ຂປລ
*ຈີນປະກາດຂໍ້ສະເໜີວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) (ຕໍ່ໄປເອີ້ນຫຍໍ້ວ່າ “ຂໍ້ສະເໜີ”) ມຸ່ງໜ້າເລັ່ງລັດສ້າງເສດຖະກິດສັງຄົມນິຍົມລະດັບສູງ, ເພີ່ມທະວີພະລັງຂັບເຄື່ອນການພັດທະນາດ້ວຍຄຸນນະພາບສູງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ, ເປີດປະຕູກວ້າງສູ່ພາຍນອກໃນລະດັບສູງ.

ຂປລ. ຈີນປະກາດຂໍ້ສະເໜີວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) (ຕໍ່ໄປເອີ້ນຫຍໍ້ວ່າ “ຂໍ້ສະເໜີ”) ມຸ່ງໜ້າເລັ່ງລັດສ້າງ ເສດຖະກິດສັງຄົມນິຍົມລະດັບສູງ, ເພີ່ມທະວີພະລັງຂັບເຄື່ອນ ການພັດທະນາດ້ວຍຄຸນນະພາບສູງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງ ດ້ວຍຕົນເອງດ້ານວິທະຍາສາດ ເຕັກໂນໂລຊີໃນລະດັບສູງ, ເປີດປະຕູກວ້າງສູ່ພາຍນອກ ໃນລະດັບສູງ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງ ຄວາມມຸ່ງມາດປາຖະໜາ ອັນແຮງກ້າຂອງຈີນ ຄື: ຂະບວນການອອກເດີນທາງຄັ້ງໃໝ່ ເພື່ອບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີ, ບັນລຸສັງຄົມນິຍົມທັນສະໄໝ ໂດຍພື້ນຖານເມື່ອຮອດປີ 2035 ກັບລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນໄດ້ບັນລຸລະດັບຂອງປະເທດ ທີ່ພັດທະນາແລ້ວໃນລະດັບປານກາງ, ຊຸກຍູ້ການຟື້ນຟູ ຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນ ຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ ແລະ ອື່ນໆ.
ພາຍຫລັງ ຈີນໄດ້ເຜີຍແຜ່ຂໍ້ສະເໜີ ອອກສູ່ສາຍຕາຊາວໂລກຜ່ານສື່ຕ່າງໆ ເມື່ອມໍ່ໆມານີ້ໄດ້ເຮັດໃຫ້ບັນດາ ນັກວິເຄາະເສດຖະກິດທົ່ວໂລກ ມີທັດສະນະຕໍ່ການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ ທີ່ໄດ້ຮັບຜົນສໍາເລັດພົ້ນ ເດັ່ນເປັນປະຈັກຕາ ແລະ ສືບຕໍ່ວາງທິດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ ພວມຈະດໍາເນີນການຈັດຕັ້ງປະຕິບັດ ໃນຕໍ່ໜ້ານີ້ວ່າການເຜີຍແຜ່ ແຜນພັດທະນາເສດຖະກິດສະບັບໃໝ່ຂອງຈີນ ມີຄວາມສໍາຄັນທີ່ສຸດຕໍ່ການຕີລາຄາ ທ່າອ່ຽງ ການເຕີບໂຕເສດຖະກິດໂລກ, ການພັດທະນາແບບຍືນຍົງຂອງທົ່ວໂລກ ແລະ ທິດທາງສ້າງຄວາມສົມດຸນອໍານາດໃໝ່ ຂອງໂລກເພີ່ມຂຶ້ນເລື້ອຍໆ. ສະນັ້ນ, ຖ້າພວກເຮົາຢາກຮູ້ກ່ຽວກັບຈີນ ໄດ້ຢ່າງເລິກເຊິ່ງນັ້ນກໍບໍ່ຄວນເບິ່ງຂ້າມ ປະຫວັດສາດຂອງຈີນ ນັບຫລາຍພັນປີ ປະ ກົດຂຶ້ນໃນໂລກໜ່ວຍນີ້ ຢ່າງມະຫັດສະຈັນທີ່ຈີນຍາດມາໄດ້ ບໍ່ແມ່ນເລື່ອງງ່າຍເຊັ່ນວ່າ: ເສັ້ນທາງສາຍໄໝບູຮານ ນັບສາມພັນກວ່າປີ ຊຶ່ງມັນແມ່ນສ່ວນໜຶ່ງຂອງ ເສັ້ນທາງຄົມມະນາຄົມຂົນສົ່ງສິນຄ້າ ແລະ ໄປມາຫາສູ່ກັນ, ເຊື່ອມໂຍງລະຫວ່າງທະວີບອາຊີ ແລະ ເອີຣົບ ໄດ້ ຟື້ນຊີບຄືນໃໝ່ໃນປີ 2013 ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ປັດຈຸບັນນີ້, ມີຫລາຍກວ່າ 150 ປະເທດທົ່ວໂລກ ເຂົ້າຮ່ວມໂຄງການເສັ້ນທາງ ສາຍໄໝແຫ່ງສະຕະວັດທີ 21 ນີ້ ຈົນກາຍເປັນເສັ້ນເລືອດໃຫຍ່ ຂອງມວນນະນຸດ ປະກອບສ່ວນເຂົ້າຊຸກຍູ້ ການພັດ ທະ ນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ຢ່າງກວ້າງຂວາງໃນທົ່ວໂລກ; ຈາກການທີ່ຈີນ ລວມທັງພວກເຮົາເຈົ້າຂ້ອຍເພິ່ງພາອາໄສສິນຄ້າ ແລະ ເຕັກໂນໂລຊີທັນສະໄໝ ດ້ວຍລາຄາແພງ ແລະ ລາຄາບັງຄັບບີບຮັດຈາກຊາດຕາເວັນຕົກ ສາ ມາດປົດແອກການຄວບງໍາຜູກຂາດ ຂອງຊາດຕາເວັນຕົກໄດ້ຢ່າງໜ້າສົນໃຈ; ຈາກອຸດສາຫະກໍາຜະລິດເປັນສິນຄ້າ ດ້ວຍປະລິມານຫລາຍ ກ້າວສູ່ການຜະລິດຄຸນນະພາບໃໝ່ ແລະ ມີສີສັນຫລາກຫລາຍ; ຈາກປະເທດຖືກຈັກກະພັດລ່າ ເມືອງຂຶ້ນກົດຂີ່ຂູດຮີດ ແລະ ຟາຊິດ ຮຸກຮານຂົ່ມເຫັງ ກາຍເປັນປະເທດ ມີອາວຸດຍຸດໂທປະກອນ ທີ່ກ້າວໜ້າທັນສະໄໝອັນດັບຕົ້ນໆຂອງໂລກ; ຈາກລາຍຮັບຕໍ່ຫົວຄົນ 49.7 ຢວນ ໃນປີ 1949 ກ້າວເປັນປະມານ 40.000 ຢວນໃນປີ 2025 ອາດເພີ່ມສູງຂຶ້ນເຖິງ 80 ເທົ່າ ຊຶ່ງໝາກຜົນຄວາມສໍາເລັດ ທັງ ໝົດທີ່ວ່ານັ້ນ ບໍ່ພຽງແຕ່ໄດ້ສະທ້ອນ ສັນຍາບວກຕໍ່ຈີນເທົ່ານັ້ນ ຫາກຍັງສ້າງສະພາບແວດລ້ອມທີ່ດີສຸດ ເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ອາຊຽນ ແລະ ວົງຄະນາຍາດສາກົນ ໃນໂລກຈະໄດ້ຊົມໃຊ້ ແລະ ຮ່ວມມືກັນ ຂັບເຄື່ອນຄວາມຈະເລີນຮຸ່ງເຮືອງ, ຄວາມທັນສະ ໄໝ, ສັນຕິພາບ-ຄວາມສະຫງົບ, ການຢູ່ຮ່ວມກັນໂດຍສັນຕິ, ການແບ່ງປັນຜົນປະໂຫຍດກັນຢ່າງທົ່ວເຖິງໃນຍຸກໂລກາພິວັດ.

ນັກວິເຄາະຍັງຍົກເອົາບາງຄໍາສຸພາສິດ ແລະ ວາລີບູຮານປຽບທຽບ ການດໍາລົງຊີວິດຂອງມະນຸດ ລວມທັງການປ່ຽນແປງທ່າອ່ຽງຂອງໂລກວ່າ “ຊ້າງຊົນຊ້າງ ແພ້ຫຍ້າແພກ” ໝາຍວ່າ ເມື່ອປະເທດມະຫາອໍານາດຂັດແຍ່ງກັນ ຊຶ່ງປະເທດທີ່ຈະໄດ້ຮັບຜົນກະທົບບໍ່ ພຽງແຕ່ປະເທດມະຫາອໍານາດໃຫຍ່ເທົ່ານັ້ນ, ແຕ່ຫາກເຮັດໃຫ້ສົ່ງຜົນກະທົບຮຸນແຮງ ຕໍ່ປະເທດກໍາລັງພັດທະນາ ແລະ ດ້ອຍພັດທະນາ ທີ່ມີລະບົບເສດຖະກິດອ່ອນແອ ເພາະສິນ ຄ້າບໍລິໂພກ-ອຸປະໂພກ, ເຕັກໂນໂລຊີທັນສະໄໝ, ເຄື່ອງມືການຜະລິດ, ນໍ້າມັນເຊື້ອໄຟສ່ວນ ໃຫຍ່ ລ້ວນແຕ່ເພິ່ງພາອາໄສ ຈາກປະເທດເຫລົ່ານັ້ນ. ສະນັ້ນ, ການທີ່ຈີນເຜີຍແຜ່ ຂໍ້ສະເໜີວ່າດ້ວຍແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ເສດຖະກິດຂອງຈີນ ຍັງສືບຕໍ່ຂະຫຍາຍຕົວຢ່າງໝັ້ນທ່ຽງ, ສົງຄາມການຄ້າຜ່ອນຄາຍ ແລະ ກ້າວເຂົ້າສູ່ໂຕະ ເຈລະຈາ, ກຸ່ມປະເທດຕາເວັນຕົກຫລຸດຜ່ອນ ການແຊກແຊງພາຍໃນປະເທດອື່ນ ແລະ ຫລຸດຜ່ອນມາດຕະການຂວ້ຳບາດ ຕໍ່ຕ່າງປະເທດ ຊຶ່ງຕໍ່ກັບສັນຍານບວກເຫລົ່ານັ້ນ ບໍ່ພຽງຊ່ວຍສ້າງສິ່ງແວດລ້ອມ ທີ່ດີຕໍ່ສັນຕິພາບໂລກ, ແຕ່ຫາກຍັງຈະເອື້ອອໍານວຍ ເຮັດໃຫ້ເສດຖະ ກິດໂລກຟື້ນໂຕວ່ອງໄວຂຶ້ນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງມວນມະນຸດດີຂຶ້ນເປັນກ້າວໆ.
ເຖິງແນວໃດກໍດີ, ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ໄຂຂຶ້ນຢູ່ນະຄອນຫລວງປັກກິ່ງ ລະຫວ່າງວັນທີ 20- 23 ຕຸລາ 2025. ກອງປະຊຸມດັ່ງກ່າວ ກໍໄດ້ວິເຄາະສະພາບການທັງພາຍໃນ-ຕ່າງປະເທດຢ່າງເລິກເຊິ່ງ ແລະ ແນະນໍາຂໍ້ສະເໜີ ກ່ຽວກັບການວາງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XV ຢ່າງສັດຈະວິພາກ ແລະ ມີເນື້ອໃນອຸດົມສົມບູນກວ້າງຂວາງ ອັນໄດ້ສ້າງຄວາມສົນໃຈເປັນພິເສດ ຕໍ່ຊາວໂລກທີ່ພວມຄອງຄອຍ ຕິດຕາມສຶກ ສາ ຄົ້ນຄວ້າ, ຮຽນຮູ້ ແລະ ຕີລາຄາສະພາບລວມ ທ່າອ່ຽງຂອງໂລກຜ່ານແຜນພັດທະນາ ເສດຖະກິດ-ສັງຄົມສະບັບໃໝ່ ຂອງຈີນ (ຕໍ່ໄປຈະເອີ້ນຫຍໍ້ວ່າ “ຂໍ້ສະເໜີ”) ໃນນັ້ນມີຫລາຍພາກ ແລະ ຫລາຍຂໍ້ສໍາຄັນທີ່ສຸດ ແຕ່ຜູ້ຂຽນຈະຍົກຂຶ້ນມານໍາສະເໝີຕໍ່ ທ່ານຜູ້ອ່ານສໍາ ລັບບາງ ພາກບາງ ຂໍ້ພໍຄ້າວໆໂດຍສະເພາະ 15 ຂໍ້ສໍາຄັນທີ່ນອນໃນແຜນພັດທະນາ ເສດຖະກິດ-ສັງຄົມສະບັບໃໝ່ດັ່ງນີ້: ໜຶ່ງ: ໄລຍະຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ XV ເປັນໄລຍະຂໍກຸນແຈ ໃນການບັນລຸສັງຄົມນິຍົມທັນສະໄໝ ໂດຍພື້ນຖານ; ສອງ: ທິດທາງຊີ້ນຳ ແລະ ເປົ້າໝາຍຕົ້ນຕໍ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີ ຄັ້ງທີ XV; ສາມ: ສ້າງລະບົບອຸດສາຫະກຳ ທີ່ທັນສະໄໝ ແລະ ຮັດແໜ້ນພື້ນຖານ ຂອງເສດຖະກິດຮູບປະທຳ; ສີ່: ເລັ່ງລັດການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ ແລະ ນຳພາການພັດທະນາ ກຳລັງການຜະລິດໃນຄຸນນະພາບໃໝ່; ຫ້າ: ສ້າງສາຕະຫລາດພາຍໃນ ທີ່ເຂັ້ມແຂງ ແລະ ເລັ່ງລັດສ້າງສະພາບ ການພັດທະນາໃໝ່; ຫົກ: ເລັ່ງລັດສ້າງໂຄງປະກອບ ເສດຖະກິດສັງຄົມນິຍົມທີ່ມີລະດັບສູງ, ເພີ່ມທະວີພະລັງຂັບເຄື່ອນ ຂອງການພັດທະນາ ດ້ວຍຄຸນນະພາບສູງ; ເຈັດ: ເປີດກວ້າງການເປີດປະຕູ ສູ່ພາຍນອກທີ່ມີລະດັບສູງ, ສ້າງສະພາບການໃໝ່ ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ; ແປດ: ເລັ່ງລັດສ້າງຄວາມທັນສະໄໝດ້ານກະສິກຳ ແລະ ຊົນນະບົດ, ຊຸກຍູ້ການພັດທະນາຊົນນະບົດ ໃຫ້ຈະເລີນຢ່າງຮອບດ້ານ; ເກົ້າ: ປັບປຸງການຈັດວາງເສດຖະກິດ ໃນເຂດແຄວ້ນໃຫ້ດີຂຶ້ນ, ຊຸກຍູ້ການພັດທະນາເຂດແຄວ້ນຕ່າງໆ ຢ່າງກົມກຽວກັນ; ສິບ: ກະຕຸກຊຸກຍູ້ພະລັງຊີວິດການປະດິດສ້າງໃໝ່ ແລະ ການປະດິດຄິດສ້າງ ດ້ານວັດທະນະທຳຂອງທົ່ວຊົນຊາດຈີນ, ພັດທະນາວັດທະນະທຳສັງຄົມນິຍົມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ; ສິບເອັດ: ເພີ່ມທະວີການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ຄວາມຮັ່ງມີຮ່ວມກັນ ຂອງທົ່ວປວງຊົນຢ່າງໜັກແໜ້ນ; ສິບສອງ: ເລັ່ງລັດການພັດທະນາເສດຖະກິດ-ສັງຄົມ ໃຫ້ຫັນເປັນສີຂຽວຢ່າງຮອບດ້ານ, ສ້າງສາປະເທດຈີນທີ່ສວຍງາມ, ການພັດທະນາແບບສີຂຽວ ແມ່ນສີພື້ນຖານທີ່ສົດໃສ ແຫ່ງຄວາມທັນສະໄໝແບບຈີນ; ສິບສາມ: ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ, ສ້າງສາຈີນທີ່ມີຄວາມສະຫງົບປອດໄພ ທີ່ມີລະດັບສູງກວ່າເກົ່າ; ສິບສີ່: ບັນລຸເປົ້າໝາຍສູ້ຊົນ ໃນໂອກາດສ້າງຕັ້ງກອງທັບ ປົດປ່ອຍປະຊາຊົນຈີນ ຄົບຮອບ 100 ປີ ຕາມເວລາກຳນົດ, ຊຸກຍູ້ຄວາມທັນສະໄໝດ້ານການປ້ອງກັນປະເທດ ແລະ ກອງທັບດ້ວຍຄຸນນະພາບສູງ ແລະ ສິບຫ້າ: ທົ່ວພັກ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສາມັກຄີກັນສູ້ຊົນເພື່ອບັນລຸແຜນພັດທະນາ 5 ປີ ຄັ້ງທີ XV.

ບັນດານັກວິເຄາະໃຫ້ຄໍາເຫັນເພີ່ມວ່າໃນຈໍານວນ 15 ຂໍ້ນັ້ນ ລ້ວນແຕ່ຈະສົ່ງຜົນສະທ້ອນທາງກົງ ແລະ ທາງອ້ອມຕໍ່ພາຍໃນປະເທດຈີນ, ອາຊຽນ ແລະ ປະເທດອື່ນໆ ທົ່ວໂລກຢ່າງຫລີກລ່ຽງບໍ່ໄດ້ ເພາະວ່າຖ້າແຜນພັດທະນາ ເສດຖະກິດ-ສັງຄົມສະບັບ ໃໝ່ໄດ້ ຮັບການປັບປຸງສໍາເລັດ ແລະ ນໍາໃຊ້ຕົວຈິງ ໃນປີ 2026 ຈະເຮັດໃຫ້ມວນມະນຸດ ໄດ້ຊົມໃຊ້ສິນຄ້າຂອງຈີນ ທີ່ມີຄຸນນະພາບສູງຂຶ້ນກວ່າເກົ່າ; ຈາກການລົງທຶນພາຍໃນປະເທດຈີນເອງ ຂ້ອນຂ້າງຕົວເລກສູງຢູ່ແລ້ວ ຈະກະຈາຍການລົງທຶນ ດ້ວຍຄຸນນະພາບໄປສູ່ອາຊຽນ, ປະ ເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາ ຫລາຍຂຶ້ນພາຍໃຕ້ການຮ່ວມມື ກັບປະເທດນັ້ນໆຢ່າງໃກ້ຊິດ ຊຶ່ງຈະຊ່ວຍສ້າງຄວາມຈະເລີ່ນຮັ່ງມີ, ສ້າງວຽກເຮັດງານທໍາ, ສ້າງທັກສະ ແລະ ຫລຸດຜ່ອນຄວາມທຸກຍາກ ແຕກໂຕນໃນສັງຄົມໂລກໄປຄຽງຄູ່ກັນ; ຈາກປະ ເທດກໍາລັງພັດທະນາ ແລະ ດ້ອຍພັດທະນາ ເພິ່ງພາອາໄສເຕັກໂນໂລຊີ, ປັນຍາປະດິດ(ເອໄອ) ແລະ ເຄື່ອງມືການຜະລິດຂອງຊາດຕາເວັນຕົກ ຜູກຂາດຝ່າຍດຽວຈະເຮັດໃຫ້ ບັນດາປະເທດເຫລົ່ານັ້ນ ໄດ້ຊົມໃຊ້ເຕັກໂນໂລຊີ ແລະ ຜົນຜະລິດຂອງຈີນດ້ວຍລາຄາຖືກກວ່າ, ມີ ຄຸນນະພາບສູງຂຶ້ນກວ່າເກົ່າ ແລະ ອື່ນໆ.

ດັ່ງທີ່ຮູ້ນໍາກັນ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 ນີ້ ຈະບໍ່ພຽງຫັນປ່ຽນການພັດທະນາພາຍໃນປະເທດຈີນ ຮອບດ້ານເທົ່ານັ້ນ, ແຕ່ຫາກຍັງຈະສົ່ງຜົນທາງບວກຕໍ່ການພັດທະນາ ເປັນຄັ້ງປະຫວັດສາດ ຂອງມະນຸດທົ່ວໂລກກໍວ່າໄດ້. ນັບຈາກນີ້ໄປ ຈະໄດ້ເຫັນສິນຄ້າມີຄຸນນະພາບສູງຂຶ້ນ ແລະ ເຕັກໂນໂລຊີທັນສະໄໝທີ່ສຸດ ໂດຍສະເພາະລົດໄຟຟ້າຂອງຈີນ ຈາກຄວາມບັນຈຸຂອງໝໍ້ໄຟ (ແບດເຕີລີ) ແລ່ນໄດ້ 300-500 ກິໂລແມັດຕໍ່ການສາກໜຶ່ງຄັ້ງ ຈະເພີ່ມຂຶ້ນເຖິງ 600-700 ກິໂລແມັດຕໍ່ການສາກໜຶ່ງຄັ້ງ ພ້ອມອາ ຍຸການໃຊ້ງານ ຂອງລົດໄຟຟ້າຍາວນານຂຶ້ນ; ໂຮງງານອຸດສາຫະກໍາແຫ່ງຕ່າງໆ ດ້ວຍການລົງທຶນຂອງຊາວຈີນບໍ່ວ່າຈະຢູ່ພາຍໃນຈີນ ແລະ ຕ່າງປະເທດຈະຢຶດ ຖືມາດຕະຖານການພັດທະນາຄຸນນະພາບສູງ ຕິດພັນການຫັນເປັນທິດສີຂຽວ ເປັນມິດຕໍ່ສິ່ງແວດລ້ອມ, ໂດຍຄົນ ທ້ອງຖິ່ນມີສ່ວນຮ່ວມຢ່າງໃກ້ຊິດ ແລະ ເອໄອຂອງຈີນ ຈະນໍາໃຊ້ມັດຕິດເຂົ້າກັບວັດຖຸສິ່ງຂອງຕ່າງໆ ໃນຊີວິດປະຈໍາວັນຢ່າງກວ້າງຂວາງ ເຊັ່ນ: ເມືອງອັດສະລິຍະ, ລົດອັດສະລິຍະ, ເຄື່ອງໃຊ້ໃນເຮືອນອັດສະລິຍະ, ໂຮງໝໍອັດສະລິຍະ, ທ່າເຮືອອັດສະລິຍະ, ໂຮງງານອຸດ ສາຫະກໍາອັດສະລິຍະ, ການສຶກສາອັດສະລິຍະ, ໂຮງແຮມອັດສະລິຍະ, ການຄົມມະນາຄົມອັດສະລິຍະ ແລະ ອື່ນໆ ຊຶ່ງເວລານັ້ນສະພາບການຂອງໂລກ ຈະຫັນປ່ຽນຈາກອໍານາດຕາເວັນຕົກຄວບງໍາ ມາດົນນານກ້າວສູ່ເຂດອາຊີ ແລະ ຢູຣາເຊຍເພີ່ມຂຶ້ນຢ່າງຈະແຈ້ງ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL