ນັກທ່ອງທ່ຽວ ເອີຣົບ ເດີນທາງເຂົ້າຫວຽດນາມ ເພີ່ມຂຶ້ນ ເກືອບ 35%

10/10/2025 09:33
Email Print 333
ຂປລ ໃນສາມໄຕມາດ ຕົ້ນປີນີ້, ຈຳນວນນັກທ່ອງທ່ຽວເອີຣົບ ເດີນທາງ ເຂົ້າຫວຽດນາມ ເພີ່ມຂຶ້ນຢ່າງກະໂດດຂັ້ນ ລວມມີ ຫລາຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ ລາຍງານວ່າ:  ໃນສາມໄຕມາດ ຕົ້ນປີນີ້, ຈຳນວນນັກທ່ອງທ່ຽວເອີຣົບ ເດີນທາງ ເຂົ້າຫວຽດນາມ ເພີ່ມຂຶ້ນຢ່າງກະໂດດຂັ້ນ ລວມມີ ຫລາຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.

ໃນນັ້ນ ນັກທ່ອງທ່ຽວ ສາກົນ ຫລາຍກວ່າ 15,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍນະໂຍບາຍວີຊາ (visa) ເພື່ອອຳນວຍ ຄວາມສະດວກ, ບັນດາ ລາຍການ ໂຄສະນາ, ສົ່ງເສີມການທ່ອງທ່ຽວ ໄດ້ຮັບການຍູ້ແຮງ ພ້ອມກັບ ບັນດາ ການເຄື່ອນໄຫວ ສະເຫລີມ ສະຫລອງ ວັນບຸນໃຫຍ່ຂອງປະເທດຊາດ ໄດ້ດຶງດູດ ນັກທ່ອງທ່ຽວສາກົນ ເຂົ້າມາຫວຽດນາມ ເປັນຈຳນວນຫລວງຫລາຍ.

 ໂດຍລະດັບ ການເພີ່ມຂຶ້ນ ດັ່ງກ່າວ ເຮັດໃຫ້ ບັນດາ ຕະຫລາດຫລັກຄື: ຣັດເຊຍ ເພີ່ມຂຶ້ນກວ່າ 245%, ໂປໂລຍ 55%, ໂຮນລັງ 35%, ຝຣັ່ງ 32,3%, ອັງກິດ ກວ່າ 29%, ເຢຍລະມັນ ເກືອບ 24% ແລະ ອື່ນໆ. ສ່ວນບັນດາ ຕະຫລາດ ເຕີບໂຕຢ່າງແຮງນັ້ນ ສ່ວນຫລາຍ ແມ່ນກຸ່ມປະເທດ ໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນທີ 15 ສິງຫາ, ລວມມີ: ແບນຊິກ, ບຸນກາຣີ, ກຣົວຊີ, ເຊັກ, ຮົງກາຣີ, ໂຮນລັງ, ໂປໂລຍ ແລະ ສະວິດ, ດ້ວຍການກຳນົດເວລາ 45 ວັນ./

KPL

ຂ່າວອື່ນໆ

ads
ads

Top