ມຽນມາ ຈູດທຳລາຍຢາເສບຕິດຄັ້ງໃຫຍ່ ມູນຄ່າຫຼາຍກວ່າ 360 ລ້ານໂດລາ

29/06/2026 17:59
ຂປລ ເມືອງຢ້າງກຸ້ງ, ມັນດາເລ ແລະ ຕອງຈີຈັດພີທີຈູດທຳລາຍ ຢາເສບຕິດແລະ ສານຕັ້ງຕົ້ນ ຈຳນວນຫລາຍ ທີ່ຢຶດໄດ້ຈາກທົ່ວປະເທດ ມູນຄ່າ 603,77ລ້ານໂດລາສະຫະລັດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ແລະ ການຄ້າຢາເສບຕິດຜິດກົດໝາຍ ຄັ້ິງທີ 39.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ຫລາຍເມືອງຂອງ ມຽນມາ ເຊັ່ນ: ເມືອງຢ້າງກຸ້ງ, ມັນດາເລ ແລະ ຕອງຈີຈັດພີທີຈູດທຳລາຍ ຢາເສບຕິດແລະ ສານຕັ້ງຕົ້ນ ຈຳນວນຫລາຍ ທີ່ຢຶດໄດ້ຈາກທົ່ວປະເທດ ມູນຄ່າ 603,77ລ້ານໂດລາສະຫະລັດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ແລະ ການຄ້າຢາເສບຕິດຜິດກົດໝາຍ ຄັ້ິງທີ 39.

ຢາເສບຕິດທີ່ຖືກທຳລາຍ ໃນເມືອງຢ້າງກຸ້ງ ແບ່ງເປັນ 31 ປະເພດມູນຄ່າກວ່າ 321,32 ລ້ານໂດລາສະຫະລັດ; ເມືອງມັນດາເລ ແບ່ງເປັນ 27 ປະເພດ ມູນຄ່າ 113,68 ລ້ານໂດລາສະຫະລັດ ແລະ ໃນຕອງຈີແບ່ງເປັນ 93 ປະເພດ ມູນຄ່າ 168,77 ລ້ານໂດລາສະຫະລັດ, ໂດຍມີທັງ ເຮໂຣອິນ, ຢາຝິ່ນ, ຢາກະຕຸ້ນ, ເມທາເອມເຟຕາມິນ, ກັນຊາ, ເຄຕາມິນ, ກະທ່ອມ, ຢາອີ ແລະ ອື່ນໆ. ໂດຍທັງ3ເມືອງດັ່ງກ່າວເຄີຍຈູດທຳລາຍຢາເສບຕິດ ແລະ ສານຕັ້ງຕົ້ນ ມູນຄ່າ 297 ລ້ານໂດລາສະຫະລັດ ເນື່ອງໃນວັນຕ້ານຢາເສບຕິດສາກົນໃນປີ 2025.

KPL

ຂ່າວອື່ນໆ

ads
ads

Top