ພະນັກງານ ລັດຖະກອນ ໃນ ສ.ອາເມລິກາ ຫລາຍກວ່າ 30.000 ຄົນ ສືບຕໍ່ຮ້ອງຂໍເງິນ ອຸດໜູນວ່າງງານ

10/11/2025 13:30
ຂປລ ຂໍ້ມູນຫລ້າສຸດຈາກ ກະຊວງແຮງງານ ສ.ອາເມລິກາ ສະແດງໃຫ້ເຫັນວ່າ: ການຮ້ອງຂໍ ເງິນອຸດໜູນວ່າງງານຂອງ ພະນັກງານ ລັດຖະກອນ ຂອງ ສ.ອາເມ ລິກາ ທີ່ບໍ່ໄດ້ຮັບຄ່າຈ້າງ ຍ້ອນລັດຖະບານ ສ.ອາເມລິກາ ຢຸດເຮັດວຽກນັ້ນ ຍັງຮັກສາຢູ່ ໃນລະດັບສູງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຂໍ້ມູນຫລ້າສຸດຈາກ ກະຊວງແຮງງານ ສ.ອາເມລິກາ ສະແດງໃຫ້ເຫັນວ່າ: ການຮ້ອງຂໍ ເງິນອຸດໜູນວ່າງງານ ຂອງພະນັກງານລັດຖະກອນ ຂອງ ສ.ອາເມ ລິກາ ທີ່ບໍ່ໄດ້ຮັບຄ່າຈ້າງ ຍ້ອນລັດຖະບານ ສ.ອາເມລິກາ ຢຸດເຮັດວຽກນັ້ນ ຍັງຮັກສາຢູ່ ໃນລະດັບສູງ. ໃນໄລຍະ 1 ອາທິດ ທີ່ສິ້ນສຸດໃນ ວັນທີ 1 ພະຈິກນີ້, ມີພະນັກງານລັດຂອງ ສ.ອາເມລິກາ ຫລາຍກວ່າ 7.400 ຄົນ ໄດ້ຍື່ນຄຳຮ້ອງຂໍ ເງິນອຸດໜູນວ່າງງານ ເປັນຄັ້ງທຳອິດ ເຊິ່ງເຮັດໃຫ້ຈຳນວນ ພະນັກງານດັ່ງກ່າວ ທີ່ຮ້ອງຂໍເງິນອຸດໜູນວ່າງງານ ໄດ້ເພີ່ມຂຶ້ນເປັນ 30.145 ຄົນ, ເພີ່ມຂຶ້ນເກືອບ 10.000 ຄົນ ເມື່ອທຽບໃສ່ໄລຍະ 1 ອາທິດກ່ອນ. ບົດລາຍງານທີ່ກ່ຽວຂ້ອງລະບຸວ່າ: ຍ້ອນວ່າ ຂາດຕົວເລກ ຂໍ້ມູນຂອງບາງລັດ, ຕົວເລກຕົວຈິງ ອາດຈະສູງກວ່າ ຕົວເລກດັ່ງກ່າວ. ນັກວິເຄາະຢືນຢັນວ່າ: ຄຽງຄູ່ກັບ ລັດຖະບານ ສະຫະລັດ ອາເມລິກາ ແກ່ຍາວເວລາການ ຢຸດເຮັດວຽກ, ມີພະນັກງານລັດ ຂອງ ສ.ອາເມລິກາ ຫລາຍຂຶ້ນ ອາດຈະຈຳຕ້ອງຮ້ອງຂໍເງິນອຸດໜູນ ຈົນກວ່າ ລັດຖະບານ ຟື້ນຟູການ ເຮັດວຽກ ຄືນໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top