ຂປລ
ອີງຕາມ ຕົວເລກ ສະຖິຕິ ຂອງອົງການ ພາສີຈີນ ສາຂາກວາງຕຸ້ງ: ໃນ 3 ໄຕມາດຂອງປີນີ້, ການຄ້າຂາເຂົ້າ-ຂາອອກຂອງ 9 ນະຄອນ ໃນເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ບັນລຸເຖິງ 6.770 ຕື້ຢວນ, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້, ໄດ້ກວມ 20,1% ຂອງຍອດມູນຄ່າການຄ້າ ຕໍ່ຕ່າງປະເທດຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມ ຕົວເລກ ສະຖິຕິ ຂອງອົງການ ພາສີຈີນ ສາຂາກວາງຕຸ້ງ: ໃນ 3 ໄຕມາດຂອງປີນີ້, ການຄ້າຂາເຂົ້າ-ຂາອອກຂອງ 9 ນະຄອນ ໃນເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ບັນລຸເຖິງ 6.770 ຕື້ຢວນ, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້, ໄດ້ກວມ 20,1% ຂອງຍອດມູນຄ່າການຄ້າ ຕໍ່ຕ່າງປະເທດຂອງ ສປ ຈີນ. ໃນນັ້ນ, ມູນຄ່າສົ່ງອອກ ສິນຄ້າ ບັນລຸ 4.330 ຕື້ຢວນ, ເພີ່ມຂຶ້ນ 1,6%; ມູນຄ່ານຳເຂົ້າ ສິນຄ້າເປັນ 2.440 ຕື້ຢວນ, ເພີ່ມຂຶ້ນ 8,9%.ໃນ3 ໄຕມາດ ຂອງປີນີ້, ມູນຄ່າການຄ້າຂາເຂົ້າ-ຂາອອກ ຂອງ 9 ນະຄອນໃນເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວໄດ້ເພີ່ມຂຶ້ນ ທຸກໄຕມາດ, ໄດ້ບັນລຸ ການເຕີບໂຕ 9 ໄຕມາດ ລຽນຕິດ. ມູນຄ່າຄ້າຂາເຂົ້າ-ຂາອອກ ໃນໄຕມາດທີ 3ປີນີ້ ບັນລຸເຖິງ 2.390 ຕື້ຢວນ, ເພີ່ມຂຶ້ນ 3,9%, ສ້າງສະຕິຖິສູງສຸດ ດ້ານມູນຄ່າ ການຄ້າຂາເຂົ້າ-ຂາອອກ ຂອງເຂດອ່າວໃຫຍ່ ຕະຫລອດ 5 ປີຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL