ຂປລ
ຍານອະວະກາດບັນທຸກຄົນ ເຊີນໂຈ່ວ 21 ແລະ ຈະຫລວດສົ່ງຍານຊາງເຈີ່ງ 2F-Y21 ໄດ້ຖືກປະສົມເຂົ້າກັນ ແລະ ສົ່ງໄປຮອດສະຖານທີ່ ຍິງສົ່ງແລ້ວ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຕາມຫ້ອງການ ໂຄງການ ການບິນອະວະກາດ ບັນທຸກຄົນຂອງ ສປ ຈີນແຈ້ງໃຫ້ຮູ້ວ່າ: ຍານອະວະກາດບັນທຸກຄົນ ເຊີນໂຈ່ວ 21 ແລະ ຈະຫລວດສົ່ງຍານຊາງເຈີ່ງ 2F-Y21 ໄດ້ຖືກປະສົມເຂົ້າກັນ ແລະ ສົ່ງໄປຮອດສະຖານທີ່ ຍິງສົ່ງແລ້ວ. ປັດຈຸບັນ, ອຸປະກອນ ແລະ ໂຄງລ່າງ ຢູ່ສະຖານທີ່ຍິງສົ່ງ ມີສະພາບເປັນປົກກະຕິ, ໃນຂັ້ນຕອນຕໍ່ໄປນີ້ ຈະດຳເນີນການກວດກາ ສະມັດຕະພາບຕ່າງໆ, ການທົດສອບຮ່ວມ ແລະ ວຽກງານຕ່າງໆ ກ່ອນການຍິງສົ່ງ ຕາມແຜນການ ແລະ ມີແຜນ ຈະຍິງສົ່ງໃນໄວໆນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL