ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

28/10/2025 09:51
ຂປລ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

      ຂປລ. ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນໄດ້ຮ່ວມລົງນາມໃນຖະແຫລງການວ່າດ້ວຍການຮັບເອົາຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາ ຊຽນ ເປັນປະເທດທີ 11. ພາຍຫລັງການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄ້ັງທີ 47 ແບບຄົບຄະນະ ແລະ ແບບວົງແຄບ ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

     ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນໄດ້ປຶກສາຫາລືກ່ຽວກັບການເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂ້ັມແຂງ ແລະ ໄດ້ຮັບຊາບການລາຍງານກ່ຽວກັບຄວາມຄືບໜ້າການຈັດຕ້ັງປະຕິບັດບັນດາກິດຈະກໍາບຸລິມະສິດຂອງການປະທານອາຊຽນຂອງ ມາເລເຊຍ. ພ້ອມນີ້, ກອງປະຊຸມຍັງໄດ້ເນັ້ນຄວາມສໍາຄັນການເພີ່ມທະວີຮັດແໜ້ນການຮ່ວມມືຂອງບັນດາຂະແໜງການຂອງອາຊຽນ ເພື່ອໃຫ້ອາຊຽນມີຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການພົວພັນຮ່ວມມືລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ໃນນີ້, ກອງປະຊຸມໄດ້ເນັ້ນຢໍ້າຄວາມສຳຄັນໃນ ການຮັດແໜ້ນບົດບາດການນໍາພາ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂ້ັມແຂງ ແລະ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ກອງປະຊຸມຍັງໄດ້ເຫັນດີຮັບຮອງເອົາບັນດາຖະແຫລງການ ແລະ ເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເພ່ືອເປັນພື້ນຖານໃຫ້ແກ່ການສືບຕໍ່ສ້າງອາ ຊຽນໃຫ້ເຂັ້ມແຂງ ແລະ ເພື່ອນໍາຜົນປະໂຫຍດອັນເປັນຮູບປະທໍາມາສູ່ປະຊາຊົນອາຊຽນ.

      ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບວົງແຄບໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບມຽນມາ ແລະ ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ໂດຍສະເພາະສິ່ງທ້າທາຍທັງແບບເກົ່າ ແລະ ໃໝ່ ເປັນຕົ້ນອາຊະກໍາຂ້າມຊາດເຊັ່ນ: ອາຊະຍາກໍາທາງໄຊເບີ ແລະ ການຫລອກລວງສໍ້ໂກງທາງອອນລາຍ, ການປ່ຽນແປງສະພາບດິນຟ້າອາກາດ, ຄວາມຂັດແຍ່ງໃນບາງພາກພື້ນຂອງໂລກ ແລະ ອື່ນໆ.

      ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ຍ່ີປຸ່ນ ໃນໄລຍະຜ່ານມາທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ, ພ້ອມທັງກໍານົດທິດທາງການຮ່ວມມືໃນຕ່ໍໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ກ້າວເຂົ້າສູ່ລວງເລິກ. ພ້ອມນີ້, ສອງຝ່າຍໄດ້ເຫັນດີ ຮັດແໜ້ນການຮ່ວມມືໃນຂົງເຂດທ່ີທັງສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການເຊື່ອມຈອດ, ພະລັງງານສະອາດ ແລະ ພະລັງງານທົດແທນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຫັນເປັນດີຈິຕອນ, ນະວັດຕະກໍາ ແລະ ປັນຍາປະດິດ. ພິເສດ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ວ່າດ້ວຍການສົ່ງເສີມ ແລະ ການຈັດຕັ້ງປະຕິບັດແນວຄວາມຄິດອາຊຽນກ່ຽວກັບ ອິນໂດ-ປາຊີຟິກ.

       ກອງປະຊຸມສຸດຍອດອາຊຽນ- ອິນເດຍ ຄ້ັງທີ 22 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫລອດໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫລີມສະຫລອງປີທ່ອງທ່ຽວອາຊຽນ-ອິນເດຍ. ກອງປະຊຸມຍັງໄດ້ເຫັນດີສືບຕ່ໍເພ່ີມທະວີການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ແນໃສ່ສ່ົງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ໂດຍຊຸກຍູ້ໃຫ້ອິນເດຍ ເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ- ມຽນມາ-ໄທ ແລະ ເຊື່ອມຕໍ່ມາຍັງ ສປປ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ. ພ້ອມນີ້, ອາຊຽນຍັງໄດ້ຊຸກຍູ້ໃຫ້ອິນເດຍສືບຕ່ໍຮ່ວມມືກັບອາຊຽນໃນຂົງເຂດຕ່າງໆເປັນຕົ້ນພະລັງງານທົດແທນ, ການຜະລິດກະສິກໍາທ່ີຍືນຍົງ, ຄວາມໝ້ັນຄົງທາງໄຊເບີ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາອາຊຽນ- ອິນເດຍວ່າດ້ວຍການທ່ອງທ່ຽວແບບຍືນຍົງ ແລະ ໄດ້ປະກາດການກໍານົດເອົາປີ 2026 ເປັນປີແຫ່ງການຮ່ວມມືທາງທະເລອາຊຽນ- ອິນເດຍ.

    ກອງປະຊຸມສຸດຍອດອາຊຽນ- ສະຫະລັດ ຄັ້ງທີ 13 ໄດ້ທົບທວນຄືນ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສ ອາເມລິກາ ມີຮ່ວມກັນ. ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມໝາຍໝັ້ນຂອງ ສ ອາ ເມລິກາ ໃນການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ການເຂົ້າຮ່ວມຢ່າງຫ້າວຫັນ ໃນບັນດາກົນໄກອາຊຽນ ນໍາພາປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພ້ືນ. ພ້ອມນີ້, ກອງປະຊຸມໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດສໍາຄັນ ແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ຄວາມໝັ້ນຄົງ, ນະວັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພະຍາກອນ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ໄດ້ຮັບຮອງເອົາຖະແຫລງການວິໄສທັດຮ່ວມຜູ້ນໍາອາຊຽນ-ສ ອາເມລິກາ ວ່າດ້ວຍການສົ່ງເສີມອາຊຽນ ແລະ ອາເມລິກາທີ່ເຂັ້ມແຂງ, ປອດໄພ ແລະ ສົມບູນພູນສຸກຍິ່ງຂຶ້ນ.ນອກຈາກນັ້ນ, ກໍໄດ້ມີການຈັດບາງກິດຈະກໍາປິ່ນອ້ອມໃນໄລຍະ ກອງປະຊຸມສຸດຍອດເຊັ່ນ: ກອງປະຊຸມບັນດາຜູ້ນໍາອາຊີເພື່ອຫລຸດ ຜ່ອນການປ່ອຍອາຍພິດໃຫ້ເຫລືອສູນ ຫລື ອາແຊັກ (AZEC)  ຄັ້ງທີ 3 ແລະ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈລະຫວ່າງອາຊຽນ ແລະ ສະຫະພັນບານເຕະໂລກ.

KPL

ຂ່າວອື່ນໆ

    • ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11  ຢູ່ໃນອາຊຽນ ຢ່າງເປັນທາງການອາຊຽນ ASEAN

      ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຢູ່ໃນອາຊຽນ ຢ່າງເປັນທາງການ

      10/27/2025 7:56:53 PM

      ທ່ານ ອັນວາຣ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໃນຖານະ ປະທານ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດຮັບຮອງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຂອງປະຊາຄົມ ຢ່າງເປັນທາງການ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

ads
ads

Top