ຜູ້ປະກອບການທຸລຽນລາວ-ໄທ ແລກປ່ຽນ ບົດຮຽນການສົ່ງເສີມ ຖຸລຽນລາວໃຫ້ມີຄຸນນະພາບສູງ

13/11/2025 09:31
ຂປລ ຂປລ. ສະມາຄົມທຸລະກິດກະສິກຳລາວ, ຂະແໜງທຸລະກິດຖຸລຽນລາວ ນໍາໂດຍ ທ່ານ ເອລາວັນ ລາດປາກດີ ຜູ້ອຳນວຍການ ບໍລິສັດອີເລເວນ ໂກເດິນຟຸດ ຈຳກັດຜູ້ດຽວ ຜູ້ລິເລີ່ມກໍ່ຕັ້ງກຸ່ມທຸລະກິດຖຸລຽນລາວ



ຂປລ. ສະມາຄົມທຸລະກິດກະສິກຳລາວ, ຂະແໜງທຸລະກິດຖຸລຽນລາວ ນໍາໂດຍ ທ່ານ ເອລາວັນ ລາດປາກດີ ຜູ້ອຳນວຍການ ບໍລິສັດອີເລເວນ ໂກເດິນຟຸດ ຈຳກັດຜູ້ດຽວ ຜູ້ລິເລີ່ມກໍ່ຕັ້ງກຸ່ມທຸລະກິດຖຸລຽນລາວ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະກັບສະມາຄົມຖຸລຽນ ໄທ ນໍາໂດຍ ທ່ານ ວິດທະຍາ ຊອບຊົນ ຮອງປະທານ ສະມາຄົມຖຸລຽນໄທ ເມື່ອມໍ່ໆມານີ້ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກັນໃນການສົ່ງເສີມຖຸລຽນລາວໃຫ້ມີຄຸນນະພາບສູງ, ສາມາດຕອບສະໜອງໄດ້ຕະຫລາດພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.

 ໃນການພົບປະ ແລະ ແລກປ່ຽນບົດຮຽນຄັ້ງນີ້, ຜູ້ປະກອບການທຸລຽນລາວ-ໄທ ໄດ້ລົງຢ້ຽມ ຢາມສວນຖຸລຽນ ທີ່ອອກໝາກແລ້ວ ແລະ ສວນທີ່ພ້ອມໃຫ້ໝາກໃນປີຕໍ່ໄປ ເປັນຕົ້ນ ສວນຖຸລຽນ ທ່ານ ຫລ້າ ຢູ່ບ້ານຫລັກ 23 ເມືອງປາກຊ່ອງ ແຂວງຈຳປາສັກ ປູກຈຳນວນ 2.300 ຕົ້ນ, ສວນຖຸລຽນ ທ່ານ ໄພວັນ ທຳມະວົງ ຢູ່ບ້ານຫລັກ 28 ເມືອງປາກຊ່ອງ ແຂວງ ຈຳປາສັກ ປູກຈຳນວນ 1.900 ຕົ້ນ, ສວນ ບໍລິສັດ ວັນພາໄຊ ພັດທະນາ ກະສິກຳ ການຄ້າ ແລະ ບໍລິການ ຄົບວົງຈອນ ຢູ່ບ້ານໜອງມ່ວງ ເມືອງສະຫນາມໄຊ ແຂວງອັດຕະປື ປູກຈຳນວນ 3.500ຕົ້ນ, ສວນ ທ່ານ ອະໂນໄທ, ທ່ານ ທົງສະຫວັນ ແລະ ທ່ານ ສີລັດ ຢູ່ບ້ານດົງ ເມືອງເລົ່າງາມ ແຂວງສາລະວັນ ຈໍານວນປູກ 2.300 ຕົ້ນ ແລະ ສວນທຸລຽນ ຂອງ ບໍລິສັດ ຈີນໂກ້ ເຊິ່ງເປັນສວນທີ່ມີເນື້ອທີ່ປູກທີ່ໃຫຍ່ອັນດັບຕົ້ນໃນປະເທດລາວ ມີເນື້ອທີ່ປູກ ຫລາຍພັນເຮັກຕາ ເຊິ່ງການພົບປະຢ້ຽມຍາມ-ແລກປ່ຽນບົດຮຽນຢູ່ແຕ່ລະສວນນັ້ນ, ກໍ ເພື່ອຊ່ວຍພັດທະນາຄວາມຮູ້, ຄວາມສາມາດໃນການປູກຖຸລຽນຄຸນນະພາບ ແລະ ສາຍສໍາພັນລາວ-ໄທ ດ້ານຖຸລຽນໃຫ້ກ້າວເດີນໄປນໍາກັນ.




ການເຮັດວຽກຮ່ວມກັນໃນຄັ້ງນີ້, ໄດ້ແລກປ່ຽນບັນຫາກ່ຽວກັບການຈັດການສວນປູກ, ເຕັກນິກໃນການ ບົວລະບັດຮັກສາ, ການໃຫ້ທາດອາຫານບໍາລຸງ, ການກໍາຈັດສັດຕູພືດ, ປ້ອງກັນພະຍາດໄມ້, ການຄັດເລືອກແນວພັນທີ່ດີ. ພ້ອມນັ້ນ, ກໍໄດ້ປຶກສາຫາລື ວາງແຜນເອົາຜົນຜະລິດ, ການຈັບດອກ, ການຄັດເລືອກເອົາໝາກ, ຕອນການ ເກັບກ່ຽວ ແລະ ການໃຫ້ຄວາມຮູ້ສໍາລັບກໍາມະກອນ ພາຍໃນສວນ ກ່ຽວກັບວົງຈອນການປູກຖຸລຽນ.

ທ່ານ ເອລາວັນ ລາດປາກດີ ຜູ້ອຳນວຍການບໍລິສັດອີເລເວນ ໂກເດິນຟຸດ ຈຳກັດຜູ້ດຽວ ຜູ້ລິເລີ່ມກໍ່ຕັ້ງກຸ່ມທຸລະກິດຖຸລຽນລາວ ໄດ້ໃຫ້ຮູ້ວ່າ: ສະມາຊິກປູກຖຸລຽນ ມີທັງໝົດ 170 ສ່ວນ, ມີເນື້ອທີ່ 20.000 ກວ່າເຮັກຕາ, ມີຕົ້ນຖຸລຽນ 300.000 ກວ່າຕົ້ນ. ໃນນັ້ນ, ຕົ້ນໃຫຍ່ສາມາດເກັບກ່ຽວຜົນຜະລິດໄດ້ 10.000 ກວ່າຕົ້ນ, ສະເລ່ຍ ນໍ້າໜັກ 3.000 ໂຕນ. ສໍາລັບແຜນການຮອດປີ 2029 ຈະສາມາດເກັບກ່ຽວໄດ້ 90% ຫລື ປະມານ 270.000 ກວ່າຕົ້ນ ລວມນໍ້າໜັກ 24.300 ໂຕນ.

KPL

ຂ່າວອື່ນໆ

ads
ads

Top