ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

26/11/2025 16:19
Email Print 34202
ຂປລ ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 25 ພະ​ຈິກ​ນີ້, ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ, ທ່ານ ​ຟາ​ດິ​ລາ ຢູ​ຊົ​ຟ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ​ມາ​ເລ​ເຊຍ​ ກ່າວ​ວ່າ: ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ. ທ່ານ​ ຟາ​ດິ​ລາ ຢູ​ຊົ​ຟ ​ໄດ້​ກ່າວ​ປາ​ໄສ ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ ​ສຸດຍອດ ​ວ່າ​ດ້ວຍ ​ການ​ຮ່ວມ​ມື ​ແລະ​ ການ​ພັດ​ທະ​ນາ ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​ ອາ​ຊຽນ ​ປີ 2025 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ວ່າ: ປັດ​ຈຸ​ບັນ​, ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ທົ່ວ​ໂລກ ​ໄດ້​ຮັບ​ການ​ບຸກ​ທະ​ລຸ ​ຢ່າງວ່ອງ​ໄວ, ໂຄງ​ປະ​ກອບ ​ເສດ​ຖະ​ກິດ​ ມີ​ການ​​ປັບ​ປ່ຽນ ​ຢ່າງ​ເລິກ​ເຊິ່ງ, ​ຄວາມສາ​ມັກ​ຄີ ປະ​ສານ​ງານ​ກັນ ແລະ ຊົມ​ໃຊ້​ຜົນ​ງານ ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ ແມ່ນ​ຄວາມ​ຮຽກ​ຮ້ອງ​ ຕ້ອງ​ການ ​ທີ່​ຈຳ​ເປັນ​ ໃນ​ການ​ຊຸກ​ຍູ້ ​ການ​ພັດ​ທະ​ນາ ​ຂອງ​ພາກ​ພື້ນ​ອາ​ຊຽນ. ທ່ານ​ ຟາ​ດິ​ລາ ຢູ​ຊົ​ຟ​ ຮຽກ​ຮ້ອງ ​ໃຫ້​ບັນ​ດາ​ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ ​ເພີ່ມ​ທະ​ວີ​ ການ​ລົງ​ທຶນ​ ໃນ​ດ້ານ​ການ​ຄົ້ນ​ຄວ້າ​ ວິ​ທະ​ຍາ​ສາດ​ ຍຸດ​ທະ​ສາດ ​ຕື່ມ​ອີກ, ເລັ່ງ​ຊຸກ​ຍູ້​ ການ​ຄົ້ນ​ຄວ້າ ພັດ​ທະ​ນາ ແລະ ການ​ປະ​ຍຸກ​ໃຊ້ ເຕັກ​ໂນ​ໂລ​ຊີ​ ທີ່​ສຳ​ຄັນ​ ທາ​ງ​ດ້ານ​ການ​ຄ້າ ພ້ອມ​ທັງ​ ດຶງ​ດູດ​ ອົງ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ ແລະ ຜູ້​ມີ​ຄວາມ​ຮູ້​ ຄວາມ​ສາ​ມາດ ​ລະ​ດັບ​ສູງ​ ມາ​ພັດ​ທະ​ນາ ​ຢູ່​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ອາຊຽນ ສືບຕໍ່ຕັ້ງສູນປະສານງານທາງທະເລ ເພື່ອເພີ່ມຄວາມໝັ້ນຄົງ ໃນການແລ່ນກຳປັ່ນອາຊຽນ ASEAN

      ອາຊຽນ ສືບຕໍ່ຕັ້ງສູນປະສານງານທາງທະເລ ເພື່ອເພີ່ມຄວາມໝັ້ນຄົງ ໃນການແລ່ນກຳປັ່ນ

      5/12/2026 9:30:03 AM

      ອາຊຽນ (ASEAN) ໄດ້ເຫັນດີ ເພີ່ມທະວີ ການຮ່ວມມືດ້ານກິດຈະການ ທາງທະເລ ແລະ ພວມກະກຽມ ສ້າງຕັ້ງສູນປະສານງານ ການແລ່ນກຳປັ່ນ ໂດຍຟີລິບປິນ ກ່າວວ່າ, ວິທີການດັ່ງກ່າວນີ້ ສາມາດຊ່ວຍຫລຸດຜ່ອນຄວາມສ່ຽງ

    • ອາຊຽນ ປຶກສາຫາລືຄວາມໝັ້ນຄົງ ດ້ານພະລັງງານ-ສະບຽງອາຫານອາຊຽນ ASEAN

      ອາຊຽນ ປຶກສາຫາລືຄວາມໝັ້ນຄົງ ດ້ານພະລັງງານ-ສະບຽງອາຫານ

      5/11/2026 7:39:44 AM

      ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ຈັດຂຶ້ນ ຢູ່ແຂວງເຊບູ ຂອງຟີລິບປີນ ເມື່ອບໍ່ດົນມານີ້ ໂດຍໄດ້ສຸມໃສ່ ປຶກ ສາຫາລື ບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງ ດ້ານພະລັງງານ, ຄວາມໝັ້ນຄົງ ດ້ານສະບຽງອາຫານ, ຄວາມ ປອດໄພ ຂອງປະຊາຊົນ ອາຊຽນ ຢູ່ແຫ່ງຕ່າງໆ ໃນໂລກ, ການຮ່ວມມື ດ້ານເສດຖະກິດ ແລະ ຫົວຂໍ້ສຳຄັນ ອື່ນໆ.

    • ຟີລິບປິນ ໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ອາຊຽນ ASEAN

      ຟີລິບປິນ ໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 48

      5/8/2026 2:47:31 PM

      ກອງ​ປະ​ຊຸມ​ສຸດຍອດ​ ອາ​ຊຽນ ​ຄັ້ງ​ທີ 48 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊ​ບູ​ ຂອງ​ຟີ​ລິບ​ປິນ.ຟີ​ລິບ​ປິນ ​ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ​ອາ​ຊຽນ​ ເປັນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

ads
ads

Top