ແພດປະຕິວັດລາວ ເປັນກຳລັງຫລັກ ໃນການຊ່ວຍໃຫ້ປະເທດຊາດໄດ້ຮັບການປົດປ່ອຍ

10/11/2025 10:44
ຂປລ ຂປລ. ເມື່ອຫວນຄືນໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ພະນັກງານແພດໝໍຍາມໃດ ກໍເປັນກຳລັງຫລັກແຫລ່ງທີ່ສຳຄັນ, ເປັນແພດປະຕິວັດນັກຮົບຂອງພັກ, ຂອງຊາດ, ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຄຽງບ່າຄຽງໄຫລ່ ໃນຍາມຕໍ່ສູ້ກູ້ຊາດ



ຂປລ. ເມື່ອຫວນຄືນໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ພະນັກງານແພດໝໍຍາມໃດ ກໍເປັນກຳລັງຫລັກແຫລ່ງທີ່ສຳຄັນ
, ເປັນແພດປະຕິວັດນັກຮົບຂອງພັກ, ຂອງຊາດ, ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຄຽງບ່າຄຽງໄຫລ່ ໃນຍາມຕໍ່ສູ້ກູ້ຊາດ ກໍຄືໃນຍາມເສຍສະລະເລືອດເນື້ອ ເພື່ອປະເທດຊາດຕະຫລອດໄລຍະຕໍ່ສູ້ກູ້ຊາດຜ່ານມາ ຊຶ່ງແພດປະຕິວັດລາວໄດ້ເອົາໃຈໃສ່ເບິ່ງແຍງ, ປິ່ນປົວຮັກສາສຸຂະພາບ ໃຫ້ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ອ້າຍນ້ອງພໍ່ແມ່ລູກຫລານຂອງຊາດລາວ ໂດຍທີ່ບໍ່ຫ່ວງແຫນຊີວິດຕົນເອງ ແລະ ບໍ່ຮູ້ອິດຮູ້ເມື່ອຍ ເພື່ອເຮັດໃຫ້ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບໃໝ່ ໄດ້ເປີດກວ້າງອອກທົ່ວປະເທດ.


ສະຫາຍ ຮ້ອຍໂທ ນາງ ອຳໄພ ນະຄອນໄຊ ແພດທົ່ວໄປ ໂຮງໝໍສູນກາງ 103 ຮັບຜິດຊອບແພດສະໜາມ ປະຈຳວິທະຍາຄານນາຍທະຫານບົກກົມມະດຳ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໃນນາມເປັນແພດສະໜາມ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມຮັບໃຊ້ວຽກງານເດີນສວນສະໜາມ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ພາຍຫລັງທີ່ອ້າຍນ້ອງກ້ອນສວນສະໜາມເຂົ້າສູນຝຶກ ພວກເຮົາໄດ້ກະກຽມຄວາມພ້ອມ ເປັນຕົ້ນ ປະເພດຢາ ແລະ ອຸປະກອນການປະຖົມພະຍາບານຂັ້ນຕົ້ນ ພ້ອມທັງກວດສຸຂະພາບອ້າຍນ້ອງກ່ອນເຂົ້າສູນຝຶກ ແລະ ເບິ່ງແຍງໃກ້ຊິດຕິດແທດອ້າຍນ້ອງ ໃນຍາມຝຶກຊ້ອມເດີນສວນສະໜາມ ແລະ ການກິນຢູ່ພັກເຊົ່າ ເປັນປະຈຳຕາມແຜນການທີ່ວາງໄວ້, ຖ້າຫາກມີກໍລະນີສຸກເສີນແມ່ນຈະໄດ້ປະຖົມປະຍາບານຂັ້ນຕົ້ນ ແລະ ນຳສົ່ງໂຮງໝໍ, ຂໍ້ສະດວກ ແມ່ນຄະນະພັກ-ຄະນະບັນຊາເສນາຮັກ ໃຫ້ຄວາມສຳຄັນຕໍ່ສຸຂະພາບ ສາມາດຕອບສະໜອງອຸປະກອນຕ່າງໆ ເພື່ອມີຄວາມພ້ອມຮັບປະກັນໃນຍາມສຸກເສີນ, ສ່ວນຂໍ້ຫຍຸ້ງຍາກແມ່ນສະພາບອາກາດຝົນຕົກ, ແດດຮ້ອນອົບເອົ້າ ເຮັດໃຫ້ພະນັກງານ-ນັກຮົບສວນສະໜາມຂອງພວກເຮົາ ບໍ່ສະບາຍຈໍານວນໜຶ່ງ, ແຕ່ເຖິງຢ່າງໃດກໍຕາມ ແພດສະໜາມພວກເຮົາແມ່ນສາມາດຮັບປະກັນໄດ້ 100% ແລະ ພ້ອມທັງໃຫ້ຄຳໜັ້ນສັນຍາວ່າ ຈະຮັບປະກັນດ້ານສຸຂະພາບພະນັກງານ-ນັກຮົບ ສຸດຄວາມສາມາດ ໃຫ້ສົມກັບສາຍານາມແພດປະຕິວັດ.


ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ຕາງໜ້າພະນັກງານເສນາຮັກ ທີ່ເຮັດວຽກຢູ່ສະໜາມທຸກສະຫາຍ ຂໍອວຍພອນໄຊອັນປະເສີດ ໃຫ້ການນໍາພັກ-ລັດ, ອວຍພອນຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນຳພາ-ຊີ້ນໍາກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ ຢ່າງບໍ່ຢຸດຢັ້ງ, ອວຍພອນມາຍັງພະນັກງານແພດປະຕິວັດທຸກສະຫາຍ ຈົ່ງມີຄວາມຜາສຸກ ສືບຕໍ່ເຮັດວຽກງານວິຊາສະເພາະຂອງຕົນ ສຸດຄວາມສາມາດ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ, ມ່ວນຊື່ນ ແລະ ກວ້າງຂວາງ.

ຂ່າວ: ສຸກສາຄອນ ພົງໄຊຜົນ


KPL

ຂ່າວອື່ນໆ

ads
ads

Top