ຂປລ
ຂປລ. ພະນັກງານສະມາຊິກພັກ, ຄະນະພັກຂັ້ນຕ່າງໆມີບົດບາດສຳຄັນໃນການນຳເອົາແນວທາງນະໂຍບາຍຂອງພັກໄປຈັດຕັ້ງປະຕິບັດເພື່ອຮັບໃຊ້ຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ
ຂປລ. ພະນັກງານສະມາຊິກພັກ, ຄະນະພັກຂັ້ນຕ່າງໆມີບົດບາດສຳຄັນໃນການນຳເອົາແນວທາງນະໂຍບາຍຂອງພັກໄປຈັດຕັ້ງປະຕິບັດເພື່ອຮັບໃຊ້ຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ ເຖິງວ່າ ພັກເຮົາໄດ້ອອກແຮງກໍ່ສ້າງ ແລະ ບຳລຸງພະນັກງານ, ສະມາຊິກພັກ, ຄະນະພັກແຕ່ລະຂັ້ນມາຢ່າງເປັນປົກກະຕິ ແລະ ຕໍ່ເນ່ືອງ, ແຕ່ວ່າໃນເງ່ືອນໄຂພາລະກິດປ່ຽນແປງໃໝ່, ການເປີດປະຕູສູ່ໂລກພາຍນອກຢູ່ປະເທດເຮົາ ຖ້າວ່າພະນັກງານບໍ່ມີຄຸນສົມບັດທາດແທ້ປະຕິວັດທີ່ໜັກ
ແໜ້ນ, ແນ່ນອນວ່າຈະເກີດມີປາກົດການຫຍໍ້ທໍ້ຂຶ້ນຢ່າງຫລວງຫລາຍ ເຊັ່ນ: ເກີດພະຍາດອາຍາສິດ, ການສໍ້ລາດບັງຫລວງ, ການຫລິ້ນກິນຟຸມເຟືອຍ, ໄພສັງຄົມ, ບັນຫາຢາເສບຕິດ, ການຄ້າມະນຸດ, ຄວາມວຸ້ນວາຍໃນສັງຄົມ...ຍັງຈະເກີດຂຶ້ນຢ່າງຕໍ່ເນ່ືອງ. ສິ່ງດັ່ງກ່າວໄດ້ພິສູດ ແລະ ຢັ້ງຢືນວ່າວຽກງານກໍ່ສ້າງພັກ, ພະນັກງານຂອງພັກເຮົາໃນໄລຍະຜ່ານມາແມ່ນຍັງບໍ່ທັນເລິກເຊິງເຖິງຖອງ, ດັ່ງນັ້ນໃນພາລະກິດປ່ຽນແປງໃໝ່ນີ້, ວຽກງານກວດກາ ແລະ ກໍ່ສ້າງພະນັກງານຍັງເປັນວຽກງານແຖວໜ້າທີ່ຕ້ອງໄດ້ສືບຕໍ່ດຳເນີນໄປຢ່າງບໍ່ຢຸດເຊົາ, ເຮັດຢ່າງຕໍ່ເນ່ືອງ ແລະ ຕະຫລອດໄປ. ຍ້ອນມີປາກົດການຫຍໍ້ທໍ້ຫລາຍສິ່ງຫລາຍຢ່າງເກີດຂຶ້້ນ ແລະ ດ້ວຍຄວາມເປັນຫ່ວງເປັນໄຍສະພາບຂອງພະນັກງານ, ສະມາຊິກພັກ, ຄະນະພັກແຕ່ລະຂັ້ນສູນກາງລົງໄປເຖິງຂັ້ນທ້ອງຖິ່ນ, ຕະຫລອດໄລຍະທີ່ຍັງມີຊີວິດຢູ່ ປະທານ ໄກສອນ ພົມວິຫານ ໄດ້ມີຄຳເຫັນຫລາຍສິ່ງຫລາຍຢ່າງໄວ້ວ່າ: “ປະເທດຊາດບໍ່ສາມາດຝາກຊາຕາກຳໄວ້ນຳຄົນທີ່ໂງ່ຈ້າ ແລະ ຂາດລະບຽບວິໄນ”. ນອກຈາກນີ້, ປະທານ ໄກສອນ ພົມວິຫານ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍນຳພະນັກງານຮຸ່ນໃໝ່ ຊຶ່ງເປັນຮຸ່ນສືບທອດ, ປະທານໄດ້ກ່າວໃນເວລາທີ່ມີໂອກາດພົບປະກັບພະນັກງານໄວ້ດັ່ງນີ້: “ມາຮອດໄລຍະໃໝ່ຂອງການປະຕິວັດ, ພະນັກງານນຳພາຮຸ່ນເກົ່າຮອດອາຍຸກະສຽນຮັບບຳນານ ແລະ ໄດ້ສົ່ງຕໍ່ພາລະກິດປະຕິວັດໃຫ້ແກ່ຄົນຮຸ່ນໜຸ່ມ ຊຶ່ງເປັນກົດເກນທີ່ຫລີກລ່ຽງບໍ່ໄດ້.
ແນວໃດກໍດີ, ສະພາບຕົວຈິງຢູ່ປະເທດເຮົາໃນປັດຈຸບັນ ເຖິງວ່າປະເທດເຮົາຍັງມີສະຖຽນລະພາບທາງດ້ານການເມືອງ, ທົ່ວສັງຄົມຍັງມີຄວາມສະຫງົບໂດຍພື້ນຖານ, ແຕ່ກໍບໍ່ປາສະຈາກໄດ້ບັນດາປາກົດການຫຍໍ້ທໍ້ນັບມື້ນັບເພີ່ມຂຶ້ນ, ແຕ່ວ່າການແກ້ໄຂປາກົດການເຫລົ່ານັ້ນ ກໍຍັງບໍ່ເລິກເຊິ່ງເຖິງຖອງ. ເພື່ອຍົກສູງຄຸນນະພາບຂອງພະນັກງານ, ສະມາຊິກພັກໃຫ້ມີຄວາມໜັກແໜ້ນຢູ່ສະເໝີ, ພັກເຮົາໄດ້ສືບຕໍ່ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດທິດສະດີຂອງພັກ, ພ້ອມນັ້ນ ກໍໄດ້ຊີ້ນຳການຄົ້ນຄວ້າທິດສະດີ, ບົດຮຽນການນຳພາຂອງພັກຈາກພັກຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ບົດຮຽນທີ່ກ້າວໜ້າຂອງບັນດາພັກໃນໂລກ, ໄດ້ສະຫລຸບສັງລວມພຶດຕິກຳການນຳພາຂອງພັກເພື່ອນຳມາປັບປຸງແນວທາງຂອງພັກໃຫ້ຖືກຕ້ອງສອດຄ່ອງໃນແຕ່ລະໄລຍະ ແລະ ໄດ້ກຳນົດມະຕິກ່ຽວກັບວຽກງານກໍ່ສ້າງພັກອອກຫລາຍມະຕິ ເຊັ່ນ: ມະຕິກ່ຽວກັບການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ມະຕິວ່າດ້ວຍລະບອບຮ່ຳຮຽນທິດສະດີການເມືອງ, ມະຕິກວ່າດ້ວຍການກໍ່ສ້າງຮາກຖານການເມືອງ, ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໄລຍະ
ໃໝ່. ພັັກເຮົາ ຍັງໄດ້ຊີ້ນຳໃຫ້ຫັນເອົາເນື້ອໃນທິດສະດີການເມືອງ, ວິຊາການເມືອງເຂົ້າໃນຫລັກສູດການສຶກສາ ທັງພາກລັດ ແລະ ເອກະຊົນໃຫ້ເປັນວິຊາພາກບັງຄັບ ເພື່ອສ້າງທັດສະນະຄວາມຮູ້ທາງດ້ານການເມືອງ ເຮັດໃຫ້ທິດສະດີການເມືອງເປັນພື້ນຖານແນວຄິດ ແລະ ການກະທຳຂອງທົ່ວສັງຄົມ.
ໂດຍ: ກ. ອໍລະບູນ (ຄັດຈາກວາລະສານ ອາລຸນໃໝ່)
KPL