ພີທີເຊັນສັນຍາສະບັບຍາວ ກ່ຽວກັບ ລິກຂະສິດ ງານກິລາ ໂອລິມປິກ ປີ 2026-2032

10/11/2025 13:31
ຂປລ ເນື່ອງ​ໃນ​ໂອ​ກາດ ຈະ​ໄຂ​ງານ​ກິ​ລາ ​ທົ່ວ​ປະ​ເທດ​ຈີນ ​ຄັ້ງ​ທີ 15 ​ຢູ່​ນະ​ຄອນກວາງ​ໂຈ່ວ ​ແຂວງກວາງ​ຕຸ້ງ ຂອງ ສ​ປ ຈີນ, ວິ​ທະ​ຍຸ-​ໂທ​ລະ​ພາບ ​ສູນ​ກາງ​ຈີນ (CMG) ແລະ ຄະ​ນະ​ກຳ​ມະ​ການ​ ໂອ​ລິມ​ປິກ ​ສາ​ກົນ (IOC) ໄດ້ເຊັນ​ສັນ​ຍາ​ ສະ​ບັບ​ຍາວ​ ກ່ຽວ​ກັບ ​ລິກ​ຂະ​ສິດ ງານກິລາ​ໂອ​ລິມ​ປິກ ​ປີ 2026-2032.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເນື່ອງ​ໃນ​ໂອ​ກາດ ຈະ​ໄຂ​ງານ​ກິ​ລາ ​ທົ່ວ​ປະ​ເທດ​ຈີນ ​ຄັ້ງ​ທີ 15 ​ຢູ່​ນະ​ຄອນກວາງ​ໂຈ່ວ ​ແຂວງກວາງ​ຕຸ້ງ ຂອງ ສ​ປ ຈີນ, ວິ​ທະ​ຍຸ-​ໂທ​ລະ​ພາບ ​ສູນ​ກາງ​ຈີນ (CMG) ແລະ ຄະ​ນະ​ກຳ​ມະ​ການ​ ໂອ​ລິມ​ປິກ ​ສາ​ກົນ (IOC) ໄດ້ເຊັນ​ສັນ​ຍາ​ ສະ​ບັບ​ຍາວ​ ກ່ຽວ​ກັບ ​ລິກ​ຂະ​ສິດ ງານກິລາ​ໂອ​ລິມ​ປິກ ​ປີ 2026-2032. ທ່ານ ​ເຊິ້ນ​ໄຫ​ສົງ, ຮອງ​ຫົວ​ໜ້າ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ CMG ແລະ ທ່ານ​ ນາງ​ ເກີ​ສ​ຕີ ໂຄ​ເວັນ​ຕ​ຣີ, ​ປະ​ທານ​ ຄະ​ນະ​ກຳ​ມະ​ການ ​ໂອ​ລິມ​ປິກ​ ສາ​ກົນ ​ໄດ້​ຕາງ​ໜ້າ​ ສອງ​ຝ່າຍ ລົງນາມ ໃນ​ສັນ​ຍາ ແລະ ຮ່ວມ​ກັນ ເປີດ​ເຜີຍ ​ກາ​ໝາຍ ​ລາຍ​ງານ ​ງານ​ກິ​ລາ​ໂອ​ລິມ​ປິກ ​ລະ​ດູ​ໜາວ​ ມີ​ລານ-ກໍ​ຕີ​ນາ ເດັມ​ເປ​ໂຊ ປີ 2026 ຂອງ CMG. ທ່ານ​ ໂທ​ມາ​ສ ບາ​ສ ປະ​ທານ​ກິດ​ຕິ​ມະ​ສັກ​ ຕະຫລອດການ ຂອງ​ຄະ​ນະ​ກຳ​ມະ​ການ ​ໂອ​ລິມ​ປິກ​ສາ​ກົນ​ ໄດ້​ເຂົ້າ​ຮ່ວມ​ພິ​ທີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top