ມວນຊົນ ນວ ຮ່ວມອແຮ່ຜາສາດເຜິ້ງ ໃນບຸນນະມັດສະການພະທາດຫລວງວຽງຈັນ

05/11/2025 10:19
ຂປລ ພິທີແຫ່ຜາສາດເຜິ້ງ ບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2025 ຊຶ່ງປີນີ້ແມ່ນກົງກັບວັນທີ 4 ພະຈິກ, ມື້ຂຶ້ນ 14 ຄ່ໍາ ເດືອນ 12 ລາວ.

    ຂປລ. ພິທີແຫ່ຜາສາດເຜິ້ງ ບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2025 ຊຶ່ງປີນີ້ແມ່ນກົງກັບວັນທີ 4 ພະຈິກ, ມື້ຂຶ້ນ 14 ຄ່ໍາ ເດືອນ 12 ລາວ, ບັນດາມວນຊົນນະຄອນຫລວງວຽງຈັນ (ນວ), ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຕ່າງກໍຫລັ່ງໄຫລເຂົ້າຮ່ວມພິທີແຫ່ດັ່ງກ່າວ, ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ຮັກສາໄດ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

   ພິທີແຫ່ຜາສາດເຜິ້ງປີນີ້, ໄດ້ດຳເນີນຂຶ້ນໃນຕອນບ່າຍ ຊຶ່ງໄດເລີ່ມເຕົ້າໂຮມກັນທີ່ວັດໜອງບອນແລ້ວແຫ່ເຂົ້າມາເດີ່ນກົມມະລຽນທາດຫລວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພຸດ, ພະທຳ ແລະ ພະສົງ ໂດຍມີຂະບວນພະສົງອອກນຳໜ້າ ແລະ ການນຳພັກ-ລັດ ຊ່ຶງນຳພາໂດຍທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ພູວົງ ວົງຄຳຊາວ ຮອງເຈ້ົາຄອງ ນວ, ມີການນຳພັກ-ລັດ, ບັນດາເຖົ້າແກ່ອາວຸໂສ ແລະ ຊາວໜຸ່ມຍິງ-ຊາຍ ຮ່ວມກັນຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ມີການປະສົມປະສານດ້ວຍສຽງຂັບ, ສຽງລໍາຈາກທ້ອງຖິ່ນຕ່າງໆ ທີ່ຟັງແລ້ວເປັນຕາສະອອນໃຈ ພ້ອມທັງມີການນຸ່ງຖືຂອງຊົນເຜົ່າຕ່າງໆສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່ານັ້ນເອງ.

    ປະເພນີແຫ່ຜາສາດເຜິ້ງ ເປັນພິທີກໍາທາງສາສະໜາແມ່ນວັດທະນະທໍາອັນດີງາມທີ່ສະແດງເຖິງຄວາມພາກພຽນການປະດິດຄິດສ້າງ ແລະ ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະປະຊາຊົນນະຄອນຫລວງວຽຈັນ ທີ່ສືບທອດກັນມາແຕ່ບູຮານນະການ ຊຶ່ງໄດ້ຈັດຂຶ້ນທຸກໆປີແນໃສ່ເພື່ອສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ໃຫ້ເຖິງເຊັ່ນລູກ-ຫລານຕະຫລອດໄປ.

ຂ່າວ: ກິດຕາ, ພາບ: ເກດສະໜາ 

KPL

ຂ່າວອື່ນໆ

ads
ads

Top