ຂປລ
ທ່ານ ຫງວຽນຊິງເຍິດເຕິນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ໃນໄລຍະ ຜ່ານມາ, ສສ ຫວຽດນາມ ພວມມານະພະຍາຍາມ ຊຸກຍູ້ການເຈລະຈາພາສີ ສົມທົບ ກັບຝ່າຍ ສ.ອາເມລິກາ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ບໍ່ດົນມານີ້ ຢູ່ ນະຄອນຫລວງຮ່າໂນ້ຍ, ທ່ານ ຫງວຽນຊິງເຍິດເຕິນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ໃນໄລຍະ ຜ່ານມາ, ສສ ຫວຽດນາມ ພວມມານະ ພະຍາຍາມ ຊຸກຍູ້ການເຈລະຈາພາສີ ສົມທົບ ກັບຝ່າຍ ສ.ອາເມລິກາ. ຄາດວ່າ ໃນເດືອນ ຕຸລາ ແລະ ເດືອນ ພະຈິກ, ຄະນະເຈລະຈາຂອງ ສສ ຫວຽດນາມ ຈະສືບ ຕໍ່ມີການເດີນທາງ ໄປປະຕິບັດງານ ຢູ່ ສ.ອາເມລິກາ ເພື່ອປຶກສາຫາລື ແລະ ຜັນຂະຫຍາຍ ບັນດາວຽກງານຕໍ່ໄປ ມຸ່ງໄປເຖິງການປະຕິບັດ ສຳເລັດ ຂໍ້ຕົກລົງ ກ່ຽວກັບ ການຄ້າ. ດ້ວຍຫລັກ ການ ເຈລະຈາ ແມ່ນເປີດເຜີຍ, ມີລັກສະນະສ້າງສັນ, ມີຄວາມສະເໝີພາບ, ເຄົາລົບນັບຖື ເອກະລາດ, ເປັນເຈົ້າຕົນເອງ, ລະບອບ ລະບຽບການ ການເມືອງ, ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ຊັ່ງຊາເຖິງ ລະດັບ ວິຊາ ການ ພັດທະນາ ຂອງກັນ, ສອງຝ່າຍ ຈະມານະ ພະຍາຍາມ ຊຸກຍູ້ການພົວພັນ ເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ມີສະຖຽນ ລະພາບ, ຜົນປະໂຫຍດ ກົມກຽວ, ສົມກັບເປັນການພົວພັນ ຄູ່ຮ່ວມ ມື ຍຸດທະສາດ ຮອບດ້ານ ສສ ຫວຽດນາມ-ສ.ອາເມລິກາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL