໜູນປະຊາຊົນ 135 ລ້ານຄົນ ຜ່ານປະຕິບັດການ 23 ປະເທດ
ຂປລ.ສຳນັກງານປະສານງານ ດ້ານມະນຸດສະທຳ ແຫ່ງສະຫະປະຊາຊາດ (OCHA ) ປະກາດເມື່ອບໍ່ດົນມານີ້ວ່າ: ເປົ້າໝາຍສູງສຸດໃນປີ 2026 ຄືການລະດົມທຶນ ຮ່ວມທັງໝົດ 3,3 ໝື່ນລ້ານໂດລາສະຫະລັດ, ເພື່ອສະໜັບສະໜູນປະຊາຊົນ 135 ລ້ານຄົນ ຜ່ານປະຕິບັດການ 23 ປະເທດ ແລະ ແຜນງານ ສຳລັບຜູ້ລີ້ໄພ ແລະ ຜູ້ອົບພະຍົບອີກ 6 ໂຄງການ. ໂດຍເປົ້າໝາຍ ທີ່ ໜ່ວຍງານ ໃຫ້ຄວາມສຳຄັນ ເປັນອັນດັບທຳອິດ ຂອງ ປີ 2026 ເປັນຕົ້ນ ການຊ່ວຍ ຊີວິດ ຄົນ ຈຳນວນ 87 ລ້ານຄົນ ດ້ວຍເງິນລົງທຶນ 2,3 ໝື່ນລ້ານ ໂດລາສະຫະລັດ.
ອົງການ ສະຫະປະຊາຊາດ (UN) ແລະ ພັນທະມິດ ໄດ້ເປີດໂຄງການ ລະດົມທືນ ດ້ານມະນຸດສະທຳ ລະດັບໂລກ ປະຈຳປີ 2026, ເພື່ອຊ່ວຍເຫລືອ ປະຊາຊົນນັບລ້ານຄົນ ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ ໜັກທີ່ສຸດ ເຊັ່ນ: ຈາກໄພສົງຄາມ, ໄພພິບັດ, ສະພາບອາກາດ, ແຜ່ນດິນໄຫວ, ພະຍາດລະບາດ ແລະ ພືດຜົນ ທີ່ໄດ້ຮັບຄວາມ ເສຍຫາຍ./.
KPL