ຂປລ
ໃນວັນທີ 10 ພະຈິກ ປີ 2025 ທີ່ນະຄອນຫລວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ
ຂປລ. ໃນວັນທີ 10 ພະຈິກ ປີ 2025 ທີ່ນະຄອນຫລວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”. ໂຄງການ SCG Sharing The Dream ໃນ ສປປ ລາວ ດຳເນີນຢ່າງຕໍ່ເນື່ອງເປັນປີທີ 14 ໂດຍ ເອັດສຊີຈີໄດ້ ມອບທຶນການສຶກສາໄປແລ້ວ ກວ່າ 2.583 ທຶນ ໃນ ສປປ ລາວ ເຊິ່ງໃນປີນີ້ ເອັດສຊີຈີ ມອບທຶນການສຶກສາຈໍານວນ 125 ທຶນ ໃຫ້ແກ່ນັກຮຽນ ແລະ ນັກສຶກສາທົ່ວປະເທດ, ໂດຍແບ່ງເປັນ 80 ທຶນ ສຳລັບນັກຮຽນລະດັບມັດທະຍົມຕອນປາຍໃນທົ່ວນະຄອນຫລວງວຽງຈັນ, 30 ທຶນ ສຳລັບນັກຮຽນມັດທະຍົມຕອນປາຍໃນແຂວງ ຄໍາມ່ວນ ແລະ 15 ທຶນ ສຳລັບນັກສຶກສາລະດັບມະຫາວິທະຍາໄລທົ່ວປະເທດ ເພື່ອສົ່ງເສີມໃຫ້ເຍົາວະຊົນທີ່ມີສັກກະຍະພາບແຕ່ຂາດແຄນທຶນຮອນ ໄດ້ມີໂອກາດພັດທະນາສັກກະຍະພາບ ແລະ ເສີມສ້າງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
ທ່ານ ປໍລະເມດ ນິສາກອນເສນ ຜູ້ຊ່ວຍຜູ້ຈັດການໃຫຍ່-ການບໍລິຫານກາງ ເອັດສຊີຈີ ໄດ້ກ່າວວ່າ “ເອັດສຊີຈີເຊື່ອວ່າເຍົາວະຊົນທຸກຄົນ ໃນໂຄງການນີ້ມີຄວາມມຸ່ງໝັ້ນທີ່ຈະສ້າງຄວາມຝັນ ແລະ ອະນາຄົດຂອງຕົນເອງ ແລະ ເປັນພະລັງສໍາຄັນໃນການຂັບເຄື່ອນປະເທດ ສູ່ຄວາມຍືນຍົງ ສອດຄ່ອງກັບແນວຄິດ Inclusive Society ຂອງ ເອັສຊີຈີ ທີ່ມຸ່ງໝັ້ນໃຫ້ທຸກຄົນເຕີບໂຕໄປດ້ວຍກັນຢ່າງຍືນຍົງ, ເອັດສຊີຈີພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນການມອບໂອກາດທາງດ້ານການສຶກສາ ພ້ອມຈຸດປະກາຍໃຫ້ເຍົາວະຊົນເກີດຄວາມຮູ້ສຶກມີສ່ວນຮ່ວມໃນການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ໂອກາດນີ້ ຂ້າພະເຈົ້າ ຂໍຂອບໃຈທຸກພາກສ່ວນທີ່ໄດ້ຮ່ວມເປັນກຳລັງສຳຄັນໃນການດຳເນີນໂຄງການນີ້້ຈົນປະສົບຜົນສຳເລັດອີກຄັ້ງ”.
ໂຄງການ SCG Sharing The Dream ເປັນໜື່ງໃນໂຄງການພັດທະນາສັກກະຍະພາບ ເຍົາວະຊົນໃນພູມມິພາກອາຊີຂອງ ເອັດສຊີຈີ ເຊິ່ງໄດ້ດຳເນີນການພາຍໃນ 5 ປະເທດ ໄດ້ແກ່ ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກໍາປູເຈຍ ໂດຍຕະຫລອດໄລຍະເວລາກວ່າ 112ປີ ເອັດສຊີຈີດໍາເນີນທຸລະກິດຄວບຄູ່ກັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ໂຄງການ SCG Sharing The Dream ຈຶ່ງເປັນອີກໜຶ່ງພາລະກິດສຳຄັນໃນການສ້າງ “Green Generation” ຫລື ເຍົາວະຊົນຮຸ່ນໃໝ່ທີ່ສາມາດນຳຄວາມຮູ້ໄປພັດທະນາຊຸມຊົນ, ສັງຄົມ ແລະ ປະເທດຊາດໃຫ້ເຕີບໃຫຍ່ຢ່າງຍືນຍົງຕໍ່ໄປ.
KPL