ຂປລ
ສະຫະພາບ ເອີຣົບ (EU) ໄດ້ຮັບຮອງເອົາ ຂໍ້ຕົກລົງ ອະນຸຍາດ ໃຫ້ຄະນະ ກຳມະການ ເອີຣົບ (EC) ແລະ ບັນດາປະເທດ ສະມາຊິກ ເຊັນສົນ ທິ ສັນຍາ ສປຊ ກ່ຽວກັບ ການຕ້ານ ອາດຊະຍາກຳ ອິນເຕີເນັດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (EU) ໄດ້ຮັບຮອງເອົາ ຂໍ້ຕົກລົງ ອະນຸຍາດ ໃຫ້ຄະນະ ກຳມະການ ເອີຣົບ (EC) ແລະ ບັນດາປະເທດ ສະມາຊິກ ເຊັນສົນ ທິ ສັນຍາ ສປຊ ກ່ຽວກັບ ການຕ້ານ ອາດຊະຍາກຳ ອິນເຕີເນັດ. ພິທີເປີດ ການເຊັນ ສົນທິສັນຍາ ສະບັບນີ້ ດ້ວຍຫົວຂໍ້ “ອາດຊະຍາກຳ ອິນເຕີເນັດ-ແບ່ງປັນ ຄວາມຮັບຜິດຊອບ-ມຸ່ງໄປສູ່ ອະນາຄົດ” ຈະ ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 25-26 ຕຸລາປີນີ້. ຜູ້ຕາງໜ້າໃຫ້ແກ່ ແດນມາກ-ປະເທດ ພວມດຳລົງຕຳແໜ່ງ ປະທານໝູນວຽນ ສະພາ ອີຢູ, ທ່ານ Peter Hummelgaard, ລັດຖະມົນຕີ ກະຊວງ ຍຸດຕິທຳ ເນັ້ນໜັກວ່າ: ບັນດາ ການກະທຳສໍ້ກົງ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ບຸກໂຈມຕີ ທາງອິນເຕີເນັດ ດ້ວຍຂອບຂະໜາດໃຫ່ຍ, ສະພາບການສວຍໃຊ້ ແລະ ການສະແຫວງຫາ ຜົນປະ ໂຫຍດ ທາງເພດກັບເດັກ ໃນແວດລ້ອມ ອິນເຕີເນັດ ພ້ອມກັບ ຫລາຍຮູບແບບ ອາດຊະຍາກຳ ອິນເຕີເນັດອື່ນໆ ທີ່ພວມເພີ່ມຂຶ້ນ. ການຮັບຮອງເອົາເຄື່ອງມື ນິຕິກຳສາກົນນີ້ ໄດ້ສ້າງຂີດໝາຍ ຄວາມຄືບໜ້າ ສຳຄັນ ໃນການຕໍ່ສູ້ທົ່ວໂລກ ຕ້ານອາດຊະຍາກຳ ປະເພດນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL