ຂປລ
ຂປລ. ປັດຈຸບັນໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ໄດ້ຮ່ວມມືກັບການນຳເມືອງຄຳເກີດ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໃນການຄົ້ນຄວ້າເນື້ອທີ່ດິນທຳການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະແມ່ນບັນດາບ້ານໃນພື້ນທີ່ຂອງໂຄງການ ເພື່ອຜະລິດເຂົ້າ, ມັນຕົ້ນ, ມັນດ້າງ, ສາລີ, ພືດ ຜັກ ແລະ ອື່ນໆ

ຂປລ. ປັດຈຸບັນໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ໄດ້ຮ່ວມມືກັບການນຳເມືອງຄຳເກີດ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໃນການຄົ້ນຄວ້າເນື້ອທີ່ດິນທຳການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະແມ່ນບັນດາບ້ານໃນພື້ນທີ່ຂອງໂຄງການ ເພື່ອຜະລິດເຂົ້າ, ມັນຕົ້ນ, ມັນດ້າງ, ສາລີ, ພືດ ຜັກ ແລະ ອື່ນໆ ໂດຍການຊ່ວຍເຫລືອດັ່ງກ່າວ ເພື່ອຮັບປະກັນທາງດ້ານສະບຽງອາຫານ, ຍົກລະດັບຊີວິດການເປັນຢູ່ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງໝັ້ນຄົງໃນຕໍ່ໜ້າ.
ທ່ານ ທອງວິໄລ ສິລິວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳເກີດໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະເທດລາວ ເມື່ອບໍ່ດົນມານີ້ວ່າ: ສະພາບການຜະລິດກະສິກຳ ໂດຍສະເພາະແມ່ນການປູກເຂົ້າຢູ່ເມືອງຄຳເກີດສ່ວນໃຫຍ່ປະຊາຊົນແມ່ນອາໃສທຳມະຊາດ, ເຂົ້າກໍແມ່ນເຂົ້າພື້ນເມືອງ ສະເລ່ຍຜົນຜະລິດ 4 ໂຕນ/ເຮັກຕາ ໃນໄລຍະຜ່ານມາ ທີ່ລົງຊຸກຍູ້ ຕິດຕາມ. ຂະນະທີ່ເຕັກນິກການຜະລິດແມ່ນນຳໃຊ້ເຄິ່ງທຳມະຊາດ ໂດຍບໍ່ນຳໃຊ້ວິທະຍາສາດໂດຍກົງ. ດັ່ງນັ້ນ ຜົນຜະລິດຈຶ່ງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ. ແນວໃດກໍດີ, ສະເພາະການຮ່ວມມືລະຫວ່າງໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ ກໍມີທິດຊຸກຍູ້ສົ່ງເສີມການຜະລິດກະສິກຳ ຊຶ່ງປັດຈຸບັນແມ່ນໄດ້ທົດລອງການປູກເຂົ້າ, ມັນຕົ້ນ, ມັນດ້າງ ແລະ ສາລີ. ຂະນະທີ່ການປູກເຂົ້າແມ່ນໄດ້ນຳໃຊ້ເຕັກນິກ ທີ່ທາງຫວຽດນາມ ໄດ້ຫັນເອົາວິຊາການຮ່ວມກັບວິຊາການກະ ສິກຳເມືອງ ໂດຍເຂົ້າທີ່ເອົາທົດລອງປີນີ້ ແມ່ນມີສອງຊະນິດຄື: ພັນເຂົ້າໜຽວທີ່ເອົາມາຈາກປະເທດຫວຽດນາມ, ພັນຢູ່ປະເທດເຮົາ (ທ່າດອກຄຳ 14) ຊຶ່ງຜ່ານມາຜົນຜະລິດສະເລ່ຍ 4 ໂຕນ/ເຮັກຕາ. ຂະນະທີ່ການທົດລອງປີນີ້, ແມ່ນໄດ້ທົດລອງດ້ານເຕັກນິກ 3 ເຮັກຕາ, ໂດຍໄດ້ຊຸກຍູ້ເຕັກນິກນັບແຕ່ການໄຖ, ຕົກກ້າ, ການປັກດຳ ແມ່ນນຳໃຊ້ເຕັກນິກວິທະສາດ ເຫັນວ່າເຂົ້າທີ່ທົດລອງແມ່ນງາມ ຄາດວ່າໄດ້ຜົນຜະລິດຈາກ 4 ໂຕນ ເປັນ 6 ໂຕນ/ເຮັກຕາ.

ທ່ານ ທອງວິໄລ ສິລິວົງ ກ່າວຕື່ມວ່າ: ສຳລັບແຜນໃນຕໍ່ໜ້າແມ່ນຈະຂະຫຍາຍ ແລະ ຊຸກຍູ້ການຜະລິດເຂົ້າໃຫ້ໄດ້ສອງລະດູ ເນື່ອງໃນຈາກເຂດເມືອງຄຳເກີດ ຫລັກໆແມ່ນຍັງມີບັນຫາເລື່ອງນ້ຳ ຊຶ່ງທາງໂຄງການໄຟຟ້າພະລັງງາມລົມ ກໍມີທິດປັບປຸງຊົນລະປະທານ ເພື່ອສາມາດປູກເຂົ້າໃຫ້ໄດ້ສອງລະດູ. ນອກຈາກການປູກເຂົ້າແລ້ວ, ຍັງຈະສົ່ງເສີມທົດລອງປູກກາເຟຕື່ມອີກ ເນື່ອງຈາກເຂດນີ້ ຍັງມີເນື້ອທີ່ຫລາຍ, ອາກາດເຢັນ ເໝາະສົມແກ່ການປູກກາເຟເປັນສິນຄ້າໃນອະນາຄົດ.
ປັດຈຸບັນການຜະລິດກະສິກຳເປັນສິນຄ້າ ສົ່ງອອກຂອງເມືອງຄຳເກີດ ຫລັກໆແມ່ນການຜະລິດພືດ ຜັກ ຊຶ່ງໄດ້ມີການຊຸກຍູ້ບ້ານແບບຢ່າງໃນການຜະລິດຜັກເປັນສິນຄ້າ ໂດຍສະເພາະແມ່ນບ້ານນາຫານ, ບ້ານທົ່ງແສນ, ບ້ານປຸ່ງຕາຕາວ ໂດຍສິນຄ້າພືດ ຜັກດັ່ງກ່າວ ເປັນສິນຄ້າໜຶ່ງທີ່ສາມາດສ້າງລາຍຮັບເຂົ້າຄອບຄົວຜູ້ຜະລິດຢ່າງໝັ້ນຄົງ. ອີກອັນໜຶ່ງກໍແມ່ນການຜະລິດພືດລົ້ມລຸກເປັນຕົ້ນແມ່ນໝາກອຶ, ໝາກແຕງ ໂດຍສາມາດສົ່ງໄປຂາຍຢູ່ຕ່າງແຂວງ, ຕ່າງເມືອງ. ພ້ອມທັງໄດ້ຕອບສະໜອງຜົນຜະລິດພືດຜັກໃຫ້ແກ່ ການບໍລິໂພກຢູ່ໃນໂຄງການໄຟຟ້າພະລັງງາມລົມ ເຈື່ອງເຊີນ ໄດ້ເປັນປົກກະຕິ. ທ່ານ ທອງວິໄລ ສິລິວົງ ກ່າວ.
ໂດຍ: ຢ່າຕົ່ງ
KPL