ເກີດນໍ້າຖ້ວມພາກກາງຂອງ ຫວຽດນາມ ເສຍຊີວິດເກືອບ 60 ຄົນ

24/11/2025 12:57
ຂປລ ວັນທີ 23 ພະຈິກ, ຍອດຜູ້ເສຍຊີວິດຈາກຝົນຕົກໜັກ ແລະ ນໍ້າຖ້ວມພາກກາງຂອງ ຫວຽດນາມ ເພີ່ມຂຶ້ນເປັນ 90 ຄົນ ແລະ ສູນຫາຍ 12 ຄົນ.ນອກຈາກນີ້ ນໍ້າໄດ້ຖ້ວມພື້ນທີ່ກະສິກຳເກືອບ 80.000 ເຮັກຕາ.

ຂປລ.ສຳນັກງານຈັດການໄພພິບັດ ແລະ ເຂື່ອນກັ້ນນໍ້າຂອງ ຫວຽດນາມ ລາຍງານວ່າ: ວັນທີ 23ພະຈິກ,  ຍອດຜູ້ເສຍຊີວິດຈາກຝົນຕົກໜັກ ແລະ ນໍ້າຖ້ວມພາກກາງຂອງ ຫວຽດ ນາມ ເພີ່ມຂຶ້ນເປັນ 90 ຄົນ ແລະ ສູນຫາຍ 12ຄົນ.ນອກຈາກນີ້ ນໍ້າໄດ້ຖ້ວມພື້ນທີ່ກະສິກຳເກືອບ 80.000 ເຮັກຕາ. ໃນນັ້ນ ລວມມີພື້ນທີ່ນາເຂົ້າ ແລະ ພືດ ອື່ນໆ. ໃນຂະນະດຽວກັນ, ສັດປິກ, ສັດລ້ຽງຫລາຍກວ່າ 3,2 ລ້ານໂຕ ເສຍຊີວິດ, ເຮືອນຊານ ກວ່າ 28.400 ຫລັງ ຖືກນໍ້າຖ້ວມພັດໄປ ແລະ  ເຮືອນຊານອີກ 946 ຫລັງ ໄດ້ຮັບຄວາມເສຍຫາຍ. ເຈົ້າໜ້າທີ່ ທາງການ ໄດ້ປະເມີນ ຄວາມເສຍຫາຍທາງດ້ານເສດຖະກິດໄວ້ປະມານ 358 ລ້ານໂດລສະຫະລັກ./

KPL

ຂ່າວອື່ນໆ

ads
ads

Top