ຈີ 20 ເປີດກອງປະຊຸມຄັ້ງທຳອິດໃນ ອາຟຣິກາ

24/11/2025 12:57
ຂປລ ກອງປະຊຸມສຸດຍອດກຸ່ມ ຈີ20(G20) ໄດ້ຈັດຂຶ້ນ ຄັ້ງທຳອິດ ຢູ່ໃນ ອາຟຣິກາ ເພື່ອແນໃສ່ ຊອກຫາ ວິທີທາງແກ້ໄຂບັນຫາ ທີ່ຍືດເຍື້ອມາດົນນານ ສົ່ງຜົນກະທົບຕໍ່ບັນດາປະເທດທຸກຍາກທີ່ສຸດໃນໂລກ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອວັນທີ 22 ພະຈິກ, ກອງປະຊຸມສຸດຍອດກຸ່ມ ຈີ20(G20) ໄດ້ຈັດຂຶ້ນ ຄັ້ງທຳອິດ ຢູ່ໃນ ອາຟຣິກາ ເພື່ອແນໃສ່ ຊອກຫາ ວິທີທາງແກ້ໄຂ ບັນຫາ ທີ່ຍືດເຍື້ອມາດົນນານ ສົ່ງຜົນກະທົບຕໍ່ບັນດາ ປະເທດທຸກຍາກ ທີ່ສຸດໃນໂລກ ໂດຍມີບັນດາຜູ້ນຳ ແລະ ເຈົ້າໜ້າທີ່ລັດຖະບານ ລະດັບສູງ ຈາກປະເທດຮັ່ງມີ ແລະ ເສດຖະກິດ ເກີດໃໝ່ຊັ້ນນໍາ ຈະເຂົ້ມາປະຊຸມກັນ ຢູ່ສູນນິເທດສະການ ໃກ້ຍ່ານໂຊເວໂຕ (Soweto) ໃນອາຟຣິກາໃຕ້ ເພື່ອພະຍາຍາມ ຫາຂໍ້ຕົກລົງຮ່ວມກັນກ່ຽວກັບ ບັນຫາສຳຄັນທີ່ສຸດ ທີ່ຕ້ອງເນັ້ນໜັກ ໃນກອງປະຊຸມ ຈີ20 ຕາມທີ່ ອາຟຣິກາໃຕ້ ໄດ້ກຳນົດ.

ວາລະສຳຄັນຂອງກອງປະຊຸມ ລວມເຖິງການ ສະໜັບສະໜູນປະເທດ ທຸກຍາກໃຫ້ຟື້ນຕົວ ຈາກໄພພິບັດທີ່ກ່ຽວຂ້ອງ ກັບສະພາບອາກາດ, ຫລຸດພາລະໜີ້ ຕ່າງປະເທດ, ປ່ຽນ ໄປໃຊ້ພະລັງງານສີຂຽວ ແລະ ໃຊ້ປະໂຫຍດຈາກ ຊັບພະຍາກອນແຮ່ທາດ ສຳຄັນຂອງຕົນເອງ ເພື່ອພະຍາຍາມ ຫລຸດຄວາມທຸກຍາກ ທາງດ້ານເສດຖະກິດ ໃນລະດັບໂລກ./

KPL

ຂ່າວອື່ນໆ

ads
ads

Top