ອິນໂດເນເຊຍ ຈະອອກພັນທະບັດສະກຸນເງິນຢວນໃນຈີນ ວົງເງິນ 1 ຕື້ໂດລາສະຫະລັດ

29/06/2026 17:59
ຂປລ ອິນໂດເນເຊຍ ຈະອອກພັນທະບັດສະກຸນເງິນຢວນ ໃນຕະຫລາດ ຈີນ, ມູນຄ່າຢ່າງໜ້ອຍ 1 ຕື້ໂດລາສະຫະລັດ ເພື່ອເພີ່ມສະຖຽນລະພາບທາງການເງິນ ແລະ ຫລຸດການພຶງພາເງິນໂດລາສະຫະລັດ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ອິນໂດເນເຊຍ ຈະອອກພັນທະບັດ ສະກຸນເງິນຢວນ ໃນຕະຫລາດ ຈີນ, ມູນຄ່າຢ່າງໜ້ອຍ 1 ຕື້ໂດລາສະຫະລັດ ເພື່ອເພີ່ມສະຖຽນ ລະພາບທາງ ການເງິນ ແລະ ຫລຸດການພຶງພາ ເງິນໂດລາສະຫະລັດ.

ກະຊວງການເງິນ ອິນໂດເນເຊຍ ເປີດເຜີຍວ່າ ແຜນການອອກພັນທະບັດ ດັ່ງກ່າວ ຈະເລີ່ມຂຶ້ນ ໃນກາງເດືອນກໍລະກົດນີ້, ຂະນະນີ້ ຍັງຢູ່ລະຫວ່າງ ການລໍຖ້າອະນຸມັດ ຂັ້ນສຸດ ທ້າຍ ຈາກທາງການຈີນ.

ສຳລັບອິນໂດເນເຊຍແລ້ວ ການອອກພັນທະບັດ ເງິນຢວນຄັ້ງນີ້ ຖືເປັນສ່ວນໜຶ່ງຂອງ ຍຸດທະສາດກະຈາຍ ແຫລ່ງເງິນທຶນສະກຸນຕ່າງປະເທດ ເພື່ອຫລຸດຄວາມສ່ຽງຈາກການ ຜັນຜວນຂອງຕະຫລາດໂລກ ແລະ ຊ່ວຍຫລຸດແຮງກົດດັນ ຄ່າເງິນຣູປີ ເຊິ່ງອິນໂດເນເຊຍ ຈຳເປັນຕ້ອງຫາແຫລ່ງທຶນໃໝ່ ເພື່ອສະໜັບສະໜູນ ໂຄງການພາກລັດ, ຂະນະດຽວກັນ ພະຍາ ຍາມຫລີກລ່ຽງ ການອອກພັນທະບັດ ສະກຸນເງິນເງິນໂດລາໃນໄລຍະທີ່ແຂງຄ່າ ແລະ ເງິນຣູປີທີ່ ອອ່ນຄ່າລົງ.

KPL

ຂ່າວອື່ນໆ

ads
ads

Top