ຄຳມ່ວນເກັັບກ່ຽວເຂົ້ານາປີ ສຳເລັດ 39,300 ກວ່າເຮັກຕາ

05/11/2025 10:30
ຂປລ ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນການ ເກັບກ່ຽວເຂົ້ານາປີ (ນາຫວ່ານ ແລະ ນາດໍາ) ຂອງກະສິກອນແຂວງຄຳມ່ວນ ສໍາເລັດແລ້ວ 39.362 ເຮັກຕາ.

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນການ ເກັບກ່ຽວເຂົ້ານາປີ (ນາຫວ່ານ ແລະ ນາດໍາ) ຂອງກະສິກອນແຂວງຄຳມ່ວນ ສໍາເລັດແລ້ວ 39.362 ເຮັກຕາ ເທົ່າກັບ 46,89% ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວແລ້ວ 24.946 ເຮັກຕາ ເທົ່າກັບ 45,84% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ 14.416 ເຮັກຕາ ເທົ່າກັບ 48,82% ຂອງເນື້ອທີ່ເກັບກ່ຽວຕົວຈິງ. 

      ອີງຕາມຂໍ້ມູນຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂ້ົາ 92.791 ເຮັກຕາ, ຄາດຄະເນຜົນຜະລິດ 351.604 ໂຕນ ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.189 ເຮັກຕາ, ຄາດຄະເນຜົນຜະລິດ 228.856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31.602 ເຮັກຕາ, ຄາດຄະເນຜົນຜະລິດ 122.748 ໂຕນ.

   ຜ່ານການຈັດຕັ້ງປະຕິບັດເນື້ອທີ່ນາໄດ້ 91.637 ເຮັກຕາ ເທົ່າກັບ 98.75% ຂອງເນື້ອທ່ີ ແຜນການປີ, ເນ້ືອທ່ີເສຍຫາຍຈາກນໍ້າຖ້ວມ 7.691 ເຮັກຕາ, ເນື້ອທ່ີ ຍັງເຫລືອ 83.946 ເຮັກຕາ ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 60.638 ເຮັກຕາ, ເນື້ອທີ່ເສຍຫາຍ 6.220 ເຮັກຕາ, ເນື້ອທີ່ຍັງເຫລືອ 54.418 ເຮັກຕາ; ເນ້ືອທ່ີແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 31.059 ເຮັກຕາ, ເນ້ືອທ່ີເສຍຫາຍ 1.471 ເຮັກຕາ, ເນື້ອທີ່ຍັງເຫລືອ 29.528 ເຮັກຕາ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

KPL

ຂ່າວອື່ນໆ

ads
ads

Top