ຂປລ
ສູນວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ) ໄດ້ຈັດພິທີ ໄຂງານຕະຫລາດນັດລະດູໃບໄມ້ຫລົ່ນ ຄັ້ງທີ 1 ປີ 2025 ໂດຍມີ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາທ້ອງຖິ່ນ ແລະ ຜູ້ຕາງໜ້ານັບຮອຍວິສາຫະກິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສູນວາງສະແດງ ແຫ່ງຊາດ (ດົງແອັງ, ຮ່າໂນ້ຍ) ໄດ້ຈັດພິທີ ໄຂງານຕະຫລາດນັດ ລະດູໃບໄມ້ຫລົ່ນ ຄັ້ງທີ 1 ປີ 2025 ໂດຍມີ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ບັນດາການນຳພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາທ້ອງຖິ່ນ ແລະ ຜູ້ຕາງໜ້າ ນັບຮອຍ ວິສາຫະກິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ງານຕະຫລາດນັດ ລະດູໃບໄມ້ຫລົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບ ການຜະລິດ, ດຳເນີນທຸລະກິດ” ດ້ວຍການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ, ວິສາຫະກິດຂອງ ຫວຽດນາມ 2.500 ແຫ່ງ ແລະ ວິສາຫະກິດ ທີ່ມາຈາກບັນດາ ປະເທດ ປະມານ 100 ແຫ່ງ, ຄື: ຝຣັ່ງ, ແບນຊິກ, ໂຮນລັງ, ໂອຕາລິດ, ສປ ຈີນ, ອິນເດຍ, ບັນດາປະເທດ ອາຊຽນ. ບັນດາຮ້ານວາງສະແດງ ຢູ່ງານຕະຫລາດນັດ ໄດ້ວາງສະແດງ, ໂຄສະນາ ບັນດາຜະລິດຕະພັນ ໃນຂົງເຂດ ອຸດສາຫະກຳ, ການຄ້າ, ເຄື່ອງໃຊ້ສອຍ, ວາງສະແດງຮູບທິວທັດ, ຮູບແບບປະດິດຄິດສ້າງຂອງ ຮ່າໂນ້ຍ. ທ່ານ ຟ້າມມິນຈິງ ຢືນຢັນວ່າ:“ງານຕະຫລາດນັດ ລະດູໃບໄມ້ຫລົ່ນ ຄັ້ງທີ 1 ປີ 2025 ບໍ່ພຽງແຕ່ ເປີດແຫ່ງເຊື່ອມຕໍ່ໃໝ່ ລະຫວ່າງ ວິສາຫະກິດ ແລະ ຜູ້ບໍລິໂພກ, ລະຫວ່າງ ສສ ຫວຽດນາມ ແລະ ໂລກ, ລະຫວ່າງ ມະນຸດກັບການຜະລິດ ດຳເນີນທຸລະກິດ ເທົ່ານັ້ນ, ຫາກສຳຄັນກວ່າ ແມ່ນເປັນແຫ່ງ “ເລີ່ມແຫລ່ງປະດິດຄິດສ້າງ-ພູມປັນຍາ ໄດ້ແຜ່ແສງ ສະຫວ່າງ-ພົບປະແລກປ່ຽນ, ຮ່ຳຮຽນ- ຢືນຢັນ ຄຸນນະທາດ-ແຜ່ກະຈາຍຄວາມເອກອ້າງທະນົງໃຈ” ແລະ ຈິດໃຈ “ລັດສ້າງສັນ-ວິສາຫະກິດນຳໜ້າ-ພາກລັດ ເອກະຊົນຮ່ວມເດີນທາງ-ປະເທດຊາດ ຮັ່ງມີເຂັ້ມແຂງ-ປະຊາຊົນ ມີຄວາມຜາສຸກ” ອີກດ້ວຍ.ງານຄັ້ງນີ້ ຈັດຂຶ້ນ ລະຫວ່າງ ວັນທີ 25 ຕຸລາ ຮອດວັນທີ 04 ພະຈິກນີ້, ຄະນະຈັດຕັ້ງຫວັງວ່າ ຈະໄດ້ຕ້ອນຮັບແຂກເຂົ້າມາຢ້ຽມຊົມ ຫລາຍກວ່າ 500.000 ເທື່ອຄົນ/ວັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL