ຜູ້ຄົນສັນຈອນທົ່ວສັງຄົມຈີນ ຄາດວ່າ ຈະມີຫລາຍກວ່າ 336 ລ້ານເທື່ອຄົນ

02/10/2025 16:42
Email Print 145
ຂປລ ໃນ​ມື້​ທຳ​ອິດ​ ຂອງ​ຍາມ​ພັກ​ວັນ​ຊາດ​ແລະ​ ບຸນ​ໄຫວ້​ພະ​ຈັນ​ປີ​ນີ້, ຈຳ​ນວນ ຜູ້​ຄົນ​ສັນ​ຈອນ​ ແບບ​ຂ້າມ​ເຂດ​​ແຄວ້ນ ໃນ​ທົ່ວ​ສັງ​ຄົມ ​ຄາດ​ວ່າ ​ຈະ​ມີ​ຫລາຍກວ່າ 336 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 1,7% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 2 ຕຸ​ລາ​ນີ້ ແມ່ນ​ມື້​ທີ​ສອງ​ ຂອງ​ຍາມ​ພັກ​ວັນ​ຊາດ ​ແລະ​ ບຸນ​ໄຫວ້​ພະ​ຈັນ​ ຂອງ ສປ ​ຈີນ, ຕາມ​ກະ​ຊວງ​ ຂົນ​ສົ່ງ ​ແລະ ​ຄົມ​ມະ​ນາ​ຄົມ​ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ​: ໃນ​ມື້​ທຳ​ອິດ​ ຂອງ​ຍາມ​ພັກ​ວັນ​ຊາດ​ແລະ​ ບຸນ​ໄຫວ້​ພະ​ຈັນ​ປີ​ນີ້, ຈຳ​ນວນ ຜູ້​ຄົນ​ສັນ​ຈອນ​ ແບບ​ຂ້າມ​ເຂດ​​ແຄວ້ນ ໃນ​ທົ່ວ​ສັງ​ຄົມ ​ຄາດ​ວ່າ ​ຈະ​ມີ​ຫລາຍກວ່າ 336 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 1,7% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ສຳລັບ ວັນ​ທີ 1 ຕຸ​ລາ​ນີ້, ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ ຜ່ານ​ທາງ​ລົດ​ໄຟ​ຂອງ​ ສປ ຈີນ ​ມີ​ເຖິງ​ 23 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 7,2% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ການ​ຂົນ​ສົ່ງ​ ຜູ້​ໂດຍ​ສານ​ ຜ່ານ​ທາງ​ລົດ​ໄຟ ​ສະ​ເລ່ຍ​ຕໍ່​ມື້ ​ຢູ່​ເຂດ​ສາມ​ຫລ່ຽມ​ ແມ່​ນ້ຳ​ຈູ່​ຈ່ຽງ, ນະ​ຄອນ​ເຊີງ​ຕູ່​ ແຂວງ​ເສ​ສວນ​, ນະ​ຄອນ​ຈຸ່ງ​ກິ່ງ ແລະ​ແຫ່ງ​ອື່ນໆ ​ຂອງ​ ສປ ຈີນ​ ໄດ້​ສ້າງ​ສະ​ຖິ​ຕິ ​ສູງ​ສຸດ​ໃໝ່. ການ​ຂົນ​ສົ່ງ ​ຜູ້​ໂດຍ​ສາ​ນ ​ຜ່ານ​ທາງ​ຫລວງ​ ຄາດ​ວ່າ​ ຈະ​ມີ​​ຫລາຍກວ່າ 310 ລ້ານ​ເທື່ອ​ຄົນ, ການ​ຂົນ​ສົ່ງ ​ຜູ້​ໂດຍ​ສານ ​ຜ່ານ​ທາງ​ອາ​ກາດ​ ຄາດ​ວ່າ ​ຈະ​ມີ​ເຖິງ 2,48 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 3,4% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top