ຂປລ
ບໍລິສັດການບິນພາກໃຕ້ຈີນ ຫລື China Southern Airlines ແຈ້ງໃຫ້ຮູ້ວ່າ ເຮືອບິນ C919 ລຳໜຶ່ງ ຂອງບໍລິສັດ ການບິນພາກໃຕ້ຈີນ ໄດ້ບິນ ໄປຮອດ ສະໜາມ ບິນສາກົນອານ ມາກທູມນະຄອນດູໄບຂອງສະຫະນະຄອນ ເອເມເຣັດ ອາຣັບ ເມື່ອບໍ່ດົນມານີ້ ເພື່ອເຂົ້າຮ່ວມ ງານວາງສະແດງ ການບິນດູໄບ ປີ 2025
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ບໍລິສັດການບິນພາກໃຕ້ຈີນ ຫລື China Southern Airlines ແຈ້ງໃຫ້ຮູ້ວ່າ ເຮືອບິນ C919 ລຳໜຶ່ງ ຂອງບໍລິສັດການບິນພາກໃຕ້ຈີນ ໄດ້ບິນ ໄປຮອດ ສະໜາມ ບິນສາກົນອານ ມາກທູມນະຄອນດູໄບຂອງ ສະຫະນະຄອນ ເອເມເຣັດ ອາຣັບ ເມື່ອບໍ່ດົນມານີ້ ເພື່ອເຂົ້າຮ່ວມ ງານວາງສະແດງ ການບິນດູໄບ ປີ 2025 ທີ່ຈະຈັດຂຶ້ນ ລະຫວ່າງ ວັນທີ 17 ຫາ 21 ພະຈິກນີ້. ນີ້ແມ່ນ ເຮືອບິນໃຫຍ່ C919 ທີ່ ສປ ຈີນ ເປັນຜູ້ຜະລິດ ໄດ້ຮັບການວາງສະແດງຢູ່ ເຂດຕາເວັນອອກກາງ ເປັນເທື່ອທຳອິດ. ຂ່າວແຈ້ງວ່າ,ເຮືອບິນ 3 ລຳ ທີ່ຜະລິດໂດຍ ບໍລິສັດເຮືອບິນ ໃຊ້ທາງ ການຄ້າຈີນ ຫລື COMAC ເຊິ່ງລວມທັງເຮືອບິນ C919 ຂອງບໍລິສັດ ການບິນພາກໃຕ້ຈີນ ຈະເຂົ້າຮ່ວມ ງານວາງສະແດງ ການບິນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL