ຂປລ
ຂປລ. ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ສຳພາດ ເມື່ອບໍ່ດົນນີ້ວ່າ: ແຂວງເຊກອງ ມີທ່າແຮງສຳຄັນໃນການພັດທະນາ ເສດຖະກິດ-ສັງຄົມ ຢ່າງຫລາກຫລາຍທາງດ້ານກາຍະພາບ ໂດຍມີເນື້ອທີ່ເປັນເຂດພູດອຍ, ພູພຽງ ແລະ ທົ່ງພຽງ ບວກກັບແຕ່ລະເຂດມີ ສະພາບອາກາດທີ່ແຕກຕ່າງກັນ, ມີເນື້ອທີ່ທຳການຜະລິດ, ມີຊັບພະຍາກອນປ່າໄມ້, ຊັບພະຍາກອນແຫລ່ງນ້ຳ

ຂປລ. ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ສຳພາດ ເມື່ອບໍ່ດົນນີ້ວ່າ: ແຂວງເຊກອງ ມີທ່າແຮງສຳຄັນໃນການພັດທະນາ ເສດຖະກິດ-ສັງຄົມ ຢ່າງຫລາກຫລາຍທາງດ້ານກາຍະພາບ ໂດຍມີເນື້ອທີ່ເປັນເຂດພູດອຍ, ພູພຽງ ແລະ ທົ່ງພຽງ ບວກກັບແຕ່ລະເຂດມີ ສະພາບອາກາດທີ່ແຕກຕ່າງກັນ, ມີເນື້ອທີ່ທຳການຜະລິດ, ມີຊັບພະຍາກອນປ່າໄມ້, ຊັບພະຍາກອນແຫລ່ງນ້ຳ ແລະ ຊັບພະຍາກອນແຮ່ທາດ ທີ່ອຸດົມສົມບູນທີ່ສຸດ ນັ້ນເປັນທ່າແຮງບົ່ມຊ້ອນ ເພື່ອນຳໃຊ້ເຂົ້າໃນການພັດທະນາແຂວງ ກໍຄືປະເທດຊາດ, ພ້ອມນີ້ຍັງມີແຫລ່ງທ່ອງທ່ຽວ ທາງປະຫວັດສາດ, ທຳມະຊາດ ແລະວັດທະນະທຳຮິດຄອງປະເພນີອັນດີງາມ ທີ່ຫລາກຫລາຍຂອງບັນດາເຜົ່າ, ທັງເປັນແຂວງຈຸດໃຈກາງຂອງລະບົບຄົມມະນາ ຄົມຕາມແລວທາງຕາເວັນອອກຕາເວັນຕົກ ທີ່ເປັນເງື່ອນໄຂເພື່ອສ້າງໂອກາດ ໃນການພັດທະນາການເຊື່ອມໂຍງດ້ານການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການເຊື່ອມໂຍງເຊື່ອມຈອດ.

ສະພາບດ້ານການລົງທຶນໃນ 5 ປີຜ່ານມາ ແຕ່ ປີ 2021-2025 ແມ່ນໄດ້ຮັບຄວາມສົນໃຈ ຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຫລາຍສົມຄວນ ເຫັນໄດ້ຈາກຕົວເລກສັງລວມ ໂຄງການລົງທຶນມີທັງໝົດ 38 ໂຄງການ, ມູນຄ່າ 3.718,56 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 45,14% ໃນນີ້ມີນັກລົງທຶນຈາກ ສສ ຫວຽດນາມ ແລະ ຈາກຣາຊະອານາຈັກໄທ ມາລົງທຶນໃນຂົງເຂດ ກະສິກຳ, ການບໍລິການ, ພະລັງງານໄຟຟ້າ ແລະ ໂຄງການທີ່ໃຫຍ່ລະດັບພາກພື້ນໃນອາຊຽນ ແມ່ນໂຄງການໄຟຟ້າພະລັງງານລົມ ມີກຳລັງຕິດຕັ້ງ 600 w, ຢູ່ເມືອງດາກຈຶງ ມີມູນຄ່າການກໍ່ສ້າງ 946 ລ້ານໂດລາສະຫະລັດ, ສ່ວນດ້ານການຄ້າກໍໄດ້ມີການເຊື່ອມໂຍງກັບ ບັນດາແຂວງພາກໃຕ້ຂອງ ສປປ ລາວ ໄປຍັງພາກກາງ ສສ ຫວຽດນາມ ຜ່ານດ່ານສາກົນຕາອອກ ແຂວງເຊກອງ ແລະ ດ່ານສາກົນລາໄລ ແຂວງສາລະວັນ, ດ່ານສາກົນພູເກືອ ແຂວງອັດຕະປີ ແລະ ຜ່ານດ່ານສາກົນວັງເຕົ່າ ແຂວງຈຳປາສັກ ສາມາດສົ່ງອອກສິນຄ້າບັນລຸໄດ້ 717,29 ລ້ານໂດລາສະຫລັດ, ທຽບໃສ່ແຜນວາງໄວ້ 195,75 ລ້ານໂດລາສະຫະລັດ, ປະຕິບັດໄດ້ລື່ນແຜນກວ່າ 3 ເທົ່າຕົວ, ພ້ອມນັ້ນຍັງໄດ້ໃຫ້ຄວາມສຳຄັນ ກັບການພັດທະນາສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ (ສິນຄ້າໂອດັອບ ODOP) ທີ່ມີຜະລິດ ຕະພັນໄດ້ຮັບເຄື່ອງໝາຍການຄ້າ ເຊັ່ນ: ເຫລົ້າວາຍເຊກອງ, ໂສມເຄເຫີບ, ກາເຟຜົງທ່າແຕງ, ດາກຈຶງ, ຜ້າແພຊົນເຜົາ ແລະ ອື່ນໆ. ອັນພົ້ນເດັ່ນແມ່ນການສົ່ງອອກພະລັງງານໄຟຟ້າ ແລະ ແຮ່ທາດຈຳນວນໜຶ່ງ; ດ້ານການທ່ອງທ່ຽວມີ ແຫລ່ງທ່ອງທ່ຽວທາງທຳມະຊາດ 22 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ວັດທະນະທຳ 7 ແຫ່ງ; ດ້ານບໍລິການ ມີໂຮງແຮມ 8 ແຫ່ງ, ເຮືອນພັກ 31 ແຫ່ງ, ຣິສອດ 2 ແຫ່ງ, ຫ້ອງແຖວ 15 ແຫ່ງ ສາມາດຮອງຮັບແຂກທີ່ມາພັກເຊົາໄດ້ 1.051 ຄົນ/ຄືນ ມີສວນອາຫານ 6 ແຫ່ງ, ຮ້ານອາຫານ 19 ຮ້ານ, ຮ້ານກິນດື່ມ 16 ຮ້ານ, ຮ້ານບັນເທິງ 12 ຮ້ານ, ຄາຣະໂອເກະ 11 ຮ້ານ ສາມາດບໍລິການແຂກໄດ້ 4.200 ຄົນ/ມື້. ຄຽງຄູ່ກັນນີ້ດ້ານການເຊື່ອມໂຍງເຊື່ອມຈອດ ແຂວງເຊກອງ ກຳລັງສຸ່ມໃສ່ພັດທະນາພື້ນຖານໂຄງລ່າງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິການ.

ທ່ານ ຂັນຕີ ສີລະວົງສາ ກ່າວຕື່ມວ່າ: ຈາກທ່າແຮງບົ່ມຊ້ອນຂອງ ແຂວງບວກກັບການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງ ເຮັດໃຫ້ແຂວງເຊກອງ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ເສດຖະກິດມີການເຕີບໂຕ ຊຶ່ງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໂດຍສະເລ່ຍ 4,9%, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 1.727,74 ຕື້ກີບ, ປະຕິບັດໄດ້ລື່ນແຜນ 3 ເທົ່າຕົວ, ການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 2.195,56 ຕື້ກີບ, ລື່ນແຜນ 23% ພ້ອມນັ້ນຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນ ໂດຍສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸໄດ້ 24,25 ລ້ານກີບ ທ່ຽບໃສ່ແຜນວາງໄວ້ 19,73 ລ້ານກີບ ແມ່ນລື່ນແຜນ, ເຮັດໃຫ້ຄອບຄົວທຸກຍາກທົວແຂວງ 10.745 ຄອບຄົວ ຫລຸດລົງ 1.144 ຄອບຄົວ, ບ້ານທຸກຍາກ 138 ບ້ານ ຫລຸດລົງ 28 ບ້ານ, ມີບ້ານພັດທະນາ 19 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 1 ບ້ານ. ນອກຈາກນັ້ນ, ຍັງສຳເລັດການກໍ່ສ້າງເສັ້ນທາງຫລວງແຫ່ງຊາດລະຫວ່າງ ເຊກອງ-ດາກຈຶງ 16 B, ຊ່ວງ 94,6 ກິໂລແມັດ, ກໍ່ສ້າງເສັ້ນທາງປູຍາງສອງຊັ້ນ ເສັ້ນທາງ 7501 ແຕ່ບ້ານແບ່ງ ພູລະກຸບ-ເມືອງກະລຶມໃໝ່. ທັງນີ້ໝົດນັ້ນ ແມ່ນຜົນສຳເລັດການນຳພາ-ຊີ້ນຳຂົງເຂດວຽກງານເສດຖະກິດຂອງ
ຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X ທີ່ໄດ້ເຄື່ອນໄຫວບຸກບືນສູ້ຊົນ ການພັດທະນາແຂວງເຊກອງ ຢ່າງຕັ້ງໜ້າ.
ໂດຍ: ອັດສະວິນ
KPL