ຣັດເຊຍ ຄາດການໃຊ້ພະລັງງານດາຕ້າເຊັນເຕີຣ ເພີ່ມຂຶ້ນກວ່າ 3 ເທົ່າ

21/11/2025 20:12
ຂປລ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ການໃຊ້ ພະລັງງານຂອງ ດາຕ້າເຊັນເຕີຣ ທົ່ວປະເທດ ຈະເພີ່ມຂຶ້ນ ຫລາຍກວ່າ 3 ເທົ່າ ໃນທົດສະວັດນີ້. ໂດຍທ່ານວາລາດີເມຍ ປູຕິນ ກ່າວ ໃນລະຫວ່າງ ກອງປະຊຸມ AI Journey ໃນນະຄອນຫລວງ ມົດສະກູ

ຂປລ. ສຳນັກຂ່າວຊິນຮວາ ຂອງຈີນ ລາຍງານວ່າ: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ການໃຊ້ ພະລັງງານຂອງ ດາຕ້າເຊັນເຕີຣ ທົ່ວປະເທດ ຈະເພີ່ມຂຶ້ນ ຫລາຍກວ່າ 3 ເທົ່າ ໃນທົດສະວັດນີ້. ໂດຍທ່ານວາລາດີເມຍ ປູຕິນ ກ່າວ ໃນລະຫວ່າງ ກອງປະຊຸມ AI Journey ໃນນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ ເມື່ອບໍ່ດົນມານີ້ວ່າ ພາລະກິດ ສຳຄັນ ແລະ ເປັນພື້ນຖານທີ່ສຸດ ຄື: ການເຮັດໃຫ້ ດາຕ້າເຊັນເຕີຣ ສາມາດເຂົ້າເຖິງ ພະລັງງານ ຈຳນວນຫລວງຫລາຍ ຢ່າງຕໍ່ເນື່ອງ, ໝັ້ນຄົງ ແລະ ເຊື່ອຖືໄດ້. ນອກຈາກນີ້ ທ່ານ ວາລາດີເມຍ ປູຕິນ ຊີ້ແຈງວ່າ: ແຜນການຕັ້ງດາຕ້າ ເຊັນເຕີຣ ຕ້ອງໃຫ້ສອດຄ່ອງກັບ ການພັດທະນາ ພື້ນຖານ ໂຄງລ່າງ ດ້ານພະລັງງານ ຂອງ ປະເທດ ໃນໄລຍະຕໍ່ໄປ, ລວມເຖິງ ໂຮງໄຟຟ້າ ຖ່ານຫີນ ຂັ້ນສູງ ທີ່ ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ຕະຫລອດເຖິງແຫລ່ງພະລັງງານ ສະອາດອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top