ແລ້ວບຸນນະມັດສະການພະທາດຫລວງໃຫ້ປອດຂີ້ເຫຍື້ອ

10/11/2025 10:29
ຂປລ ຂປລ. ບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2025 ໄດ້ເລີ່ມຈັດຂຶ້ນຢ່າງຄຶກຄື້ນ ແລະ ຍັງຮັກສາໄວ້ຄວາມສະອາດສະງ່າງາມພາຍໃນງານໄດ້ເປັນຢ່າງດີ ນັບຕັ້ງແຕ່ມື້ເປີດງານ 1 ພະຈິກ ຈົນຮອດມື້ສຸດທ້າຍ

ຂປລ. ບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2025 ໄດ້ເລີ່ມຈັດຂຶ້ນຢ່າງຄຶກຄື້ນ ແລະ ຍັງຮັກສາໄວ້ຄວາມສະອາດສະງ່າງາມພາຍໃນງານໄດ້ເປັນຢ່າງດີ ນັບຕັ້ງແຕ່ມື້ເປີດງານ 1 ພະຈິກ ຈົນຮອດມື້ສຸດທ້າຍ ເຫັນ​ໄດ້​ວ່າມວນຊົນໄດ້​ໃຫ້​ການ​ຮ່ວມ​ມືໃນການຮັກສາຄວາມສະອາດພາຍໃນງານ​ເປັນ​ຢ່າງ​ດີ ໂດຍເອົາໃຈໃສ່ຖີ້ມຂີ້ເຫຍື້ອໃສ່ຖັງຂີ້ເຫຍື້ອຕາມພາກສ່ວນກ່ຽວຂ້ອງຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.  

ໃນແຕ່ລະປີເມື່ອຮອດບຸນນະມັດສະການພະທາດຫລວງວຽງຈັນ ພາກສ່ວນກ່ຽວຂ້ອງກໍໄດ້ມີການຈັດສັນຖັງຂີ້ເຫຍື້ອໄວ້ຢູ່ແຕ່ລະຈຸດ ເພື່ອອຳນວຍຄວາມສະດວກຂອງມວນຊົນໃນການຖີ້ມຂີ້ເຫຍື້ອ ຊຶ່ງໃນປີນີ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ຮ່ວມມືກັບ ບໍລິສັດ ສະມໍບີ ທີ່ປຶກສາ ແລະ ການລົງທຶນຈຳກັດ ໃນການຈັດລະບົບຄວາມສະອາດພາຍໃນງານ ໂດຍການຕິດຕັ້ງຖັງຂີ້ເຫຍື້ອ 300 ຖັງ ແລະ ຈ້າງແຮງງານ 280 ຄົນ ເພື່ອເກັບມ້ຽນຂີ້ເຫຍື້ອໃຫ້ທັນເວລາ ແລະ ຮັກສາຄວາມສະອາດໃຫ້ງານບຸນໃຫ້ເປັນລະບຽບ. ນາງ ບຸມ ພົງພາບ ຕົວແທນບໍລິສັດ ສະມໍບີ ກ່າວວ່າ: ບໍລິສັດໄດ້ເຮັດວຽກຮ່ວມກັບທີມງານກວ່າ 200 ຄົນ ຕັ້ງແຕ່ເວລາ 8:00 ໂມງເຊົ້າ ໂດຍນຳໃຊ້ລົດໄຟຟ້ານ້ອຍໃນການຂົນສົ່ງຂີ້ເຫຍື້ອ ຈາກຖັງທີ່ເຕັມອອກໄປຈຸດເກັບມ້ຽນໃຫຍ່ ສະເລ່ຍມື້ໜຶ່ງປະມານ 40 ຖ້ຽວ ການເຄື່ອນໄຫວນີ້ ຊ່ວຍໃຫ້ພື້ນທີ່ໃນງານບຸນມີຄວາມສະອາດ ແລະ ມີຖັງຂີ້ເຫຍື້ອພ້ອມໃຫ້ປະຊາຊົນໃຊ້ຕະຫລອດເວລາ.

ນັບແຕ່ວັນເປີດງານມາ ເຫັນວ່າມວນຊົນສ່ວນໃຫຍ່ໄດ້ໃຫ້ຄວາມຮ່ວມມືຢ່າງດີ ໃນການຖີ້ມຂີ້ເຫຍື້ອລົງຖັງທີ່ກຳນົດໄວ້ ເຫລືອພຽງສ່ວນນ້ອຍທີ່ຍັງຖີ້ມຂີ້ເຫຍື້ອຊະຊາຍ. ແນວໃດກໍດີ, ບຸນນະມັດສະການພະ ທາດຫລວງວຽງຈັນແມ່ນໄດ້ສິ້ນສຸດໄປທ່າມກາງບັນຍາກາດຟົດຟື້ນມ່ວນຊື່ນ ທັງຮັກສາໄດ້ຮີບຄອງປະເພນີອັນດີງາມຂອງຊາດໄວ້ເປັນຢ່າງດີ. ຂະນະທີ່ພາຍຫລັງແລ້ວບຸນການມ້ຽນມັດຂີ້ເຫຍື້ອກໍໃຫ້ສຳເລັດໄປຕາມໆກັນ ເພື່ອກະກຽມຂ່ຳນັບຮັບຕ້ອນກອງປະ ຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນວັນທີ 10 ພະຈິກ 2025 ນີ້.   

ໂດຍ: ຢ່າຕົ່ງ

 

KPL

ຂ່າວອື່ນໆ

ads
ads

Top