ຂປລ
ປະຊາຊົນໃນ ຟີລິບປິນ ພາກັນຕິດຕັ້ງແຜງໂຊລາເຊລ ເທິງຫລງັຄາເຮືອນ ເພື່ອຫລຸດຜ່ອນພາລະຄ່າໄຟຟ້າ ທີ່ແພງສູງຂຶ້ນ, ເຮັດໃຫ້ ຟີລິບປິນ ກາຍເປັນປະເທດລົງທຶນ ໃນແຜງໂຊລາເຊລ ຫລາຍທີ່ສຸດໃນໂລກ .
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ມານິລາ ປະເທດ ຟີລິປິນ ວ່າ: ປະຊາຊົນໃນ ຟີລິບປິນ ພາກັນຕິດຕັ້ງແຜງໂຊລາເຊລ ເທິງຫລງັຄາເຮືອນ ເພື່ອຫລຸດຜ່ອນ ພາລະຄ່າໄຟຟ້າ ທີ່ແພງສູງຂຶ້ນ, ເຮັດໃຫ້ ຟີລິບປິນ ກາຍເປັນປະເທດລົງທຶນ ໃນແຜງໂຊລາເຊລ ຫລາຍທີ່ສຸດໃນໂລກ .
ໂດຍບໍລິສັດ ເມຣັລໂກ ຜູ້ຈຳໜ່າຍໄຟຟ້າ ຊັ້ນນໍາຂອງ ຟີລິບປິນ ໄດ້ຂຶ້ນລາຄາຄ່າໄຟຟ້າ 10% ນັບແຕ່ເກີດຄວາມຂັດແຍ່ງໃນຕາເວັນອອກກາງໃນທ້າຍເດືອນກຸມພາຜ່ານມາ. ໂດຍປັດຈຸບັນ ຄົວເຮືອນ ໂດຍສະເລ່ຍ ໃຊ້ຈ່າຍປະມານ 12% ຂອງລາຍ ໄດ້ຕໍ່ເດືອນ ສຳລັບຈ່າຍຄ່າໄຟຟ້າ.
ຟີລິບປິນ ເປັນໜຶ່ງໃນປະເທດ ໃນອາຊີຕາເວັນອອກສຽ່ງໃຕ້ ທີ່ມີການອຸດໜູນຄ່າໄຟຟ້າ ໜ້ອຍທີ່ສຸດ ແລະ ຄ່າໄຟຟ້າໃນຄົວເຮືອ ກໍ່ສູງທີ່ສຸດໃນພາກພື້ນ ຖັດຈາກສິງກະໂປ ແຕ່ກຳລັງຊື້ສະເລ່ຍຂອງປະຊາຊົນ ໃນສິງກະໂປ ພັດສູງກວ່າ ຟິລິບປິນເກືອບ 13 ເທົ່າ.
KPL