ຂປລ
ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ47 ຈັດຂຶ້ນຢູ່ ມາເລເຊຍ.ໃນໂອກາດນີ້ ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ 2025 ໄດ້ກ່າວຮຽກຮ້ອງ ໃຫ້ບັນດາ ປະເທດ ສະມາຊິກ ພ້ອມກັນ ກຳນົດຮູບແບບ ບົດບາດນຳພາ ຂອງກຸ່ມຄືນ, ຮັກສາ ຄວາມໄວ້ເນື້ອ ເຊື່ອໃຈ ເຂົ້າໃນການສົນທະນາ ແລະ ຮ່ວມມື

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ26ຕຸລານີ້, ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ47 ຈັດຂຶ້ນຢູ່ ມາເລເຊຍ.ໃນໂອກາດນີ້ ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ 2025 ໄດ້ກ່າວຮຽກຮ້ອງ ໃຫ້ບັນດາ ປະເທດ ສະມາຊິກ ພ້ອມກັນ ກຳນົດຮູບແບບ ບົດບາດນຳພາ ຂອງກຸ່ມຄືນ, ຮັກສາ ຄວາມໄວ້ເນື້ອ ເຊື່ອໃຈ ເຂົ້າໃນການສົນທະນາ ແລະ ຮ່ວມມື; ພ້ອມທັງ ຢືນຢັນວ່າ: ກຳລັງແຮງຂອງ ອາຊຽນ ບໍ່ນອນຢູ່ໃນ ຄວາມເອກະພາບເທົ່ານັ້ນ, ຫາກຍັງ ແມ່ນຄວາມໄວ້ເນື້ອ ເຊື່ອໃຈທີ່ວ່າ ຄວາມເຄົາລົບ ແລະ ສະຕິຄວາມຮັບຮູ້ ຍັງຕິດພັນບັນດາປະເທດ ອາຊຽນ ນຳກັນ. ໜຶ່ງໃນບັນດາ ຈຸດເດັ່ນ ຂອງກອງປະຊຸມ ແມ່ນພິທີລົງນາມ ຖະແຫລງການຮ່ວມ ລະຫວ່າງ ກຳປູເຈຍ ແລະ ໄທ ໃນຂອບເຂດ ກອງປະຊຸມທີ່ ກົວລາລຳເປີ. ກອງປະຊຸມ ກໍ່ຮັບຮູ້ ຂີດໝາຍປະຫວັດສາດ ເມື່ອ ຕີມໍແລັດສະເຕ(Timor-Leste) ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ. ກ່ຽວກັບ ສະພາບການ ມຽນມາ, ທ່ານ Anwar Ibrahim ຢືນຢັນຄືນໃໝ່ ຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ ສັນຕິພາບ ຜ່ານຂໍ້ຕົກລົງ 5 ຈຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL