ຮັກສາການເລຂາພັກແຂວງຜົ້ງສາລີ ພົບປະໂອ້ລົມພະນັກງານຄູ-ອາຈານ-ນັກສຶກສາທິດສະດີການເມືອງ

09/09/2025 18:54
Email Print 1033
ຂປລ ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານຄູອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ III.

    ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານຄູອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ III ເມ່ືອບໍ່ດົນມານີ້ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຜ້ົງສາລີ ໂດຍມີທ່ານ ວັນໄຊ ແສນຍອດ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຜົ້ງສາລີ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ທ່ານ ວັນໄຊ ແສນຍອດ ໄດ້ລາຍງານວ່າ: ໂຮງຮຽນການເມືອງ-ການປົກຄອງແຂວງຜົ້ງສາລີ ມີບັນດາອົງການຈັດຕັ້ງຄົບຊຸດ ແລະ ປະກອບດ້ວຍພະນັກງານຄູ-ອາຈານທ່ີມີຄວາມຮູ້, ຄວາມສາມາດມີປະສົບການໃນການສິດສອນ ແລະ ນຳພາ ເຊິ່ງມີພະນັກງານຄູ-ອາຈານ 26 ສະຫາຍ ຍິງ 12 ສະຫາຍ. ນັບແຕ່ປີ 2002-2022 ໄດ້ເປີດຮຽນທິດສະດີການເມືອງຊັ້ນກາງ 11 ຊຸດ ມີນັກສຶກສາ 576 ສະຫາຍ ຍິງ 134 ສະຫາຍ, ປີ 2022-2025 ເປີດຮຽນທິດສະດີ ການເມືອງຂັ້ນກາງ ໄດ້ 3 ຊຸດ ມີນັກສຶກສາເຂົ້າຮຽນ  165 ທ່ານ ຍິງ 39 ທ່ານ, ສາມາດເປີດຮຽນທິດສະດີຊັ້ນຕົ້ນ 3 ເດືອນ ໄດ້ 3 ເມືອງ ທັງລະບົບຂັ້ນກາງຮຸ່ນທີ II ມີ 55 ສະຫາຍ ຍິງ 10 ສະຫາຍ, ລະບົບ ຂັ້ນກາງຮຸ່ນທີ III ມີ 55 ສະຫາຍ ຍິງ 13 ສະຫາຍພວມດໍາເນີນລະບົບ 3 ເດືອນໄດ້ 3 ຊຸດ, ມີ 68 ສະຫາຍ ຍິງ 35 ສະຫາຍ, ເປີດຮຽນທິດສະດີການເມືອງລະບົບ 45 ວັນໄດ້ 3 ຊຸດມີນັກສຶກສາ 134 ສະຫາຍ ຍິງ 21 ສະຫາຍ ແລະ ທິດສະດີການເມືອງລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ທົ່ວແຂວງຜົ້ງສາລີ ໄດ້ 4 ຊຸດ. ພ້ອມນີ້, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຍັງໄດ້ເອົາໃຈໃສ່ພົວພັນກັບຕ່າງປະເທດເປັນປົກກະຕິໂດຍ ສະເພາະແຂວງໃກ້ຄຽງຂອງ ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ,  ຍາດແຍ່ງເອົາການຊ່ວຍເຫລືອທາງດ້ານກໍ່ສ້າງພື້ນຖານໂຄງລ່າງ, ດ້ານວິຊາການ, ບຳລຸງ-ສ້າງພະນັກງານ ແລະ ຄູ-ອາຈານໃຫ້ມີວິຊາສະເພາະສູງຂ້ຶນເລື້ອຍໆ. /

    ໂອກາດນີ້, ທ່ານ ພົນຕີສົມພອນ ມິດຕະພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະນຳຂອງໂຮງຮຽນ, ພະນັກງານລັດຖະກອນຄູອາຈານ ແລະ ນັກສຶກສາທ່ີໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະທ່ີຜ່ານມາ ມີຜົນສຳເລັດໃນຫລາຍ ດ້ານ, ຄຽງຄູ່ກັນນີ້ກໍຮຽກຮ້ອງໃຫ້ຄະນະນຳໂຮງຮຽນ, ຄູອາຈານສືບຕໍ່ສຶກສາອົບຮົມການເມືອງ ແນວຄິດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປືກແຜ່ນ ລະຫວ່າງ ຄູ-ອາຈານ ກັບນັກສຶກສາ, ເອົາໃຈໃສ່ປັບປຸງດ້ານແບບແຜນວິທີການເຮັດວຽກໃຫ້ສອດຄ່ອງກັບໄລຍະໃໝ່, ຈ່ົງພ້ອມກັນຍົກສູງໜ້າທ່ີຄວາມຮັບຜິດຊອບທີ່ໄດ້ຮັບການມອບໝາຍ ໂດຍສະເພາະ ການຄົ້ນຄວ້າຫລັກສູດການສອນຕ້ອງຮັບປະກັນລັກສະນະວິທະຍາສາດ, ຮັບປະກັນການສົ່ງຄວາມຮູ້ໃຫ້ນັກສຶກສາໃຫ້ມີລັກສະນະທິດສະດີ ແລະ ຕິດພັນກັບພຶດຕິກໍາຕົວຈິງໃຫ້ກວ້າງຂວາງ ແລະ ເລິກເຊິ່ງໄປຄຽງຄູ່ກັບຍຸກສະໄໝປັດຈຸບັນ, ພ້ອມກັນ ນັ້ນນັກສຶກສາກໍຕ້ອງຍົກສູງຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຖືສໍາຄັນອັນດັບໜຶ່ງຕ່ໍວຽກງານຄົ້ນຄວ້າຮໍ່າຮຽນທິດສະດີ ການເມືອງ ແລະ ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນຊຸດນີ້ດ້ວຍຄວາມຈູບຈ້າວຫ້າວຫັນ, ປະຕິບັດວາລະຕາຕະລາງການຮຽນ-ການສອນໃຫ້ດີ ແລະ ຮຽນສໍາເລັດແລ້ວເປັນຜູ້ທີ່ໄດ້ຮັບການພັດທະນາທາງທິດສະດີມາກ-ເລນິນຂັ້ນກາງ ມີຄວາມຮູ້, ຄວາມສາມາດ ແລະ ມີຄຸນນະພາບສູງເພື່ອຮອງຮັບການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.

ຂ່າວ-ພາບ: ແສງຄໍາ ສາລີວັນ

KPL

ຂ່າວອື່ນໆ

ads
ads

Top