ຂປລ
- ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ- ອາຈານ, ນັກຮຽນ-ນັກສຶກສາ,
-ພີ່ນ້ອງປວງຊົນລາວທັງຊາດທ່ີນັບຖື ແລະ ຮັກແພງ.
- ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ- ອາຈານ, ນັກຮຽນ-ນັກສຶກສາ,
-ພີ່ນ້ອງປວງຊົນລາວທັງຊາດທ່ີນັບຖື ແລະ ຮັກແພງ.
ມື້ນີ້ເປັນວັນໜຶ່ງທີ່ສໍາຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງໃນຂອບເຂດ ທົ່ວປະເທດກຳລັງກຽມຈິດໃຈ ເພື່ອເຂົ້າຮຽນໃນສົກຮຽນໃໝ່ 2025- 2026. ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025-2026 ນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍໄປເຖິງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກ ສາທຸກຊ້ັນ, ທຸກສາຍທຸກລະດັບ, ທຸກຂົງ ເຂດທັງພາກລັດ ແລະ ເອກະຊົນໃນຂອບ ເຂດທົ່ວປະເທດມານະໂອກາດອັນມີ ຄວາມໝາຍຄວາມສຳຄັນໃນຄັ້ງນີ້ດ້ວຍ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ. ລັດຖະບານຍາມໃດກໍໄດ້ຖືວຽກງານການສຶກສາເປັນວຽກໜຶ່ງສຳຄັນ “ເອົາການສຶກສາໄປກ່ອນວຽກງານອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ການສຶກສາເປັນການພັດທະນາຊັບພະຍາກອນມະນຸດ, ສ້າງຄົນເຮົາມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດເພ່ືອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.
ໃນສົກຮຽນຜ່ານມາເຖິງຈະມີຄວາມຫຍຸ້ງຍາກຫລາຍຢ່າງທີ່ສົ່ງຜົນກະທົບໂດຍກົງຕໍ່ການປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ຂະແໜງສຶກສາທິການ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາປະຕິບັດໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງສາມາດຂັບເຄື່ອນປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດສໍາຄັນຫລາຍດ້ານເປັນຕ້ົນໄດ້ປັບປຸງພ້ືນຖານໂຄງລ່າງຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນໃຫ້ແກ່ນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກ ສາ, ລວມທັງການສົ່ງເສີມການສຶກສາຮຽນຮ່ວມ, ເພີ່ມການສະໜອງເງິນອຸດໜູນເບ້ຍລ້ຽງນັກຮຽນ-ນັກສຶກສາທຸກຊັ້ນທຸກສາຍ ແລະ ໄດ້ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນ- ການສອນໃນທຸກລະດັບໃຫ້ດີຂ້ຶນ. ນອກຈາກນ້ີ, ຍັງໄດ້ສົ່ງເສີມການຄ້ົນຄວ້າວິທະຍາສາດ ແລະ ນະວັດຕະກຳ, ພ້ອມທັງໄດ້ປັບປຸງ ຄຸນນະພາບ, ຄັດເລືອກຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ ແລະ ໄດ້ສົ່ງເສີມການອອກກໍາລັງກາຍຂອງທ່ົວປວງຊົນລາວ ລວມທັງເຮັດໜ້າທ່ີ ສົ່ງເສີມກິລາອາຊີບໃຫ້ຫັນເຂົ້າສູ່ລະບົບຢ່າງຕັ້ງໜ້າ ແລະ ຂະບວນກິລາລາວກໍໄດ້ຮັບການພັດທະນາດີຂຶ້ນໃນການແຂ່ງຂັນກິລາສາກົນ. ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານໃນທຸກຂັັ້ນແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ການປັບປຸງຄຸນນະພາບການສຶກສາໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວເຊ່ິງສະແດງອອກຜົນການຮຽນຂອງນັກຮຽນ-ນັກສຶກສາໃນທຸກຊ້ັນທຸກສາຍໄດ້ຮັບການປັບປຸງໃຫ້ດີຂຶ້ນອັນເຮັດໃຫ້ບາງດ້ານ ແລະ ບາງຂົງເຂດ ຜົນການຮຽນຂອງນັກຮຽນ, ນັກສຶກສາມີອັນດີຂ້ຶ້ນ, ນັກຮຽນນັກສຶກສາລາວຈໍານວນໜຶ່ງກໍໄດ້ສ້າງຜົນງານອັນໂດດເດັ່ນໃນການເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.
ຕໍ່ຜົນສຳເລັດ ແລະ ຜົນງານທີ່ພວກ ເຮົາຍາດມາໄດ້ໃນສົກຮຽນຜ່ານມາ, ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາກະຊວງ ສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂ້ັນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ພະນັກງານ ປະຕິວັດອາວຸໂສ , ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມທີ່ໄດ້ ປະກອບສ່ວນຢ່າງຕັ້ງໜ້າທາງດ້ານ ວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງຕ່ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ມີການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານການພັດທະນາການສຶກສາໃນສົກຮຽນຜ່ານມາ.
ພີ່ນ້ອງຮ່ວມຊາດທີ່ນັບຖື ແລະ ຮັກແພງ. ເພື່ອກຽມຄວາມພ້ອມໃຫ້ແກ່ການຮຽນ-ການສອນໃນສົກຮຽນ 2025- 2026 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບການຮຽນ- ການສອນ, ສາມາດແກ້ໄຂບັນຫາຄົງຄ້າງໃນສົກຮຽນຜ່ານມາເປັນຕ້ົນອັດຕາການປະລະການຮຽນຍັງສືບຕ່ໍເພ່ີຂຶ້ນ, ການຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງຍັງສືບຕໍ່ຫລຸດລົງ ແລະ ອື່ນໆ. ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ດັ່ງນີ້: ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນຈ່ົງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ສິດໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິຕາມ 5 ຫລັກມູນຂອງການສຶກສາໃນໄລຍະໃໝ່ ເປັນຕົ້ນສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫລາຍຂຶ້ນ; ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່, ປະຕິບັດຫລັກສູດການຮຽນ-ການສອນ, ຮໍ່າຮຽນເອົາເຕັກນິກອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນໃຫ້ມີຄວາມຫລາກຫລາຍ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮຽນຮໍ່າຮຽນ, ສ້າງຄວາມເຂັ້ມແຂງໃນການບໍາລຸງຄູໃນຫົວຂໍ້ທີ່ຈໍາເປັນເຊັ່ນ: ການ ນໍາໃຊ້ໄອຊີທີ, ປັນຍາປະດິດ (AI), ນະວັດຕະກໍາ ແລະ ອື່ນໆ ເຂົ້າໃນການຈັດການການຮຽນ-ການສອນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນຕໍ່ວິຊາຊີບຂອງຕົນ ແລະ ພັດທະນາ ຕົນເອງດ້ານວິຊາສະເພາະ ແລະ ເຕັກໂນໂລຊີໃໝ່ ໃຫ້ທັນກັບສະພາບການປ່ຽນແປງຂອງໂລກໃນແຕ່ລະໄລຍະເພື່ອໃຫ້ນັກຮຽນ-ນັກສຶກສາລາວສາມາດນໍາທັນຄວາມທັນສະໄໝຂອງໂລກ; ພໍ່ແມ່ຜູ້ປົກຄອງຂອງນັກຮຽນ- ນັກສຶກສາຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫລານຂອງຕົນທີ່ຢູ່ໃນເກນອາຍຸໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍໃຫ້ຈົບການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາ ປີທີ 4) ເພ່ືອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານເພື່ອໄປຕໍ່ຍອດໃນສາຍ ອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທ່ີສູງຂຶ້ນໄປໃຫ້ນັບມື້ຫລາຍຂຶ້ນ ໂດຍໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບໂດຍກົງຂອງຜູ້ປົກຄອງໃນໄລຍະໃໝ່ນີ້.
ສຳລັບລູກຫລານນັກຮຽນ-ນັກສຶກສາ, ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະຕິບັດກົດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດ, ຝຶກຝົນຫລໍ່ຫລອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ; ການຈັດຕ້ັງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ປະກອບສ່ວນເຂົ້າໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການສ້າງສະພາບແວດລ້ອມທີ່ດີ ເພ່ືອໃຫ້ນັກຮຽນ-ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.
ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ ແລະ ກິລາ ໃນການກະກຽມ ຄວາມພ້ອມ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2025- 2026 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ.ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນ ໄຊອັນປະເສີດມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂ້ັນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດຕະຫລອດຮອດປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.
ອວຍພອນໃຫ້ສົກຮຽນ 2025- 2026 ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
KPL