ຂປລ
ໃນວັນທີ 19 ກັນຍາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການຜະລິດກະສິກຳຢູ່ພ້ືນທີ່ຕົວຈິງພາຍໃນນະຄອນຫລວງວຽງຈັນ (ນວ).
ຂປລ. ໃນວັນທີ 19 ກັນຍາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການຜະລິດກະສິກຳຢູ່ພ້ືນທີ່ຕົວຈິງພາຍໃນນະຄອນຫລວງວຽງຈັນ (ນວ) ເປັນຕົ້ນໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ ເມືອງຫາດຊາຍຟອງ; ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ໂຮງງານຜະລິດຫົວອາຫານສັດ ກຣີນຟິດ ຢູ່ບ້ານໂນນທອງ ແລະ ໂຮງງານຜະລິດຫົວອາຫານສັດພູຄຳ (CP) ຢູ່ບ້ານພູຄຳ ເມືອງໄຊທານີ ແລະ ຟາມລ້ຽງໄກ່ພັນໄຂ ສຸກຈະເລີນ ຢູ່ເຂດບ້ານອີໄລ-ນາຂ່າ ເມືອງນາຊາຍທອງ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວຕິດຕາມ.

ການໄປແຕ່ລະສະຖານທີ່, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານກ່ຽວກັບສະພາບການພັດທະນາກິດຈະການ. ໃນນັ້ນ, ໂຮງງານຂ້າສັດທັນສະໄໝມີມູນຄ່າການລົງທຶນທັງໝົດ 500 ລ້ານໂດລາສະຫະລັດ ໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນປີ 2024 ຮອດປັດຈຸບັນສໍາເລັດແລ້ວ ປະມານ 80% ຊຶ່ງຄາດວ່າ ຈະສາມາດເປີດນໍາໃຊ້ໃນຕົ້ນປີ 2026. ໂຮງງານດັ່ງກ່າວມີຂະໜາດຄວາມກວ້າງ 68 ແມັດ ແລະ ຍາວ 258 ແມັດ, ສາມາດຂ້າສັດ ແລະ ແປເປັນຜະລິດຕະພັນຊີ້ນສົດ (ງົວພັນຊີ້ນ) ໄດ້ 1.000 ໂຕ/ມື້. ໃນຕໍ່ໜ້າ, ເມື່ອກິດຈະການດໍາເນີນເປັນປົກກະຕິ, ທັງມີວັດຖຸດິບ (ງົວ) ສະໜອງເຂົ້າໂຮງງານພຽງພໍ ແລະ ຄວາມຕ້ອງການຂອງຕະຫລາດເພີ່ມຂຶ້ນແມ່ນຈະສ້າງໂຮງງານຫລັງທີສອງເພີ່ມອີກ ໃນຮູບແບບ ແລະ ຂະໜາດດຽວ ຊຶ່ງຜະລິດຕະພັນຊີ້ນແມ່ນຈະຈຳໜ່າຍຢູ່ທັງພາຍໃນ ແລະ ຕ່າງປະເທດ. ສຳລັບຟາມລ້ຽງປາດຸກເປັນສິນຄ້າ (ລ້ຽງໃສ່ອ່າງ) ແມ່ນມີເນື້ອທີ່ທັງໝົດ 22 ເຮັກຕາ, ດໍາເນີນກິດຈະການມາໄດ້ 3 ປີແລ້ວ, ກິດຈະກໍາຫລັກແມ່ນລ້ຽງປາດຸກ, ເພາະພັນລູກປາດຸກ ແລະ ໂຮງງານແປຮູບປາ, ພາຍໃນຟາມມີອ່າງ ລ້ຽງປາດຸກທັງໝົດ 300 ອ່າງ, ກໍາລັງການຜະລິດ 2 ໂຕນ/ມື້ ໂດຍສະໜອງໃຫ້ຕະຫລາດພາຍໃນນະຄອນຫລວງວຽງຈັນ ແລະ ແຂວງອ້ອມຂ້າງ. ສໍາລັບຜະລິດຕະພັນປາແປຮູແມ່ນໄດ້ສະໜອງໃຫ້ ທັງຕະຫລາດພາຍໃນ ແລະ ຕ່າງປະເທດ. ສ່ວນໂຮງງານຜະລິດ ຫົວອາຫານສັດກຣີນຟິດມີເນື້ອທີ່ 2,7 ເຮັກຕາ, ມູນຄ່າການລົງທຶນ 10 ກວ່າລ້ານໂດລາສະຫະລັດ, ມີກຳລັງການຜະລິດ 72 ພັນໂຕນ/ ປີ ໂດຍຜະລິດຫົວອາຫານ 3 ປະເພດ ຄື: ຫົວອາຫານງົວ, ຫົວອາຫານໝູ ແລະ ຫົວອາຫານໄກ່, ການຈຳໜ່າຍແມ່ນເກືອບທັງໝົດທຸກແຂວງໃນທົ່ວປະເທດ. ສຳລັບໂຮງງານຜະລິດຫົວອາຫານສັດພູຄຳ (CP) ມີເນື້ອທີ່ທັງໝົດ 10 ເຮັກຕາ, ເລີ່ມດໍາເນີນກິດຈະການມາແຕ່ປີ 2007, ປັດຈຸບັນມີກໍາລັງການຜະລິດ 240.000 ໂຕນ/ປີ ຊຶ່ງນໍາໃຊ້ວັດຖຸດິບຈາກພາຍໃນເຊັ່ນ: ສາລີ, ມັນຕົ້ນ, ແປ້ງ-ຮໍາ ແລະ ອື່ນໆ ກວມ 70% ແລະ ວັດຖຸດິບຈາກຕ່າງປະເທດ ເຊັ່ນ: ກາກຖົ່ວເຫລືອງ, ເມັດຖົ່ວເຫລືອງ, ກາກປາມກວມ 30% ໂດຍຜະລິດຫົວອາຫານ 4 ປະເພດ ຄື: ຫົວອາຫານໝູ ກວມ 70%, ຫົວອາຫານໄກ່ໄຂ່ ກວມ 22%, ຫົວອາຫານໄກພັນຊີ້ນ-ໄກ່ລາດກວມ 6% ແລະ ຫົວອາຫານເປັດກວມ 2% ຂອງຈໍານວນຜະລິດຕະພັນທັງໝົດ ຊຶ່ງຜະລິດຕະພັນດັ່ງກ່າວ ແມ່ນນໍາໄປຈໍາໜ່າຍຢູ່ບັນດາແຂວງ ໃນທົ່ວປະເທດກວມ 35% ແລະ ນໍາໃຊ້ເອງຢູ່ຕາມຟາມຕ່າງໆຂອງບໍລິສັດ ຜູ້ລົງທຶນກວມ 65%. ສະເພາະ ຟາມລ້ຽງໄກ່ພັນໄຂ່ ສຸກຈະເລີນ ມີເນື້ອທີ່ 44 ເຮັກຕາ, ເລີ່ມກໍ່ສ້າງ ໃນຕົ້ນປີ 2022 ແລະ ເລີ່ມລ້ຽງໄກ່ໃນກາງປີ 2023, ເປັນຟາມທີ່ນໍາໃຊ້ເຕັກນິກຕ່າງໆທີ່ທັນສະໄໝ ເປັນຕົ້ນລະບົບການໃຫ້ນໍ້າ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາ ໄມ, ການບຳບັດນ້ຳເປື້ອນ, ການລຳລຽງ-ຕາກຂີ້ໄກ່ ແລະ ອື່ນໆ. ໃນນັ້ນ, ມີອາຄານລ້ຽງໄກ່ທັງໝົດ 10 ຫລັງ (ໄກ່ນ້ອຍ 2 ຫລັງ ແລະ ໄກ່ໃຫຍ່ 8 ຫລັງ), ສາມາດບັນຈຸໄກ່ໄດ້ທັງໝົດ 1 ລ້ານໂຕ, ສາມາດຜະລິດໄຂ່ໄກ່ໄດ້ປະມານ 800.000-850.000 ໜ່ວຍ/ມື້.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມຕ່ໍເຈ້ົາຂອງກິດຈະການ ແລະ ພາກສ່ວນກ່ຽວຂ້ອງທີ່ຮ່ວມຕິດຕາມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາກິດຈະການຕ່າງໆ ຊຶ່ງທຸກກິດຈະການລ້ວນແຕ່ໄດ້ຮັບໝາກຜົນເປັນຢ່າງດີ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານຮັບໃຊ້ພາຍໃນປະເທດ, ທັງປະກອບສ່ວນຫລຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງຊາດມີການຂະຫຍາຍຕົວເປັນກ້າວໆ. ອັນສຳຄັນ, ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ບາງດ້ານ ເປັນຕົ້ນໃຫ້ເຈົ້າຂອງກິດຈະການຜະລິດຫົວອາຫານສັດ ສົມທົບກັບຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕໍ່ຂອດການຜະລິດ ແລະ ສະໜອງວັດຖຸດິບ ເຂົ້າໂຮງງານໃຫ້ສາມາດທຳການຜະລິດໄດ້ເປັນປົກກະຕິ ແລະ ເຕັມປະສິດທິພາບ ໂດຍສະເພາະການຮັບປະກັນໃຫ້ມີແຫລ່ງການຜະລິດວັດຖຸດິບທີ່ຊັດເຈນ ແລະ ໝັ້ນຄົງ, ລວມທັງຂອດການຈໍາໜ່າຍຫົວອາຫານ ໃຫ້ມີລະບົບການຮອງຮັບຄັກແນ່, ທັງນີ້ກໍເພື່ອຄວາມຍືນຍົງຂອງໂຮງງານ; ເອົາໃຈໃສ່ຕໍ່ດ້ານສິ່ງແວດລ້ອມຂອງໂຮງງານ, ຟາມລ້ຽງປາ, ຟາມລ້ຽງໄກ່ໃຫ້ດີເພື່ອບໍ່ເປັນມົນລະພິດທາງດ້ານສິ່ງແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າແຜນການຈໍາໜ່າຍ ແລະ ປຸງແຕ່ງໄຂ່, ຊີ້ນ, ປາ ໃຫ້ເປັນຜະລິດຕະພັນທ່ີຫລາກຫລາຍ, ມີຄຸນນະພາບ, ສາມາດຮັບປະກັນສະໜອງຄວາມຕ້ອງການຂອງສັງຄົມໄດ້ຢ່າງກວ້າງຂວາງ ແລະ ເປັນປົກກະຕິ.
ຂ່າວ: ກົມປະຊາສຳພັນ ຫສນຍ ພາບ: ເກດສະໜາ
KPL