ສປ ຈີນ ຈັດກອງປະຊຸມສົນທະນາ “ການບໍລິຫານທົ່ວໂລກ-ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີປາຊິຟິກ”

27/10/2025 16:16
ຂປລ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຈະເດີນທາງ ໄປນະຄອນຈອງຈູ ປະເທດ ສ ເກົາຫລີ ເພື່ອເຂົ້າຮ່ວມ ກອງປະຊຸມ ຜູ້ນຳ ເສດຖະ ກິດ ອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື ເອເປັກ ຄັ້ງທີ 32 ແລະ ຢ້ຽມຢາມ ສ ເກົາຫລີ ທາງລັດຖະກິດ, ກອງປະຊຸມ ສົນທະນາ “ການບໍລິຫານທົ່ວໂລກ ແລະ ຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ ຂອງ ອາຊີ ປາຊິຟິກ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເນື່ອງໃນໂອກາດທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຈະເດີນທາງ ໄປນະຄອນຈອງຈູ ປະເທດ ສ ເກົາຫລີ ເພື່ອເຂົ້າຮ່ວມ ກອງປະຊຸມ ຜູ້ນຳ ເສດຖະ ກິດ ອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື ເອເປັກ ຄັ້ງທີ 32 ແລະ ຢ້ຽມຢາມ ສ ເກົາຫລີ ທາງລັດຖະກິດ, ກອງປະຊຸມ ສົນທະນາການບໍລິຫານທົ່ວໂລກ ແລະ ຄວາມຈະເລີນ ຮຸ່ງເຮືອງຮ່ວມ ກັນ ຂອງອາຊີປາຊິຟິກທີ່ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ມະຫາວິທະຍາໄລຢອນເຊ ແລະ ໂທລະພາບ YTN ຂອງ ສ ເກົາຫລີ ຮ່ວມກັນ ເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້,  ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະ ໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ, ຜູ້ອໍານວຍການໃຫຍ່ CMG ໄດ້ກ່າວຄໍາປາໄສ ຜ່ານວິດີໂອ ທາງໄກ. ໃນກອງ ປະຊຸມ ສົນທະນາ ດັ່ງກ່າວ, ໂທ​ລະ​ພາບ​ສາ​ກົນ​ຈີນ ຫລື CGTN ທີ່ສັງກັດ CMG ໄດ້ເຜີຍແຜ່ຜົນສໍາຫລວດຄໍາຄິດເຫັນ ຂອງປະຊາຊົນທົ່ວໂລກ ພາຍໃຕ້ຫົວຂໍ້ຄວາມຈະເລີນຮຸ່ງເຮືອງ ຂອງອາຊີ ປາຊິ ຟິກ ກັບ ພະລັງແຮງຂອງ ສປ ຈີນເຊິ່ງສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 83,3% ໄດ້ຕີລາຄາຢ່າງຕັ້ງໜ້າ ຕໍ່ບົດບາດຂອງ ເອເປັກ ໃນຖານະທີ່ເປັນເວທີ ການຮ່ວມມືດ້ານເສດຖະກິດ ອັນສໍາ ຄັນ ໃນພາກພື້ນອາຊີ-ປາຊິຟິກ, ພ້ອມດຽວກັນນີ້, ຜູ້ຕອບແບບສອບຖາມ 83,4% ໄດ້ຕີລາຄາໃນລະດັບສູງ ຕໍ່ບົດບາດ ແລະ ການປະກອບສ່ວນຂອງ ສປ ຈີນ ໃນການຊຸກຍູ້ ຂະບວນການ ພັດທະນາ ແບບຍືນຍົງຂອງ ເອເປັກ. ໃນວັນດຽວກັນ, ຍັງມີການເປີດ ກິດຈະກໍາ ລະດົມຄວາມຄິດ ໃນທົ່ວໂລກ ພາຍໃຕ້ຫົວຂໍ້ ການເຄື່ອນໄຫວ ຊາວໜຸ່ມເອເປັກ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top