ສານໄກ່ເກ່ຍສາກົນ ຊຸກຍູ້ການສ້າງ ປະຊາຄົມຮ່ວມຊາຕາກຳ ມວນມະນຸດ

22/10/2025 17:27
Email Print 102
ຂປລ ພິ​ທີ​ເປີດ​ບໍ​ລິ​ການ​ ຂອງ​ສານ​ໄກ່​ເກ່ຍ​ສາ​ກົນ​ ໄດ້​ຈັດ​ຂຶ້ນ​ຢູ່ ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ​ຂອ​ງ ສປ ​ຈີນ. ຈາກນັ້ນ ທ່ານ ກົ່ວ​ເຈ່​ຍ​ຄຸ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ຕຸ​ລາ​ນີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ພິ​ທີ​ເປີດ​ບໍ​ລິ​ການ​ ຂອງ​ສານ​ໄກ່​ເກ່ຍ​ສາ​ກົນ​ ໄດ້​ຈັດ​ຂຶ້ນ​ຢູ່ ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ​ຂອ​ງ ສປ ​ຈີນ. ຈາກນັ້ນ ທ່ານ ກົ່ວ​ເຈ່​ຍ​ຄຸ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ຕຸ​ລາ​ນີ້​ວ່າ: ໃນ​ຖາ​ນະ​ເປັນ​ມາດ​ຕະ​ການ​ໃໝ່​ ໃນ​ຂົງ​ເຂດກາ​ນ​ຄຸ້ມ​ຄອງ ​ຕາມ​ກົດ​ໝາຍ​ສາ​ກົນ, ສານ​ໄກ່​ເກ່ຍ​ສາ​ກົນ ຈະ​ເພີ່ມ​ພະ​ລັງ​ທາງບວກ ​ດ້ານ​ກົດ​ໝາຍເຂົ້າ​ ໃນ​ກາ​ນ​ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົ​ມ​ຮ່ວມ​ຊາ​ຕາ​ກຳ​ ຂອງມວນ​ມະ​ນຸດ, ກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​​ພັດ​ທະ​ນາ​ຮົງ​ກົງ​​ ໃຫ້ກາຍ​ເປັນເມືອງ​ແຫ່ງ​ການ​ໄກ່​ເກ່ຍ”.ກ່ອນໜ້ານີ້ ທ່ານ ວາງ​ຢີ້ ກຳ​ມະ​ການ ​ກົມ​ການ​ເມືອງ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ ​ສົນ​ທິ​ສັນ​ຍາ ​ສານ​ໄກ່​ເກ່ຍ ​ສາ​ກົນ ​ທີ່​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ ທັງ​ໄດ້​ຕາງ​​ໜ້າຝ່າຍ ສປ ​ຈີນ ​ລົງ​ນາມ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ. ສົນ​ທິ​ສັນ​ຍາ​​ ສະ​ບັບ​ນີ້ ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ ນັບ​ແຕ່​ເດືອນ​ສິງ​ຫາ​ປີ​ນີ້ ​ເປັນ​ຕົ້ນ​​ມາ, ປັດ​ຈຸ​ບັນ, ມີ 37 ປະ​ເທດ​ໄດ້​ລົງ​ນາມ, ໃນ​ນັ້ນ, ມີ 8 ປະ​ເທດ​ໄດ້​ອະ​ນຸ​ມັດ​ສົນ​ທິ​ສັນ​ຍາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top