ຂປລ
ໝູ່ບ້ານທ່ອງທ່ຽວ ເຂດຊຸມຊົນ ກິ່ງເຊີນ (ລ້າງເຊີນ) ຫາກໍ່ ມີຄວາມເປັນກຽດ ໄດ້ຮັບນາມມະຍົດ “ໝູ່ບ້ານທ່ອງທ່ຽວ ດີທີ່ສຸດ ໃນໂລກ 2025” ໂດຍອົງການ ທ່ອງທ່ຽວ ສປຊ (UN Tourism) ມອບໃຫ້.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໝູ່ບ້ານທ່ອງທ່ຽວ ເຂດຊຸມຊົນ ກິ່ງເຊີນ (ລ້າງເຊີນ) ຫາກໍ່ ມີຄວາມເປັນກຽດ ໄດ້ຮັບນາມມະຍົດ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ 2025” ໂດຍອົງການ ທ່ອງທ່ຽວ ສປຊ (UN Tourism) ມອບໃຫ້. ບັນດາສະຖານທີ່ ໄດ້ຮັບລາງວັນໃນຄັ້ງນີ້ ໄດ້ຮັບການຄັດເລືອກຈາກ ສຳເນົາເອກະສານ 270 ຊຸດ ທີ່ມາຈາກ 65 ປະເທດ, ອີງຕາມມາດຖານ ກ່ຽວກັບ ຄຸນຄ່າລັກແຫຼ່ງ ດ້ານຊັບພະຍາກອນ ທຳມະຊາດ ແລະ ວັດທະນະທຳທ້ອງ ຖິ່ນ,ພ້ອມທັງ ມີບັນດາການກະທຳປ່ຽນແປງໃໝ່, ໃຫ້ຄຳໝັ້ນສັນຍາ ພັດທະນາ ການທ່ອງທ່ຽວ ເໝາະສົມກັບເປົ້າໝາຍ ພັດທະນາ ແບບຍືນຍົງຂອງ ສະຫະປະຊາຊາດ(ສປຊ). ລາງວັນນີ້ ບໍ່ພຽງແຕ່ເຊີດຊູ ສະຖານທີ່ທ່ອງທ່ຽວທ້ອງ ຖິ່ນ ຂອງລ້າງເຊີນເທົ່ານັ້ນ ຫາກຍັງ ປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະ ພັດທະນາ ຂະແໜງການທ່ອງທ່ຽວ ຕາມທິດຍືນຍົງ, ມີຄວາມຮັບຜິດຊອບ ແລະ ນຳມາເຊິ່ງຜົນປະໂຫຍດ ທາງດ້ານເສດຖະກິດ, ວັດທະນະທຳ ເຂດຊຸມຊົນ ຢູ່ທ້ອງຖິ່ນ, ກໍ່ຄືສ້າງທີ່ຕັ້ງບົດບາດຂອງ ການທ່ອງທ່ຽວ ລ້າງເຊີນ ໃນແຜນທີ່ ການທ່ອງທ່ຽວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL