ຂປລ
ນະຄອນໂຮຈິມິນ ຊຶ່ງເປັນ ສູນກາງ ທາງພາກໃຕ້ ຂອງ ຫວຽດນາມ ຈະເລີ່ມກໍ່ສ້າງ ທາງລົດໄຟໃຕ້ດິນ ສາຍໃໝ່ ໃນວັນທີ 19 ທັນວາ 2025 ນີ້ , ໂດຍມີ ມູນຄ່າການລົງທຶນ ປະມານ 3,3 ຕື້ໂດລາ ສະຫະລັດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ນັກຂ່າວ ຫວຽດນາມ ລາຍງານວ່າ: ນະຄອນໂຮຈິມິນ ຊຶ່ງເປັນ ສູນກາງ ທາງພາກໃຕ້ ຂອງ ຫວຽດນາມ ຈະເລີ່ມກໍ່ສ້າງ ທາງລົດໄຟໃຕ້ດິນ ສາຍໃໝ່ ໃນວັນທີ 19 ທັນວາ 2025 ນີ້ , ໂດຍມີ ມູນຄ່າການລົງທຶນ ປະມານ 3,3 ຕື້ໂດລາ ສະຫະລັດ.
ເສັ້ນທາງລົດໄຟ ໃຕ້ດິນສາຍ ເບນແທງ-ເກີນຢໍ (Ben Thanh-Can Gio) ມີຄວາມຍາວ 53 ກິໂລແມັດ ໂດຍຈະແລ່ນຜ່ານ ເຂດຊຸມຊົນ ແລະ ເຂດປົກຄອງ 8 ແຫ່ງ, ຊຶ່ງມີ ກຳນົດ ເລີ່ມໃຫ້ ບໍລິການ ດ້ານການຄ້າ ພາຍໃນ ປີ 2028. ເສັ້ນທາງດັ່ງກ່າວ ເປັນລົດໄຟ ມາດຕະຖານ ລາງຄູ່ ແລະ ຄາດວ່າ ຈະຮອງຮັບ ຜູ້ໂດຍສານ ຫລາຍກວ່າ 43.600 ຄົນຕໍ່ວັນ ແລະ ມີຄວາມໄວສູງສຸດ ທີ່ ອອກແບບໄວ້ 350 ກິໂລແມັດຕໍ່ຊົ່ວໂມງ./
KPL