ຂປລ
ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2024-2025 ໃນລະຫວ່າງວັນທີ 11-12 ສິງຫາ 2025 ໂດຍການເປັນປະທານ ຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນນະຄອນຫລວງວຽງຈັນ

ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2024-2025 ໃນລະຫວ່າງວັນທີ 11-12 ສິງຫາ 2025 ໂດຍການເປັນປະທານ ຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງອ້ອມຂ້າງ, ຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທີ່ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

ໃນກອງປະຊຸມ, ບັນດາຜູ້ແທນກອງປະຊຸມຈະໄດ້ຮັບຟັງ ແລະ ປະກອບຄໍາເຫັນກ່ຽວກັບ ຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນສົກຮຽນ 2025-2026; ທິດທາງ ແລະ ມາດຕະການແກ້ໄຂການປະລະການຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາ; ທິດທາງ ແລະ ມາດຕະການປັບປຸງຄຸນນະພາບໃນຊັ້ນປະຖົມສຶກສາ; ລາຍງານກ່ຽວກັບວິທີການຄຸ້ມຄອງ ແລະ ການຈັດການຮຽນ-ການສອນຂອງໂຮງຮຽນປາດຖະໜາ; ລາຍງານກ່ຽວກັບບຸລິມະສິດຂອງເຂດວຽກງານກິລາ ກາຍຍະກໍາ; ລາຍງານກ່ຽວກັບບຸລິມະສິດຂອງເຂດວິທະຍາສາດ ແລະ ທິດທາງການກະຈາຍອໍານາດ ໃນການຝຶກອົບຮົມຄູສອນ.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ຊອກຫາວິທີທາງ, ມາດຕະການແກ້ໄຂບັນຫາຕ່າງໆ ເປັນຕົ້ນ ການປະລະການຮຽນ, ການຂາດແຄນຄູສອນ, ຄຸນນະພາບຂອງການສຶກສາຕໍ່າ ເພື່ອຮັບປະກັນເຮັດໃຫ້ການເປີດສົກຮຽນໃໝ່ 2025-2026 ນີ້ ສາມາດແກ້ໄຂບັນດາບັນຫາທີ່ພໍ່ແມ່ຜູ້ປົກຄອງ-ສັງຄົມ ເປັນຫວ່ງເປັນໄຍ ໃຫ້ໄດ້ຮັບການປັບປຸງ, ແກ້ໄຂໃຫ້ດີຂຶ້ນ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ໃຫ້ນັກຮຽນ, ນັກສຶກສາ ໄດ້ກັບຄືນສູ່ໂຮງຮຽນດ້ວຍຄວາມຫ້າວຫັນ ແລະ ພ້ອມພຽງກັນ ໃນຂອບເຂດທົ່ວປະເທດ.
KPL