ຂປລ
ທ່ານ ນາງ ສຸພະຈີ ສຸທຳພັນ ລັດຖະມົນຕີ ກະຊວງການຄ້າໄທ ໄດ້ໃຫ້ສຳພາດຕໍ່ ນັກຂ່າວ ວິທະຍຸ-ໂທລະພາບ ສູນກາງຈີນ(CMG) ໂດຍໄດ້ຕີລາຄາສູງ ຕໍ່ງານວາງສະແດງ ສິນຄ້ານຳເຂົ້າ ສາກົນຈີນ ທີ່ມີບົດບາດຊຸກຍູ້ ເສດຖະກິດ ການຄ້າ ຂອງສອງປະເທດ, ຫວັງວ່າ ຈະສາມາດ ລົງເລິກບຸກເບີກ ຕະຫລາດຈີນ ຕື່ມອີກ ແລະ ພ້ອມກັນ ຊຸກຍູ້ຄວາມຈະເລີນ ຮຸ່ງເຮືອງ ຂອງພາກພື້ນ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ໃນໂອກາດ ເດີນທາງ ເຂົ້າຮ່ວມ ງານວາງສະແດງ ສິນຄ້ານຳເຂົ້າ ສາກົນຈີນ ຄັ້ງທີ 8 ທີ່ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ ໃນວັນທີ10 ພະຈິກນີ້, ທ່ານ ນາງ ສຸພະຈີ ສຸທຳພັນ ລັດຖະມົນຕີ ກະຊວງການຄ້າໄທ ໄດ້ໃຫ້ສຳພາດຕໍ່ ນັກຂ່າວ ວິທະຍຸ-ໂທລະພາບ ສູນກາງຈີນ(CMG) ໂດຍໄດ້ຕີລາຄາສູງ ຕໍ່ງານວາງສະແດງ ສິນຄ້ານຳເຂົ້າ ສາກົນຈີນ ທີ່ມີບົດບາດຊຸກຍູ້ ເສດຖະກິດ ການຄ້າ ຂອງສອງປະເທດ, ຫວັງວ່າ ຈະສາມາດ ລົງເລິກບຸກເບີກ ຕະຫລາດຈີນ ຕື່ມອີກ ແລະ ພ້ອມກັນ ຊຸກຍູ້ຄວາມຈະເລີນ ຮຸ່ງເຮືອງ ຂອງພາກພື້ນ. ທ່ານ ນາງ ສຸພະຈີ ສຸທຳພັນ ກ່າວວ່າ: ງານວາງສະແດງສິນຄ້າ ນຳເຂົ້າ ສາກົນຈີນ ໄດ້ສ້າງໂອກາດ ອັນລໍ້າຄ່າ ໃຫ້ວິສາຫະກິດໄທ ໃນການເຂົ້າເຖິງ ຕະຫລາດຈີນ. ການລົງທຶນຂອງ ສປ ຈີນ ຢູ່ໄທ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ສິນຄ້າໄທ ທີ່ມີຄຸນນະພາບ ສູງ ເຊັ່ນ: ຜະລິດຕະພັນກະສິກຳ ແລະ ໝາກໄມ້ ເປັນຕົ້ນ ໄດ້ເຂົ້າສູ່ຕະຫລາດຈີນ ຢ່າງບໍ່ຢຸດຢັ້ງ. ພາຍໃຕ້ເບື້ອງຫລັງ ຂອງການປັບປຸງ ໂຄງປະກອບ ການຄ້າໂລກ.ຂະນະທີ່ ສປ ຈີນ ຍຶດຫມັ້ນ ລັດທິຫລາຍ ຝ່າຍ, ໄດ້ສະໜອງ ສະພາບແວດລ້ອມ ການພັດທະນາທີ່ໝັ້ນຄົງ ໃຫ້ແກ່ ກຸ່ມເສດຖະກິດ ຂະຫນາດກາງ ແລະ ນ້ອຍ ທີ່ລວມທັງໄທ. ໄທ ເຫັນດີ ເຫັນພ້ອມ ຢ່າງເຕັມ ທີ່ຕໍ່ແນວທາງການເປີດປະຕູ ສູ່ພາຍນອກຂອງ ສປ ຈີນ, ຍິນດີຮ່ວມມືກັບ ສປ ຈີນ ເພື່ອຊຸກຍູ້ ໃຫ້ພາກພື້ນ ມີຄວາມຈະເລີນຮຸ່ງເຮືອງ ແບບຍືນຍົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL