ກຳປູເຈຍ ສະເຫລີມສະຫລອງວັນຊາດ ຄົບຮອບ 72 ປີ

10/11/2025 13:30
ຂປລ ກຳປູເຈຍ ໄດ້ຈັດພິທີ ສະເຫລີມ ສະຫລອງ ວັນຊາດ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງ ກອງທັບ ພະບໍລົມວົງສານຸວົງ ກຳປູເຈຍ (9/11/1953-9/11/2025). ພິທີໄດ້ດຳເນີນໄປ ພາຍໃຕ້ ການເປັນປະທານ ຂອງກະສັດ ນໍໂຣດົມ ສີຫາໂມນີ(Norodom Sihamoni).

    ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ກຳປູເຈຍ ໄດ້ຈັດພິທີ ສະເຫລີມ ສະຫລອງ ວັນຊາດ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງ ກອງທັບ ພະບໍລົມວົງສານຸວົງ ກຳປູເຈຍ (9/11/1953-9/11/2025). ພິທີໄດ້ດຳເນີນໄປ ພາຍໃຕ້ ການເປັນປະທານ ຂອງກະສັດ ນໍໂຣດົມ ສີຫາໂມນີ(Norodom Sihamoni). ພາຍຫລັງ ພິທີເຄົາລົບ ທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາ ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃຕ້ທວນໄຟ ໃນອະນຸສາວະລີ ເອກະລາດ ຢູ່ໃຈກາງນະຄອນຫຼວງ ພະນົມເປັນ. ກະສັດ Norodom Sihamoni ຍັງໄດ້ໄປກວດກ້ອນກຳລັງ, ຊົມເຊີຍບັນດາກຳລັງຂຶ້ນກັບ ກອງທັບ ພະບໍລົມວົງສານຸວົງ ກຳປູເຈຍ, ຍິນດີຕ້ອນຮັບ ບັນດາຜູ້ແທນ ແລະ ປະຊາຊົນ ກຳປູເຈຍ ທຸກຊັ້ນວັນນະ ແລະ ເພື່ອນມິດສາກົນ ທີ່ໄດ້ເຂົ້າຮ່ວມພິທີ ຢ່າງສົມກຽດນີ້. ພິທີສະເຫລີມ ສະຫລອງ ວັນຊາດ ກຳປູເຈຍ ຄົບຮອບ 72 ປີ ໄດ້ດຳເນີນໄປ ໃນສະພາບການ ປະເທດ ກຳປູເຈຍ, ພາຍໃຕ້ ການເປັນເຈົ້າຂອງກະສັດ Norodom Sihamoni ການຊີ້ນຳ ນຳພາພັກ ປະຊາຊົນ ກຳປູເຈຍ ແລະ ລັດຖະບານ ພະບໍລົມວົງສານຸວົງ ອາຍຸການທີ 7 ຂອງທ່ານ ຮຸນມາເນັດ(Hun Manet),ນາຍົກລັດຖະມົນຕີ ໄດ້ຜ່ານຜ່າຄວາມຫຍຸ້ງ ຍາກສິ່ງທ້າທາຍ ນາໆປະການ ໃນທຸກດ້ານ ເພື່ອຮັກສາ ສະຖຽນລະພາບ ແລະ ຮັກສາການເຕີບໂຕເສດ ຖະກິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top