ສປຈີນ ນໍາເຂົ້າຖົ່ວເຫລືອງ-ນໍ້າມັນດີບ ເພີ່ມຂຶ້ນເກືອບ 14%

10/12/2025 15:41
ຂປລ ຍອດການນຳເຂົ້າຖົ່ວເຫລືອງ , ນໍ້າມັນດີບ ແລະ ສິນແຮ່ເຫລັກຂອງ ຈີນ ປັບຕົວເພີ່ມຂຶ້ນ ໃນເດືອນພະຈິກ ເມື່ອທຽບປີຕໍ່ປີ , ຂະນະທີ່ ການນໍາເຂົ້າທອງແດງ ທີ່ຍັງບໍ່ຂຶ້ນຮູບ ແລະ ຖ່ານຫີນປັບຕົວ ຫລຸດລົງ.

ຂປລ. ສຳນັກງານພາສີຂອງ ຈີນ (GAC) ເປີດເຜີຍວ່າ: ຍອດການນຳເຂົ້າຖົ່ວເຫລືອງ , ນໍ້າມັນດີບ ແລະ ສິນແຮ່ເຫລັກຂອງ ຈີນ ປັບຕົວເພີ່ມຂຶ້ນ ໃນເດືອນພະຈິກ ເມື່ອທຽບປີຕໍ່ປີ , ຂະນະທີ່ ການນໍາເຂົ້າທອງແດງ ທີ່ຍັງບໍ່ຂຶ້ນຮູບ ແລະ ຖ່ານຫີນປັບຕົວ ຫລຸດລົງ. ໃນນັ້ນ ນໍາເຂົ້າຖົ່ວເຫລືອງ 8,11 ລ້ານໂຕນ, ເພີ່ມຂຶ້ນ 13,43%, ນໍ້າມັນດີບ 50,89 ລ້ານໂຕນ, ເພີ່ມຂຶ້ນ 4,88%, ທອງແດງ ທີ່ບໍ່ຂຶ້ນຮູບ 427.000 ໂຕນ, ຫລຸດລົງ 19,13%. ສ່ວນການ ນໍາເຂົ້າ ຖ່ານຫີນ 44,05 ລ້ານໂຕນ, ຫລຸດລົງ 19,88%  ແລະ ນໍາເຂົ້າສິນແຮ່ເຫລັກ 110,54 ລ້ານໂຕນ, ເພີ່ມຂຶ້ນ 8,52% ເມື່ອທຽບລາຍປີ.

ສ່ວນການ ສົ່ງອອກ ຂອງ ຈີນ ໃນເດືອນພະຈິກ ບັນລຸຕົວເລກ ເກີນຄາດໝາຍ, ເຮັດໃຫ້ ການສົ່ງອອກ ປັບຕົວເພີ່ມຂຶ້ນ ຢ່າງເຂັ້ມແຂງ , ເນື່ອງມາຈາກ ກຸ່ມຜູ້ຜະລິດ ໄດ້ຈັດສົ່ງ ສິນຄ້າ ໃນສະຕອ໋ກ, ຫລັງຈາກ ຜູ້ນຳຈີນ ແລະ ສ.ອາ ເມລິກາ ບັນລຸຂໍ້ຕົກລົງ ການຄ້າຮ່ວມກັນ ເຮັດໃຫ້ຈີນ ໄດ້ສົ່ງອອກ ແຮ່ຫາຍາກ ຈຳນວນ 5.493,9 ໂຕນ, ເພີ່ມຂຶ້ນ 24,42% ເມື່ອທຽບລາຍປີ./

 

KPL

ຂ່າວອື່ນໆ

ads
ads

Top