ຂປລ
ໜ່ວຍງານກຳກັບດູແລຂອງ ຈີນ ສະເໜີ ໃຫ້ມີການແກ້ໄຂກົດລະບຽບ ໃນປັດຈຸບັນ ກ່ຽວກັບການນໍາເຂົ້າ ແລະ ສົ່ງອອກຄຳ ລວມເຖິງຜະລິດຕະພັນຄຳ, ໂດຍມີເປົ້າໝາຍ ເພື່ອຫລຸດຂັ້ນຕອນການ ດຳເນີນງານ ຂອງພາກລັດ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ໜ່ວຍງານກຳກັບດູແລຂອງ ຈີນ ສະເໜີ ໃຫ້ມີການແກ້ໄຂກົດລະບຽບ ໃນປັດຈຸບັນ ກ່ຽວກັບການນໍາເຂົ້າ ແລະ ສົ່ງອອກຄຳ ລວມເຖິງ ຜະລິດ ຕະພັນຄຳ, ໂດຍມີເປົ້າໝາຍ ເພື່ອຫລຸດຂັ້ນຕອນ ການດຳເນີນງານ ຂອງພາກລັດ, ອຳນວຍຄວາມສະດວກ ທາງການຄ້າ ແລະ ຍົກລະດັບການບໍລິຫານ ຈັດການ ຄຳທີ່ບຸກຄົນທົ່ວໄປ ນຳເອົາຂ້າມຊາຍແດນ.
ທະນາຄານກາງຈີນ (PBOC) ເປີດເຜີຍວ່າ: ຮ່າງແກ້ໄຂ ເພີ່ມເຕີມດັ່ງກ່າວສ້າງຂຶ້ນ ຮ່ວມກັບສໍານັກງານພາສີຈີນ(GACC) ເພື່ອປັບປຸງກອບ ການຄຸ້ມຄອງ ທີ່ມີຢູ່ແລ້ວ ໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບ ສະພາບເສດຖະກິດ ທີ່ປ່ຽນແປງໄປ ລວມເຖິງຂໍ້ກຳນົດ ທາງກົດໝາຍ ແລະ ການປັບປ່ຽນນະໂຍບາຍ.
ພາຍໃຕ້ຮ່າງຂໍ້ບັງຄັບ ສະບັບໃໝ່ນີ້ ຂໍ້ກຳນົດທີ່ລະບຸໃຫ້ PBOC ແລະ GACC ຕ້ອງຮ່ວມກັນສ້າງ ກົດລະບຽບ ສຳລັບບຸກຄົນທົ່ວໄປ ທີ່ນຳເອົາຄຳ ຫລື ສົ່ງຄຳ ແລະ ຜະລິດຕະ ພັນຄຳໄປທາງໄປສະນີ ຂ້າມຊາຍແດນນັ້ນ ຈະຖືກຍົກເລີກ.
ນອກນີ້ ຮ່າງກົດໝາຍ ບັງຄັບດັ່ງກ່າວ ຍັງລະບຸວ່າ: ການເຄື່ອນຍ້າຍຄຳ ຂ້າມຊາຍແດນ ໃນລັກສະນະນີ້ ຈະຍັງສືບຕໍ່ ພາຍໃຕ້ການຄຸ້ມຄອງຂອງ GACCຄືເກົ່າ ເພື່ອເປັນ ການເພີ່ມ ປະສິດທິພາບ ດ້ານການບໍລິຫານຈັດການ.
KPL