ຂປລ
*ດັ່ງທີ່ພວກເຮົາຮູ້ແລ້ວວ່ປະເທດລາວຂອງພວກເຮົາແມ່ນປະກອບດ້ວຍຫລາຍໆຊົນເຜົ່າທີ່ດໍາລົງຊີວິິດດ້ວຍຄວາມປອງດອງ, ມີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ

*ດັ່ງທີ່ພວກເຮົາຮູ້ແລ້ວວ່ປະເທດລາວຂອງພວກເຮົາແມ່ນປະກອບດ້ວຍຫລາຍໆຊົນເຜົ່າທີ່ດໍາລົງຊີວິິດດ້ວຍຄວາມປອງດອງ,ມີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໄປພ້ອມໆກັບການເຊື່ອຖືທາງດ້ານວັດທະນະທໍາຂອງໃຜລາວທີ່ແຕກຕ່າງກັນມີຄວາມຫລາກຫລາຍ ເຊິ່ງບັນດາວັດທະນະທໍາຂອງບັນດາເຜົ່າລ້ວນແລ້ວແຕ່ໄດ້ຖືກນໍາມາສະແດງ ເຜີຍແຜ່ໃນວັນສໍາຄັນຕ່າງໆຂອງຊາດ,ຂອງພັກ-ລັດ ເພື່ອເປັນການເຜີຍແຜ່ວັດທະນະທໍາເຊິ່ງກັນ ແລະ ກັນສູ່ສາຍຕາສັງຄົມລາວກໍຄືຊາວໂລກໄດ້ຮັບຮູ້ເຖິງຄວາມອຸດົມສົມບູນທາງດ້ານວັດທະນະທໍາຢູ່ປະເທດລາວເຮົາ.
ດ້ວຍຄວາມຫລາກຫລາຍທາງດ້ານວັດທະນະທໍາຂອງປະຊາຊົນບັນດາເຜົ່າ ແລະ ເພື່ອເປັນການສະດວກໃຫ້ແກ່ການຮຽນຮູ້ທາງດ້ານວັດທະນະທໍາບັນດາເຜົ່າເຊິ່ງກັນ ແລະ ກັນນັ້ນ, ທ່ານ ພຸວົງ ພມີສິດ ປະທານສວນບັນດາເຜົ່າໄດ້ໃຫ້ຮູ້ໃນໂອກາດປິດງານສັບປະດາສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75ປີວ່າ: ພວກເຮົາສາມາດບັນລຸໄດ້ເປົ້າໝາຍການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມເປັນປຶກແຜ່ນແລະ ຄວາມເອກະພາບພາຍໃນ,ສະແດງອອກງານຄັ້ງນີ້ ມີ 18 ຊົນເຜົ່າ ເຊິ່ງຕາງໜ້າ 50 ຊົນເຜົ່າໃນ ສປປ ລາວ; ສໍາເລັດການຟື້ນຟູ,ສົ່ງເສີມ ແລະ ອະນຸລັກຮັກສາ ວັດທະນະທໍາຂອງທຸກໆເຜົ່າ ເຊິ່ງມັນສະແດງອອກການສະແດງສິລະປະ, ການເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າ, ມີຜະລິດຕະພັນທີ່ເປັນເອກະລັກຂອງຊົນເຜົ່າມາວາງສະແດງ, ມີອາຫານທີ່ປຸງແຕ່ງດ້ວຍສີມືຂອງພີ່ນ້ອງຊົນເຜົ່າຕົວຈິງມາໃຫ້ຊີມ; ສໍາເລັດການເຜີຍແຜ່, ໂຄສະນາ ແລະ ນໍາສະເໜີໃຫ້ພໍ່ແມ່ປະຊາຊົນ ເມືອງນາຊາຍທອງ ແລະ ເມືອງອ້ອມຂ້າງນະຄອນຫລວງວຽງຈັນ ໄດ້ສໍາຜັດຄວາມຈິງວ່າສວນບັນດາເຜົ່າແຫ່ງນີ້ ມີຫລາຍຢ່າງທີ່ໜ້າສົນໃຈເຂົ້າມາທ່ອງທ່ຽວ, ມາຮຽນຮູ້ທາງດ້ານວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງບັນດາເຜົ່າ.

ນອກຈາກທີ່ກ່າວມານັ້ນແລ້ວສິ່ງທີ່ມວນຊົນ ແລະ ພີ່ນ້ອງຊົນເຜົ່າຕ່າງໆທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ພູມໃຈແມ່ນຍັງໄດ້ເຫັນ ແລະ ໄດ້ສໍາຜັດກັບກິດຈະກໍາຕ່າງໆຂອງແຕ່ລະຊົນເຜົ່າ ໂດຍສະເພາະແມ່ນການເຂົ້າຢ້ຽມຊົມຫໍວາງສະແດງມູນເຊື້ອບັນດາເຜົ່າ; ທ່ຽວຊົມ, ຊີມອາຫານ,ຊື້ສິນຄ້າຢູ່ໃນຮ້ານວາງສະແດງຜະລິດຕະພັນຂອງບັນດາເຜົ່າ ເອກະລັກສະເພາະ; ໄດ້ເຫັນໄດ້ຊົມການຍ່າງຊຸດອາພອນຜ້າລາຍນາກ ແລະ ຮັບຟັງສຽງແຄນລາວ ເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ, ຮັບຊົມການສະແດງສິລະປະຂອງແຕ່ລະຊົນເຜົ່າ, ໄດ້ເຫັນເຮືອນຊົນເຜົ່າ, ໄດ້ຊົມ ແລະ ສໍາພັດກັບການຍ່າງຊຸດອາພອນເຄື່ອງນຸ່ງຂອງ 50 ຊົນເຜົ່າຢ່າງເບີກບານມ່ວນຊື່ນ; ພິເສດເປັນສິ່ງທີ່ພູມໃຈ ແລະ ຫາຊົມໄດ້ຍາກຄືການຮ່ວມລໍາວົງມະຫາສາມັກຄີ,ຮ່ວມຟ້ອນເຕັ້ນແຊ ແບບມວນຊົນເຜົ່າທັງໝົດທຸກໆຊົນເຜົ່າ ແລະ ທຸກໆຄົນທີ່ມາທ່ຽວຢູ່ເວທີກາງຢ່າງຄຶກຄື້ນ.
ໂດຍ:ເຂົ້າຈານນ້ຳ

KPL