ປາກເຊ ເຊັນເຕີພາກ ຕະຫລາດກາງຄືນ ຈຸດນັດພົບທີ່ໜ້າສົນໃຈ

18/11/2025 11:07
ຂປລ ຂປລ. ປາກເຊ​ ເຊັນເຕີພາກ​ ເປັນຕະຫລາດກາງຄືນອີກແຫ່ງໜຶ່ງ​ ໃນນະຄອນປາກເຊ​ ແຂວງຈໍາປາສັກ​ ຕັ້ງຢູ່ບ້ານປາກເຊ​ (ແຄມຂອງ) ​ ​​​ເປັນ​ຈຸດ​ນັດ​ພົບ​ທີ່ໜ້າສົນ​ໃນ ​ເນື່ອງ​ຈາກ​ວ່າ​ສະຖານ​ທີ​່ແຫ່ງ​ນີ້ ມີ​ຈຸດຂາຍອາຫານ,​ ເຄື່ອງ​ດື່ມ,​ ເຄື່ອງທີ່ລະນຶກ​ ແລະ​ ເສື້ອຜ້າ​

ຂປລ. ປາກເຊ​ ເຊັນເຕີພາກ​ ເປັນຕະຫລາດກາງຄືນອີກແຫ່ງໜຶ່ງ​ ໃນນະຄອນປາກເຊ​ ແຂວງຈໍາປາສັກ​ ຕັ້ງຢູ່ບ້ານປາກເຊ​ (ແຄມຂອງ) ​ ​​​ເປັນ​ຈຸດ​ນັດ​ພົບ​ທີ່ໜ້າສົນ​ໃນ ​ເນື່ອງ​ຈາກ​ວ່າ​ສະຖານ​ທີ​່ແຫ່ງ​ນີ້ ມີ​ຈຸດຂາຍອາຫານ,​ ເຄື່ອງ​ດື່ມ,​ ເຄື່ອງທີ່ລະນຶກ​ ແລະ​ ເສື້ອຜ້າ​ .ສະ​ນັ້ນ, ຈຶ່ງ​ເໝາະສົ​ມ​ແກ່​ການ​ນັ່ງ​ພັກຜ່ອນ​ຢ່ອນ​ໃຈກິນ​ອາຫານ​ແຊບໆ,ຟັງ​ເພງ​ມ່ວນໆ.​

ທ່ານ​ ສຸກ​ປະສິດ​ ບຸດດາວົງ​ ຜູ້ບໍລິຫານ ປາກເຊ​ ເຊັນເຕີພາກ​ ໃຫ້ຮູ້ວ່າ: ເພື່ອປະຕິບັດ​ຕາມແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ​ຂອງພັກ​ ແລະ​ ລັດຖະບານ​ ເວົ້າລວມ,​ ເວົ້າ​ສະເພາະ​ແມ່ນແຜນພັດທະນາເສດຖະກິດ-​ສັງຄົມ ຂອງແຂວງ​ຈໍາປາສັກ​ ກ່ຽວກັບ​ການສ້າງນະຄອນປາກເຊ ເປັນຈຸດໃຈກາງດ້ານເສດຖະກິດ,​ ການຄ້າ,​ ການບໍລິການ​ ແລະ​ ການທ່ອງທ່ຽວ​ ທັງເປັນການ​ປະກອບສ່ວນ​ເຮັດໃຫ້ນະຄອນປາກເຊ ມີບ່ອນບໍລິການດ້ານການຂາຍເຄື່ອງນຸ່ງ,​ ເຄື່ອງທີ່ລະນຶກ,​ ອາຫານ​ ແລະ​ ເຄື່ອງດື່ມ​ ໃນເວລາກາງຄືນ​ ນັບມື້ນັບຫລາຍຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ໃຫ້ມີຫລາຍທາງເລືອກ ໃນການທ່ຽວຊື້ທ່ຽວຊົມ ແລະ ຜ່ານມາກໍໄດ້ມີໂອກາດ ໄປທັດສະນະສຶກສາ ແລະ​ ແລກປ່ຽນບົດຮຽນຢູ່ຕາມສະຖານທີ່ບໍລິການ ແລະ​ ສະຖານທີ່ທ່ອງທ່ຽວຫລາຍບ່ອນ ຊຶ່ງເຮັດໃຫ້ເກີດມີແນວຄວາມຄີດຢາກນຳເອົາບົດຮຽນດັ່ງກ່າວມາພັດທະນາແຂວງຈຳປາສັກ​ ກໍຄືນະຄອນປາກເຊ ໃຫ້ມີຈຸດນັດພົບທີ່ສາມາດຮອງຮັບ​ ແລະ​ ດຶງດູດນັກທ່ອງທ່ຽວ ກໍຄື​ລູກຄ້າ​ ພາຍໃນແຂວງ, ຕ່າງແຂວງ​ ແລະ​ ຕ່າງປະເທດ​ ໃຫ້ເຂົ້າມາທ່ອງທ່ຽວ​ແຂວງ​ຈໍາປາສັກ​ ແລະ​ ນະຄອນປາກເຊ​ນັບມື້ຫລາຍຂຶ້ນ ຈຶ່ງການເປັນແຮງບັນດານໃຈໃຫ້ຂ້າພະເຈົ້າເລີ່ມຕົ້ນໃນການສ້າງເປັນໂຄງການຕະ ຫລາດກາງຄືນ.​

ທ່ານ​ ສຸກ​ປະສິດ​ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງ​ ປາກເຊ​ ເຊັນເຕີພາກ​ ເລີ່ມແຕ່​​ວັນທີ 15​ ມິຖຸນາ​ 2025, ຮອດວັນທີ​ 15​ ກັນຍາ​ 2025​ ຈຶ່ງສໍາເລັດ ​ໂດຍມູນຄ່າການລົງທຶນທັງໝົດ​ 18 ຕື້​ 880 ລ້ານກີບ​ ແລະ​ ໄດ້ທົດລອງເປີດບໍລິການໃນຄືນວັນທີ​ 16​ ກັນຍາ​ 2025​ ຜ່ານມາ​ ເຫັນວ່າ ມີຜູ້ຄົນມາທ່ຽວຊື້ທ່ຽວຊົມ ເປັນຈໍານວນຫລວງຫລາຍ​ ເຮັດໃຫ້​ຕະຫລາດພວກເຮົາມີບັນຍາກາດຟົດຟື້ນດີ.​ ພ້ອມນີ້​ ປາກເຊ​ ເຊັນເຕີພາກ​ ຍັງສາມາດສົ່ງເສີມໃຫ້ຊາວໜຸ່ມໄວໜຸ່ມ ແລະ​ ພໍ່ແມ່ປະຊາຊົນໃນທ້ອງຖິ່ນ​ມີວຽກເຮັດງານທໍາ,​ ມີລາຍຮັບເພີ່ມຂຶ້ນ ຍ້ອນ​ວ່າ​ ປາກເຊ​ ເຊັນເຕີພາກ​ ມີຮ້ານທັງໝົດ​ 68​ ຮ້ານ​,ເຮັດໃຫ້ມີການຈ້າງງານຢ່າງຫລວງຫລາຍອັນເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນເຂດດັ່ງກ່າວມີລາຍຮັບເພິ່ນຂຶ້ນ. ປາກເຊ​ ເຊັນເຕີພາກ​ ເປີດບໍລິການ​ທຸກວັນ​ ເລີ່ມແຕ່ເວລາ 16​ ໂມງ​-​23 ໂມງ.​ ສະນັ້ນ, ຈຶ່ງ​ເຊີນຊວນທຸກໆທ່ານທີ່​ໄດ້​ມານະ​ຄອນ​ປາກ​ເຊ ກໍ​ສາມາດ​ແວ່​ເຂົ້າ​ມາທ່ຽວຊົມ ຮັບຮອງ​ວ່າ​ທ່ານ​ຈະ​ປະ​ທັບ​ໃຈ​ແນ່ນອນ ​ເນື່ອງ​ຈາກ​ວ່າ ມີ​ອາຫານ​ຫລາກ​ຫລາຍ​ໃຫ້​ເລືອກ​, ມີຫ້ອງນໍ້າທີ່ສະອາດ​ ແລະ​ ມີສະຖານທີ່ຈອດລົດກວ້າງຂວາງ​ໄວ້ບໍລິການລູກຄ້າ.

ໂອກາດນີ້,​ ທ່ານ​ ນາງ​ ຕຸກຕາ ສີວິໄລ​ ຮ້ານອາຫານຟູມູນ​ ທີ່ນໍາເອົາອາຫານປະເພດທອດເອັນໄກ່,​ ຢໍ້ຂາໝູ,​ ໃສ່ກອກ, ເຂົ້າໜົມ​ ແລະ​ ອາຫານປະເພດອື່ນ​ໆ ມາຮ່ວມຈໍາໜ່າຍຢູ່ຕະຫລາດດັ່ງກ່າວ​ ໃຫ້ສໍາພາດວ່າ: ແຕ່ມື້ເປີດບໍລິການ ມາເຖິງ ປັດຈຸບັນ​ ເຫັນວ່າໄດ້ຂາຍດີ,​ ມີລູກຄ້າມາອຸດໜູນຕະຫລອດ.

ພ້ອມນີ້,​ ທ່ານ​ ບຸນລົ້ນ ພວງມະນີ ໜຶ່ງໃນລູກຄ້າທີ່ມາໃຊ້ບໍລິການ​ ໃນ​ ປາກເຊ​ ເຊັນເຕີພາກ ກໍໃຫ້ສໍາພາດວ່າ: ເປັນຄັ້ງທໍາອິດທີ່ຂ້າພະເຈົ້າເຂົ້າມາໃຊ້ບໍລິການ​ ເຫັນວ່າ​ບັນຍາກາດດີ,​ ມີສີສັນ,​ ການບໍລິການ​ກໍດີ, ອາຫານ​ກໍ​ແຊບ​ ມີຄົບຈົບທຸກຢ່າງ​,​ ຂ້າພະເຈົ້າ​ຮູ້ສຶກດີໃຈທີ່ໄດ້ມາສໍາພັດກັບບັນຍາກາດດີໆແບບນີ້.

ໂດຍ: ທູນທອງໃຈ​

KPL

ຂ່າວອື່ນໆ

ads
ads

Top