ຫວຽດນາມ ດຶງດູດນັກທ່ອງທ່ຽວຕ່າງປະເທດບັນລຸ 19 ລ້ານເທື່ອຄົນ

09/12/2025 21:14
ຂປລ ຫວຽດນາມ ຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດ ບັນລຸ 19,15 ລ້ານເທື່ອຄົນ ໃນລະຫວ່າງ ເດືອນ ມັງກອນ-ເດືອນພະຈິກ ປີ 2025 , ເພີ່ມຂຶ້ນ 20,9% ເມື່ອທຽບໃສ່ປີຕໍ່ປີ.

ຂປລ. ສຳນັກງານ ສະຖິຕິແຫລ່ງຊາດ ຫວຽດນາມ ລາຍງານວ່າ: ຫວຽດນາມ ຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດ ບັນລຸ 19,15 ລ້ານເທື່ອຄົນ ໃນລະຫວ່າງ ເດືອນມັງກອນ-ເດືອນພະຈິກ ປີ 2025 , ເພີ່ມຂຶ້ນ 20,9% ເມື່ອທຽບໃສ່ປີຕໍ່ປີ.

ໂດຍນັກທ່ອງທ່ຽວເດີນທາງ ທາງອາກາດ ກວມເອົາ ອັດຕາສ່ວນຫລາຍທີ່ສຸດ ລວມມີ 16,2 ລ້ານເທື່ອຄົນ, ຖັດມາທາງບົກ ຈຳນວນ2,7 ລ້ານເທື່ອຄົນ. ໃນນັ້ນ ນັກທ່ອງທ່ຽວ ຈາກອາຊີ ຍັງກວມເອົາ ຂະໜາດໃຫຍ່ທີ່ສຸດ ຂອງ ຫວຽດນາມ ດ້ວຍຈຳນວນຫລາຍກວ່າ 15 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,7% ເມື່ອທຽບປີຕໍ່ປີ. ເນື່ອງມາຈາກ ນະໂຍບາຍດ້ານວິຊ້າ ຕໍ່ການເຂົ້າປະເທດ, ໂຄງການ ສົ່ງເສີມ ການທ່ອງທ່ຽວ ທີ່ໄດ້ຮັບ ການປັບປຸງໃຫ້ດີຂຶ້ນ ແລະ ອື່ນໆ ໂດຍສະເພາະ ການຈັດງານ ໃນພື້ນທີ່ຕ່າງໆ  ລ້ວນແຕ່ຊ່ວຍ ດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ຢ່າງຫລວງຫລາຍ ເພື່ອໃຫ້ເຂົ້າມາຢ້ຽມຢາມ ຫວຽດນາມ./

KPL

ຂ່າວອື່ນໆ

ads
ads

Top