ຂປລ
ທ່ານ ອະນຸທິນ ຊານວີຣະກຸນ ໄດ້ຮັບເລືອກຕັ້ງ ເປັນນາຍົກລັດຖະມົນຕີໄທ ຄົນໃໝ່ ຊຶ່ງເປັນນາຍົກ ຄົນທີ 32 ຂອງປະເທດ ດ້ວຍສຽງ ສະໜັບ ສະໜູນ 311 ສຽງຈາກ 490 ສຽງ ເຮັດໃຫ້ ໄດ້ຮັບໄຊຊະນະ ໃນຄັ້ງນີ້

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 5 ກັນຍານີ້, ທ່ານ ອະນຸທິນ ຊານວີຣະກຸນ ໄດ້ຮັບເລືອກຕັ້ງ ເປັນນາຍົກລັດຖະມົນຕີໄທ ຄົນໃໝ່ ຊຶ່ງເປັນນາຍົກ ຄົນທີ 32 ຂອງປະເທດ ດ້ວຍສຽງ ສະໜັບ ສະໜູນ 311 ສຽງຈາກ 490 ສຽງ ເຮັດໃຫ້ ໄດ້ຮັບໄຊຊະນະ ໃນຄັ້ງນີ້ ພາຍຫລັງ ສະພາຕ່ຳ ໄທ ດ້ວຍສະມາຊິກ 492 ທ່ານ ໄດ້ຈັດກອງປະຊຸມພິເສດ ເພື່ອເລືອກຕັ້ງ ນາຍົກລັດຖະມົນຕີ ຄົນໃໝ່, ຫລັງຈາກ ໜຶ່ງອາທິດ ຜ່ານມາ ທີ່ມີຄຳຕັດສິນ ຂອງສານລັດຖະທຳມະນູນ ບົດຕຳແໜ່ງ ທ່ານ ນາງ ແພທອງທານ ຊີນນະວັດ ນາຍົກລັດຖະມົນຕີ ຍ້ອນລະເມີດ ຄຸນສົມບັດ ລັດຖະການ. ສຳລັບ ຜູ້ສະໝັກ ຮັບເລືອກຕັ້ງ ລວມມີ 2 ທ່ານ ໄດ້ສະເໜີ ບ່ອນບັດແມ່ນ ທ່ານ ອະນຸທິນ ຊານວີຣະກຸນ, ເກີດປີ 1966 ການນຳ ພັກພູມໃຈໄທ ແລະ ທ່ານ ໄຊກະເສມ ນິຕິສິຣິ, ເກີດປີ 1948 ຂຶ້ນກັບ ພັກເພື່ອໄທ. ເພື່ອສາມາດ ຮັບໄຊຊະນະ, ຜູ້ສະໝັກ ຮັບເລືອກຕັ້ງ ທ່ານ ໜຶ່ງ ຕ້ອງຍາດໄດ້ ຢ່າງໜ້ອຍສຸດ 247 ສຽງ. ທ່ານ ອະນຸທິນ ຊານວີຣະກຸນ ໄດ້ເຂົ້າຮ່ວມ ເວທີການເມືອງ ນັບແຕ່ປີ 1996. ທ່ານ ເປັນຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງ ສາທາລະນະສຸກ ໃນສະໄໝຂອງ ທ່ານ ນາຍົກລັດຖະມົນຕີ ປຣາຍຸດ ຈັນໂອຊາ ອາຍຸການ 2019-2023. ພາຍຫລັງ ການເລືອກ ຕັ້ງປີ 2023, ທ່ານ ສືບຕໍ່ ດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງພາຍໃນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL