ສປ ຈີນ-ອິນເດຍ ໄດ້ຟື້ນຟູຖ້ຽວບິນ ໂດຍກົງຄືນໃໝ່

27/10/2025 16:42
ຂປລ ບໍລິສັດການບິນອິນດີໂກ ແອລາຍ (IndiGo Airlines) ຂອງອິນເດຍ ໄດ້ຟື້ນຟູຖ້ຽວບິນ ໂດຍກົງ ລະຫວ່າງ ນະຄອນ ໂຄນຄາຕາ ຂອງອິນ ເດຍ-ນະຄອນ ກວາງໂຈ່ວຂອງ ສປ ຈີນ, ນີ້ເປັນເທື່ອທໍາອິດ ທີ່ອິນເດຍ ຟື້ນຟູຖ້ຽວບິນ ໂດຍກົງ ກັບເຂດດ້ານໃນຂອງ ສປ ຈີນ (ເຂດແດນຈີນ ທີ່ບໍ່ລວມທັງ ຮົງກົງ-ມາກາວ-ໄຕ້ຫວັນ) ນັບແຕ່ປີ 2020 ເປັນຕົ້ນມາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນວັນທີ 26 ຕຸລານີ້, ບໍລິສັດການບິນອິນດີໂກ ແອລາຍ (IndiGo Airlines) ຂອງອິນເດຍ ໄດ້ຟື້ນຟູຖ້ຽວບິນ ໂດຍກົງ ລະຫວ່າງ ນະຄອນ ໂຄນຄາຕາ ຂອງອິນ ເດຍ-ນະຄອນ ກວາງໂຈ່ວຂອງ ສປ ຈີນ, ນີ້ເປັນເທື່ອທໍາອິດ ທີ່ອິນເດຍ ຟື້ນຟູຖ້ຽວບິນ ໂດຍກົງ ກັບເຂດດ້ານໃນຂອງ ສປ ຈີນ (ເຂດແດນຈີນ ທີ່ບໍ່ລວມທັງ ຮົງກົງ-ມາກາວ-ໄຕ້ຫວັນ) ນັບແຕ່ປີ 2020 ເປັນຕົ້ນມາ. ສື່ມວນຊົນອິນເດຍ ລາຍງານວ່າ: ເຮືອບິນທີ່ປະຕິບັດໜ້າທີ່ ການບິນຂອງຖ້ຽວບິນ ດັ່ງກ່າວ ແມ່ນເຮືອບິນ ແອບັດ (A320neo), ໂດຍໄດ້ບັນທຸກຜູ້ໂດຍສານ 176 ຄົນ. ພ້ອມນີ້, ອິນເດຍ ຍັງມີແຜນຈະຟື້ນຟູ ຖ້ຽວບິນ ລະຫວ່າງ ນິວແດນລີ-ຊຽງໄຮ້ ຫລື ນິວແດນລີ-ກວາງໂຈ່ວ ພາຍໃນບໍ່ເທົ່າໃດເດືອນໃນອະນາຄົດ ຂ້າງໜ້ານີ້. ໄລຍະຜ່ານມານັ້ນ, ໂດຍໄດ້ຮັບຜົນກະທົບ ຈາກປັດໄຈ ຕ່າງໆ ເຊັ່ນ: ການແພ່ລະບາດ ຂອງພະຍາດໂຄວິດ-19 ເປັນຕົ້ນ, ຖ້ຽວບິນໂດຍກົງລະຫວ່າງ ອິນເດຍ-ເຂດດ້ານໃນຂອງ ສປ ຈີນ ໄດ້ຖືກໂຈະການບໍລິການຊົ່ວຄາວ ນັບແຕ່ປີ 2020 ເປັນຕົ້ນມາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top